ກອງປະຊຸມສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ຂອງໜ່ວຍພັກຮາກຖານນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ
ໃນຕອນບ່າຍຂອງວັນທີ 14 ທັນວາ 2022 ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ພາຍໃຕ້ການເປັນປະທານໂດຍ: ສະຫາຍ ປອ ຄຳໃບ ມາລາສິງ ກຳມະການຄະນະພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ຮອງຄະນະກຳມະການຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ; ສະຫາຍ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າກົມກວດກາ, ຄະນະກວດກາພັກ-ລັດ ສມປຊ, ສະຫາຍ ນິລັນ ເນົາທະວົງ ເລຂາໜ່ວຍພັກຮາກຖານ…
ພິທີປາຖະກະຖາ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 25 ພະຈິກ
ຄະນະກຳມະທິການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະແມ່-ເດັກໄດ້ມາປາຖະກະຖາວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ 25 ພະຈິກ ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຕອນເຊົ້າວັນທີ 15 ທັນວາ 2022 ເພື່ອລະລຶກເຖິງວັນໂບສີຂາວ ຊຶ່ງເປັນວັນສາກົນໃນການຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ. ໃຫ້ກຽດບັນລະຍາຍໂດຍ ທ່ານ ນ. ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການ ຄະນະກໍາມະທິການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະແມ່-ເດັກ ຊຶ່ງທ່ານໄດ້ຫວນຄືນວັນສາກົນເພື່ອລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ນ້ອຍ ວັນທີ 25 ພະຈິກ ຊຶ່ງໄດ້ຈັດຂຶ້ນໃນທົ່ວໂລກຂອງໃນທຸກໆປີ.…
ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ນຳພານັກສຶກສາ ປະລິນຍາໂທ ຮຸ່ນທີ XVII ທັດສະນະສຶກສາ
ໃນຕອງແລງວັນທີ 8 ທັນວາ 2022 ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, ສມປຊ ໄດ້ນຳພານັກສຶກສາ ປະລິນຍາໂທ ຮຸ່ນທີ XVII ສາຂາເສດຖະສາດການເມືອງ ແລະສາຂາ ຄຸ້ມຄອງເສດຖະກິດ ຢູ່ບໍລິສັດວຽງຈັນໂລຈິດສະຕິກ ຈຳກັດ ແລະ ບໍລິສັດທ່າບົກ-ທ່ານາແລ້ງ ເພື່ອເຮັດໃຫ້ນັກສຶກສາ ໄດ້ມີບົດຮຽນເຂົ້າໃນການຄົ້ນຄວ້າ, ນໍາເອົາທັງທິດສະດີ ແລະ ພຶດຕິກຳຕົວຈິງມາສົມທຽບ ກ່ຽວກັບຂະແໜງການຂົນສົ່ງ ໃນຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ. ການທັດສະນະ 2…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນເກີດ ທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ
ເນື່ອງໃນໂອກາດ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (ວັນທີ 13 ທັນວາ 1920 – ວັນທີ 13 ທັນວາ 2022) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນຳໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະ…
