ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2022 ແລະແຜນການເຄື່ອນໄຫວ ປີ 2023 ໃນຕອນແລງ ຂອງວັນທີ 17 ມີນາ 2023 ໃຫ້ກຽດເປັນປະທານໂດຍ: ສະຫາຍ ປອ ນ. ລຳພູນ ດວນສຸວັນ ກຳມະການສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສມປຊ; ເຂົ້າຮ່ວມມີຕາງໜ້າແມ່ຍິງຮາກຖານພະນັກງານ, ຄູ-ອາຈານ ແລະນັກສຶກສາ.

         ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2022 ແລະຜ່ານແຜນການເຄື່ອນໄຫວວຽກງານ ແລະເປີດຂະບວນການແຂ່ງຂັນວຽກງານ 3 ດີ ປະຈຳປີ 2023 ຂອງສະຫະພັນແມ່ຍິງ ສມປຊ; ຜ່ານການຕີລາຄາການເຄື່ອນໄຫວວຽກງານແມ່ຍິງ ປີ 2022 ຈາກ ສະຫາຍ ປທ ນ. ຂັນໄຊ ກິດຕິລາດ ຄະນະສະຫະພັນແມ່ຍິງ ສມປຊ ເຫັນວ່າ: ເອື້ອຍນ້ອງແມ່ຍິງທົ່ວ ສມປຊ ມີສະມາຊິກທັງໝົດ 194 ສະຫາຍ, ມີໜ້າຕົວຈິງ 184 ສະຫາຍ, ມີ 14 ຮາກຖານ,  ຮາກຖານພະນັກງານ-ລັດຖະກອນ, ຄູ-ອາຈານມີ 7 ຮາກຖານ, ຮາກຖານສ້າງເສດຖະກິດຄອບຄົວມີ 1 ຮາກຖານ, ຮາກຖານນັກສຶກສາມີ 6 ຮາກຖານທີ່ສາມາດຮັກສາມູນເຊື້ອອັນດີງາມຂອງແມ່ຍິງລາວໄດ້ເປັນຢ່າງດີ ໂດຍສະເພາະມູນເຊື້ອດຸໝັ່ນ, ອົດທົນ, ມີິນໍ້າໃຈເອື້ອເຟື້ອເພື່ອແຜ່, ມີຄວາມເສຍສະຫຼະ, ມີຄວາມຮັບຜິດຊອບ, ມີຄວາມສາມັກຄີ, ມີຄວາມຈິງໃຈ ຕຳນິສົ່ງຂ່າວເຊິ່ງກັນແລະກັນ, ທັງສາມາດຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ກໍ່ຄືຂອງແມ່ຍິງລາວບັນດາເຜົ່າ; ພ້ອມດຽວກັນນັ້ນ, ກໍ່ໄດ້ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່, ພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະມີຜົນສຳເລັດເປັນຢ່າງດີ ໂດຍສະເພາະກໍ່ແມ່ນພະນັກງານ, ຄູ-ອາຈານ ທີ່ຂຶ້ນຫ້ອງສິດສອນ, ຄົ້ນຄວ້າວິທະຍາສາດ. ນອກຈາກນັ້ນ, ກໍ່ຍັງໄດ້ເອົາໃຈໃສ່ຍົກສູງບົດບາດຍິງ ແລະຍົກລະດັບຄວາມຮູ້ຄວາມສາມາດ ຂອງເອື້ອຍນ້ອງແມ່ຍິງໃຫ້ນັບມື້ນັບສູງຂຶ້ນເປັນກ້າວໆ.

       ສະນັ້ນ, ຕໍ່ກັບຜົນງານການເຄື່ອນໄຫວຂອງສະມາຊິກແມ່ຍິງແລ້ວເຫັນວ່າ ຜ່ານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປີ 2022 ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນໃນການຄັດເລືອກເປັນແມ່ຍິງ 3 ດີ ມີຈຳນວນພົນທັງໝົດ 173 ສະຫາຍ. ໃນນັ້ນ, ສາມາດຄັດເລືອກໄດ້ແມ່ຍິງ 3 ດີ ປະເພດ I ມີ 160 ສະຫາຍ; 3 ດີ ປະເພດ II ມີ 13 ສະຫາຍ, ຮາກຖານ 3 ດີ ມີ 12 ຮາກຖານ, 3 ດີ ປະເພດ I ມີ 12 ຮາກຖານ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ