ໃນຕອນເຊົ້າຂອງວັນ​ທີ 9 ເມສາ 2023 ທີ່ຫ້ອງປະຊຸມ ຂອງເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້​ຈັດ​ພິທີ​ປິດ​ການເຝິກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນ ຊຸດທີ III ໃຫ້ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ. ໃນຄັ້ງນີ້ມີນັກເຝິກອົບຮົມທັງໝົດ ຈໍານວນ 43 ທ່ານ, ຍິງ 6 ທ່ານ, ທັງນີ້ກໍເພື່ອເປັນການຈັດຕັ້ງ​ປະຕິບັດຕາມ​ເນື້ອ​ໃນ ຂອງກອງປະຊຸມໃຫຍ່ຂອງ​ພັກ​ໃນແຕ່ລະໄລຍະໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ. ໃຫ້ກຽດເປັນ​ປະທານໂດຍ: ​ທ່ານ ປທ ຄຳຟອງ ລາດຊະພົນ​ ຮອງ​ເລຂາ​ໜ່ວຍ​ພັກ, ຮອງຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຂວງ. ​ເປັນ​ກຽດ​ເຂົ້າ​ຮ່ວມມີ​ ທ່ານ ຕຽງສະໝອນ ພອນປະເສີດ ກຳມະການ​ປະຈຳພັກແຂວງ​, ເລຂາພັກເມືອງ, ເຈົ້າເມືອງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ; ພ້ອມດ້ວຍບັນດາທ່ານທີ່ເປັນຄະນະຮັບຜິດຊອບການເຝິກອົບຮົມໃນຄັ້ງນີ້, ມີ​ຕົວ​​ແທນ​ມາ​ຈາກ ຫ້ອງ​ວ່າການ​ເມືອງໂຄສະນາ​ອົບຮົມ​ເມືອງ, ຄະນະ​ຈັດ​ຕັ້ງ​ເມືອງ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງພາຍ​ໃນເມືອງ, ​ຕະຫຼອດຮອດພະນັກງານ​, ຄູ​-ອາຈານ ແລະນັກເ​ຝິກ​ອົບຮົມເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

           ຫຼັງ​ຈາກ​ນັ້ນ, ທ່ານ ປທ ແສງ ເຊືອຍສົມບັດ ຫົວໜ້າ​ຂະແໜງວິຊາ​ການ ​​ໄດ້​ຂຶ້ນ​ຜ່ານ​ບົດສະຫຼຸບການຈັດຕັ້ງປະຕິບັດການ​ຮຽນ-ການ​ສອນ. ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງນໍ້າທາເລີ່ມຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ ໃຫ້ນັກເຝິກອົບຮົມທິດສະດີການເມືອງ-ການປົກຄອງ ໂຄງການຫຼັກສູດ 10 ວັນ ຊຸດທີ III ຢູ່ເມືອງ​ວຽງ​ພູ​ຄາ ແຕ່ວັນທີ 3​ ເມສາ 2023 ເປັນຕົ້ນມາໄດ້ສຳເລັດການຮຽນ-ການສອນ ໃນວັນທີ 9​ ເມສາ 2023. ສ່ວນ​ເນື້ອ​ໃນ​ບົດຮຽນລວມມີ 03  ພາກວິຊາຮຽນມີ 19  ບົດ, ມີ 87 ຊົ່ວໂມງເທົ່າກັບ 468 ໜ່ວຍກິດ. ພວກເຮົາໄດ້ຈັດຕັ້ງປະຕິບັດຕົວຈິງມີລາຍລະອຽດດັ່ງນີ້:

ລໍ​າດັບວິຊາ​ຮຽນຈໍານວນ​ບົດຊົ່​ໂມງ
01ພາກ​ທີ 1: ທິດ​ທາງ​ລວມ4 ບົດ18 ຊົ່ວ​ໂມງ
02ພາກ​ທີ 2: ວຽກ​ງານ​ພັກ7 ບົດ25 ຊົ່ວ​ໂມງ
03ພາກ​ທີ 3: ວຽກ​ງານ​ບໍລິຫານ ​ແລະ​ການ​ປົກຄອງ8 ບົດ​32 ຊົ່ວ​ໂມງ
 ລວມ:19 ບົດ75 ຊົ່ວ​ໂມງ

           – ໃນນີ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄດ້ນຳໃຊ້ ຄູ-ອາຈານ ພາຍໃນຂຶ້ນຫ້ອງສິດສອນ 100%;

           – ຄູ-ອາຈານແຕ່ລະສະຫາຍກໍມີຄວາມພະຍາຍາມຄົ້ນຄ້ວາ, ແຕ່ງບົດສອນ, ຂຶ້ນຫ້ອງສິດສອນ, ອະທິບາຍທາງດ້ານທິດສະດີ ແລະສົມທຽບພຶດຕິກຳເຮັດໃຫ້ນັກເຝິກອົບຮົມມີຄວາມເຂົ້າໃຈໄດ້ດີສົມຄວນ;

           – ບັນດານັກເຝິກອົບຮົມກໍໄດ້ມີຄວາມພະຍາຍາມຕັ້ງໃຈຂຶ້ນຫ້ອງ, ຄົ້ນຄ້ວາ-ຮ່ຳຮຽນ, ປະຕິບັດກົດລະບຽບຂອງການ​ຮຽນ ແລະໄດ້ປະກອບຄຳຄິດຄຳເຫັນແລກປ່ຽນສົນທະນາບົດຮຽນນໍາກັນຢ່າງມີບັນຍາກາດຟົດຟື້ນພໍສົມຄວນ;

           – ຈາກການຄົ້ນຄ້ວາ-ຮ່ຳຮຽນດັ່ງກ່າວ, ພວກເຮົາກໍໄດ້ຈັດຕັ້ງການປະເມີນຄວາມຮັບຮູ້ຂອງນັກເຝິກອົບຮົມເພື່ອປະເມີນຜົນການຮຽນ-ການສອນ ແລະເປັນການວັດແທກຄວາມຮັບຮູ້ຂອງນັກເຝິກອົບຮົມຊຶ່ງສະແດງອອກດັ່ງນີ້:  ດີເລີດກວມ  85,25 %, ດີຫຼາຍ  14,75 % ລື່ນຄາດໝາຍຂອງແຜນການທີ່ວາງໄວ້ 5,25 %.

ຈາກນັ້ນ, ຄະນະ​ຈັດ​ຕັ້ງ​ພິທີກໍໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງຂອງຫົວໜ້າໂຮງຮຽນວ່າດ້ວຍການອອກໃບຢັ້ງຢືນ; ໃຫ້ກ​ຽດຂຶ້ນ​ມອບໂດຍ: ​ທ່ານ ປທ ຄຳຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນ​ການ​ເມືອງ ​ແລະ​ ການ​ປົກຄອງແຂວງ.

ໃນຕອນທ້າຍ; ທ່ານ ຕຽງສະໝອນ ພອນປະເສີດ ກຳມະການ​ປະຈຳພັກແຂວງ​, ເລຂາພັກເມືອງ, ເຈົ້າເມືອງ, ເມືອງວຽງພູຄາ ແຂວງຫຼວງນໍ້າທາ; ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ພິທີ​ປິດ​ຊຸດ​ຮຽນ​ ຊຶ່ງ​ທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ທາງ​ຄະນະ​ພັກຂອງໂຮງຮຽນ ແລະຄະນະພັກ, ຄະນະນຳຂອງເມືອງວຽງພູຄາ ​​ຕະຫຼອດຮອດທຸກ​ພາກສ່ວນ​ທີ່​ໄດ້​ໃຫ້​ຄວາມ​ສຳຄັນ ​ຊຶ່ງ​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ຕື່ນ​ຕົວຂອງ​ທຸກ​ພາກສ່ວນ ​ແລະທ່ານ​ໄດ້​ກ່າວຢໍ້າວ່າ: ການ​ຮ່ຳຮຽນ​ເຖິງວ່າ​ຈະ​ໄດ້ຮຽນ​ໜ້ອຍ ຫຼື ຮຽນ​ຫຼາຍ ກໍລ້ວນ​ແຕ່​ມີ​ຄຸນຄ່າທັງ​ນັ້ນ. ການ​ຄົ້ນຄວ້າ​-ຮ່ຳຮຽນທິດສະດີການເມືອງ-ການປົກຄອງ​ ໃນຄັ້ງບັນດານັກເຝິກອົບຮົມຕ້ອງຖືເປັນ​ສຳຄັນ ແລະໝູນໃຊ້ເຂົ້າໃນ​ການນໍາພາ-ຊີ້ນໍາວຽກງານຕົວຈິງ ພາຍໃນບ້ານຂອງຕົນ.                                                                                           

ຂ່າວ/ພາບ: ປທ ນ. ມະນີລາ ແກ້ວລະກໍາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ