ໃນໂອກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະປວງຊົນລາວທັງຊາດພວມເບີກບານມ່ວນຊື່ນ ໃນການຈັດຕັ້ງສະເຫຼີມສະຫຼອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄປ ປະຊາຊົນລາວ ຄົບຮອບ 47 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ແລະການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນະເສດຖະກິດ-ສັງຄົມ ຄັ້ງທີ IX ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃຫ້ປະກົດຜົນເປັັນຈິງ.

         ສະນັ້ນ, ໃນວັນທີ 22 ມີນາ 2023 ຄະນະພັກ-ຄະນະອຳນວຍການ, ການນຳຫຼັກແຫຼ່ງ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊິ່ງນຳໂດຍ: ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳເອົາກະຕ່າດອກໄມ້ອັນສົ່ງກິ່ນຫອມຫວນ ແລະສວຍສົດງົດງາມມາວາງ ຕໍ່ໜ້າຮູບປັ້ນຫຼໍ່ ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (22.3.1955-22.3.2023), ເພື່ອສະແດງເຖິງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ແລະລະນຶກເຖິງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຕະຫຼອດຊີວິດຂອງປະທານໄດ້ອຸທິດສະຕິປັນຍາ ແລະກຳລັງວັງຊາໃຫ້ແກ່ພາລະກິດປົດປ່ອຍຊາດກໍ່ຄືພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ນຳພາການປະຕິວັດຂອງປະຊາຊົນລາວເຮົາ ຈາກໄຊຊະນະນີ້ ກ້າວຂຶ້ນສູ່ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ , ເຮັດໃຫ້ປະເທດຊາດຂອງພວກເຮົາຈາກປະເທດທີ່ຕົກເປັນເມືອງຂຶ້ນຂອງຈັກກະພັດຕ່າງດ້າວໄດ້ກາຍມາເປັນປະເທດທີ່ມີເອກະລາດ ແລະມີຖານະອັນສົມກຽດໃນເວທີສາກົນ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ