ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຕັ້ງກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ໝູນໃຊ້ນິພົນ ໂຮ່ຈີມິນ ຄົບຊຸດ ແນໃສ່ຍົກສູງວຽກງານທິດສະດີການເມືອງໃນໄລຍະໃໝ່ ພິທີປິດການຝຶກອົບຮົມທິດສະດີການເມືອງ ລະບົບ 10 ວັນ ປະຈຳປີ 2026 ໃຫ້ແກ່ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມ ການນໍາໃຊ້ລະບົບ G-Chat, G-Share ແລະ ເອໄອ (AI) ເຂົ້າໃນການບໍລິຫານວຽກງານ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ເພື່ອລົງເລິກຊຸກຍູ້ ຜົນສຳເລັດການນຳຂັ້ນສູງສອງພັກ-ສອງລັດ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລົງເຄື່ອນໄຫວຊີ້ນຳ ໂຮງຮຽນການເມືອງ-ການປົກຄອງ ແຂວງຈຳປາສັກ ເນັ້ນໜັກການຍົກລະດັບຄຸນນະພາບການສຶກສາໃຫ້ຕິດພັນກັບພຶດຕິກຳຕົວຈິງ

ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແຂວງຫຼວງນ້ຳທາ ເປີດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນຊຸດທີ III

ໃນຕອນເຊົ້າຂອງວັນທີ 05 ກັນຍາ ປີ 2022 ທີ່ສະໂມສອນ ຫ້ອງວ່າການປົກຄອງເມືອງລອງ ແຂວງ ຫຼວງນ້ຳທາ ໄດ້ເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນ ຊຸດທີ III ໃຫ້ແກ່ເລຂາຄະນະພັກບ້ານ ຢູ່ເມືອງລອງ ແຂວງຫຼວງນ້ຳທາ. ໃຫ້ກຽດເປັນປະທານໂດຍ ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເປັນກຽດເຂົ້າຮ່ວມໂດຍ…

ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ຂອງ ສມປຊ ທັດສະນະຫໍພິພິທະພັນ ປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດຈັດວາງສະແດງມູນເຊື້ອ 2 ວັນປະຫວັດສາດ ສປປ ລາວ- ສສ ຫວຽດນາມໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ.

ເນື່ອງໃນໂອກາດການສະເຫຼີມສະຫຼອງປີສາມັກຄີພິເສດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977-38 ກໍລະກົດ 2022) ແລະວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 60 ປີ (05 ກັນຍາ 1962 – 5 ກັນຍາ 2022) ໃຫ້ມີບັນຍາກາດຟົດຟື້ນ ແລະມີຄວາມໝາຍເລິກເຊິ່ງ. ສະນັ້ນ,…

ຄະນະບໍລິຫານສາດ, ສມປຊ ທັດສະນະສຶກສາ ຂົງເຂດເສດຖະກິດ ທີ່ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

ໃນວັນທີ 02 ກັນຍາ 2022 ຄະນະບໍລິຫານສາດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຳນວນທັງໝົດ 13 ທ່ານ, ຍິງ 6 ທ່ານ, ໄດ້ໄປທັດສະນະແລກປ່ຽນບົດຮຽນກັບຫ້ອງວ່າການເມືອງສີສັດຕະນາກ ນະຄແນຫຼວງວຽງຈັນ ນໍາພາໂດຍ: ທ່ານ ປອ ໝອນແກ້ວ ຈິດຕະລາດ ຫົວໜ້າຄະນະບໍລິຫານສາດ, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຮອງຫົວໜ້າຄະນະບໍລິຫານສາດ, ທ່ານ ປທ ນ…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແຂວງຊຽງຂວາງ ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຊັ້ນຕົ້ນຮຸ່ນທີ VIII ຂອງເມືອງແປກ

ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 285/ຄປພຂ ລົງວັນທີ 23 ສິງຫາ 2022 ວ່າດ້ວຍການອະນຸມັດປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງ ລະບົບກໍ່ສ້າງຊັ້ນຕົ້ນຮຸ່ນທີ VIII ເມືອງແປກປີ 2022, ອີງຕາມໂຄງການຫຼັກສູດການຮຽນ-ການສອນ ທິດສະດີການເມືອງ ແລະການປົກຄອງລະບົບກໍ່ສ້າງຊັ້ນຕົ້ນສະບັບເລກທີ 858/ ສມປຊ, ລົງວັນທີ 04/08/2014. ໃນຕອນເຊົ້າຂອງວັນທີ 2 ກັນຍາ 2022 ເວລາ 8.00 ໂມງ ທີ່ສະໂມສອນ ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ…

ຂ່າວອື່ນໆ