ໃນຕອນແລງ ຂອງວັນທີ 23 ມີນາ 2023 ນີ້ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ລົງພົບປະໂອ້ລົມ ແລະຢ້ຽມຢາມໂຮງ ຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊ ໂດຍມີການຕ້ອນຮັບ ຈາກຄະນະພັກ, ຄະນະໂຮງຮຽນ ແລະພະນັກງານ-ຄູອາຈານ ຂອງໂຮງຮຽນການເມືອງການປົກຄອງແຂວງອຸດົມໄຊ ຢ່າງອົບອຸ່ນ.

ໂອກາດດັ່ງ ກ່າວ ທ່ານ ນາງ ປທ ສົມໃຈ ພົນທອງສີ ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ ໄດ້ຂຶ້ນລາຍງານສະພາບການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດການຮຽນ-ການສອນ ໃນໄລຍະຜ່ານມາ ແລະປັດຈຸບັນພວມດຳເນີນການການຮຽນ-ການສອນ ໃນລະບົບຊັ້ນກາງ, ການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ, ການຈັດຝຶກອົບຮົມໃຫ້ເລຂາພັກບ້ານ-ນາຍບ້ານຢູ່ບັນດາເມືອງ ຂອງແຂວງອຸດົມໄຊ, ການການຈັດຕັ້ງປະຕິບັດຂໍ້ກຳນົດວ່າດ້ວຍມາດຖານຂອງໂຮງຮຽນພັດທະນາ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊ, ນອກນັ້ນ ຍັງມີຂໍ້ສະເໜີຂໍທິດຊີ້ນຳກ່ຽວກັບ ການສະໜອງຕຳລາຮຽນ, ສະເໜີຂໍທິດຊີ້ນຳບາງຈຸດໃນການປະຕິບັດໂຄງການຫຼັກສູດຂັ້ນຕົ້ນ ແລະ ການຈັດຝືກອົບຮົມໃຫ້ພະນັກງານ-ຄູອາຈານໄລຍະສັ້ນຫຼືໄລຍະຍາວ.

         ພ້ອມດຽວກັນນີ້ ທ່ານ ປອ ດາວສະຫວັນ ເຄືອມີໄຊກໍ່ໄດ້ຍ້ອງຍໍຊົມເຊີຍ ແລະຕີລາຄາສູງຕໍ່ການຈັດ ຕັ້ງປະຕິບັດຕໍ່ໜ້າທີວຽກງານຂອງຄະນະພັກ, ຄະນະໂຮງຮຽນ ຕະຫຼອດຮອດຄູ-ອາຈານດ້ວຍຄວາມບຸກໜ້າບືນຕົວ, ນີ້ແມ່ນຄວາມພະຍາຍາມໃນການຊີ້ນຳ-ນຳພາຂອງຄະນະໂຮງຮຽນ ທີ່ເປັນເຈົ້າການ, ມີຄວາມສາມັກຄີຫ້າວຫັນໃນການປະຕິບັດໜ້າທີ່ວຽກງານໂດຍສະເພາະແມ່ນການຈັດຕັ້ງປະຕິບັດການຮຽນການສອນທີ່ໄດ້ຮັບໝາກຜົນ. ນອກນັ້ນ, ທ່ານຍັງໄດ້ໂອ້ລົມຕໍ່ກອງປະຊຸມ ແລະໃຫ້ທິດຊີ້ນໍາຫຼາຍບັນຫາເປັນຕົ້ນແມ່ນໃຫ້ເອົາໃຈໃສ່ປັບປຸງການຈັດຕັ້ງປະຕິບັດການຮຽນການສອນ, ການຊີ້ນຳ-ນຳພາຂອງຄະນະອຳນວນການໂຮງຮຽນ ຄູ-ອາຈານໃຫ້ເອົາໃຈໃສ່ໃນການຄົ້ນຄວ້າບັນດາຫຼັກມູນ, ທິດສະດີ ແລະ ເອົາໃຈໃສ່ຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໃຫ້ເລິກເຊິ່ງ ເພື່ອປະກອບເຂົ້າໃນການຈັດຕັ້ງການຮຽນ-ການສອນໃຫ້ໄດ້ຮັບປະສິດທິຜົນຍິ່ງຂຶ້ນກວ່າເກົ່າ.

ຂ່າວ/ພາບ: ບຸນໄຊ ລູວີນາ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ