ຕອນ​ບ່າຍ​ຂອງ​ວັນທີ 20 ມີນາ 2023 ຢູ່ທີ່ ຫ້ອງປະຊຸມໂຮງຮຽນການເມືອງ ​ແລະ ການປົກຄອງແຂວງຫຼວງນໍ້າທາ. ເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ​ຮຸ່ນ​ທີ I ໃຫ້ແກ່ພະນັກງານຫຼັກແຫຼ່ງຢູ່ແຂວງຫຼວງນໍ້າທາ. ໂດຍການເປັນປະທານຂອງ ທ່ານ ປທ ສິງ​ໄຊ ວັນ​ຄໍາ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ​ແລະການປົກຄອງແຂວງ, ເຂົ້າຮ່ວມຂອງທ່ານ ​ຈັນຖະໜອມ ຂັນທະລາດ ຮອງຫົວໜ້າ​ຄະນະຈັດຕັ້ງ​ແຂວງ​, ມີຮອງຫົວໜ້າໂຮງຮຽນ​, ຄູ-ອາຈານ, ແຂກຖືກເຊີນ, ຕະຫຼອດຮອດນັກ​ສຶກສາເຂົ້າຮ່ວມ.

ທ່ານ ປທ ແສງ ​ເຊືອຍ​ສົມບັດ ຫົວໜ້າ​ຂະ​ແໜງ​ວິຊາ​ການໂຮງຮຽນການເມືອງ ​ແລະ ການປົກຄອງແຂວງ ໄດ້ຜ່ານ​ແຜນການ​​ຮຽນ-ການສອນ​ທິດ​ສະ​ດີກາ​ນ​ເມືອງ ​​ຂັ້ນຕົ້ນ ຮຸ່ນ​ທີ I ໃຫ້ແກ່ພະນັກງານຫຼັກແຫຼ່ງຢູ່ແຂວງຫຼວງນໍ້າທາ​ປະຈຳປີ2023 ​ເພື່ອ​ສ້າງ​ໃຫ້​ພະນັກງານ​ຄຸ້ມ​ຄອງ ​ແລະ ພະນັກງານ​ນໍາພາ​ຮຸ່ນ​ສືບ​ທອດ​ຢູ່​ບັນດາ​ພະ​ແນ​ກການ-ຫ້ອງການ​ຂອງ​ແຂວງ, ບັນດາ​ຂະ​ແໜງ​ການ​ອ້ອມ​ຂ້າງ ​ມີ​ນັກ​ສຶກສາ​ທັງ​ໜົດ 41 ຄົນ, ຍິງ 13  ຄົນຈະໄດ້ປະຕິບັດການຮຽນ-ການສອນໄລຍະ 3 ເດືອນ, ລວມ 70 ວັນ, ຮຽນຕົວຈີ່ງ 60 ວັນ, ເທົ່າກັບ 420 ຊົ່ວໂມງເທົ່າກັບ 26,25 ໜ່ວຍກິດ ລວມມີ 7 ກຸ່ມວິຊາຮຽນ ແລະ 1 ຂຽນບົດລາຍງານຈົບຂັ້ນ ລວມເປັນ 8 ກຸ່ມວິຊາຮຽນ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ມີ 7 ບົດ, ກຸ່ມວິຊາເສດຖະສາດການເມືອງມາກ-ເລນີນ ມີ 9 ບົດ,ກຸ່ມວິຊາ ລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ ແລະ ສັງຄົມສາດ ມີ 12 ບົດ, ກຸ່ມວິຊາ ແນວຄິດ ໄກສອນ ພົມວິຫານ ມີ 5 ບົດ,ກຸ່ມວິຊາ ພື້ນຖານການຄຸ້ມຄອງບໍລິຫານ, ທິດສະດີລັດ ແລະ ກົດໝາຍ, ເຕັກນິກບໍລິຫານມີ 7 ບົດ ແລະ ກຸ່ມວິຊາ:ປະຫວັດສາດພັກ ແລະ ກໍ່ສ້າງພັກ 10 ບົດ, ນອກນັ້ນ ນັກສືກສາຍັງຈະໄດ້ເຄື່ອນໄຫວກິດຈະກໍາອື່ນໆທີ່ທາງໂຮງຮຽນວາງອອກ, ການເປີດຮຽນໄດ້ເລີ່ມແຕ່ວັນທີ 21 ມີນາ 2023 ເຖີ່ງທ້າຍເດືອນ ພືດສະພາ 2023 ໃຫ້ສໍາເລັດ.

ໂອກາດດັ່ງກ່າວໄດ້ຜ່ານແຈ້ງການຂອງທ່ານເຈົ້າແຂວງ ກ່ຽວກັບການສືບຕໍ່ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂັ້ນຂອງຕົນ ແລະ ຜ່ານເນື້ອໃນຂໍ້ແຂ່ງຂັນ ຂອງໂຮງຮຽນການເມືອງ ​ແລະ ການປົກຄອງ ແຂວງແຕ່ນີ້ຮອດປີ 2025 ພາຍໃຕ້ຄໍາຂວັນ ຮັກຊາດ ແລະ ພັດທະນາໂດຍຕິດພັນກັບຂໍ້ແຂ່ງຂັນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ, 5 ປີຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃຫ້ເປັນຂະບວນການຟົດຟື້ນ, ກວ້າງຂວາງ ແລະ ສຳເລັດຕາມລະດັບຄາດໝາຍ ແລະ ຊອກໃຫ້ເຫັນບຸກຄົນທີ່ດີເດັ່ນ. ພ້ອມທັງຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການມອບສິດໃຫ້ບັນດາພະແນກການ, ອົງການທຽບເທົ່າຂັ້ນແຂວງ, ຕາງໜ້າລັດຖະບານ ແລະ ແຂວງເປັນກຽດປະດັບການຍ້ອງຍໍໃຫ້ຜູ້ທີ່ມີຜົນ ງານດີເດັ່ນ. ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຈໍານວນ 1 ທ່ານ, ຫຼຽນໄຊແຮງງານຊັ້ນ 3 ຈໍານວນ 1 ທ່ານ ແລະ ກົມກອງ 1 , ຫຼຽນກາແຮງງານ ຈໍານວນ 11 ທ່ານ,ໃບຍ້ອງຍໍລັດຖະບານຈໍານວນ 13 ທ່ານ.

ໂອກາດທີມີຄວາມໝາຍຄວາມຄັນທ່ານ ປທ ສິງ​ໄຊ ວັນ​ຄໍາ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ​ແລະ ການປົກຄອງແຂວງໄດ້ໃຫ້ທິດຊີ້ນຳ ໃຫ້ເອົາໃຈໃສ່ສຶກສາຮໍ່າຮຽນເອົາ ດ້ານທິດສະດີການເມືອງ, ທິດສະດີມາກ-ເລນີນ,ດ້ານ​ຄຸນສົມບັດ​ສິນ​ທໍາ​ປະຕິບັດ, ແບບແຜນວິທີເຮັດວຽກ, ຄວາມສາມັກຄີ, ຄວາມເປັນແບບຢ່າງ ແລະ ນໍາເອົາ​ຄວາມ​ຮູ້​ຄວາມ​ສາມາດ​ເຂົ້າໃນ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ໃນ​ໄລຍະ​ໃໜ່ໃຫ້ມີຄວາມກ້າວໜ້າຂື້ນເລື້ອຍໆ ຕິດພັນກັບການປະຕິດບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເພີ່ມທະວີການຈັດຕັ້ງປະຕິບັດໃຫ້ເປັນຂະບວນຟົດຟື້ນໃຫ້ຊອກໄດ້ບຸກຄົນທີ່ດີເດັ່ນ.

ຂ່າວ: ປທ ນ. ມະນີລາ ແກ້ວລະກໍາ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ