ເພື່ອເປັນການປະດັບຫຼຽນກາ 65 ປີ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ການນຳ, ອະດີດການນຳ, ຄະນະຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຜູ້ທີ່ມີຜົນງານພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ໃນຕອນແລງຂອງວັນທີ 7 ມີນາ 2023 ທີ່ ສມປຊ ຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ຈັດພິທີມອບຫຼຽນກາທີ່ລະນຶກ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ (ວັນທີ 14 ເມສາ 1955-14 ເມສາ 2020) ໃຫ້ການນໍາຂັ້ນສູງ ແລະຊາວໜຸ່ມປະຊາຊົນ ປະຕິວັດລາວ ສມປຊ  ໃຫ້ກຽດເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ແລະສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາການນໍາ, ອະດີດການນໍາ ສມປຊ, ພະນັກງານບໍານານ, ສະມາຊິກຊາວໜຸ່ມພະນັກງານ, ຄູ-ອາຈານ ແລະບັນດາສະມາຊິກຊາວໜຸ່ມນັກສຶກສາ ພາຍໃນ ສມປຊ ເຂົ້່າຮ່ວມຢ່າງພ້ອມພຽງ.

         ພິທີມອບໃບຢັ້ງຢືນນາມມະຍົດ 4 ບຸກປີ 2021 ແລະພິທີມອບຫຼຽນກາລະນຶກ 65 ປີຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ການມອບໃນຄັ້ງນີ້ແມ່ນມອບໃຫ້ແກ່ບຸກຄົນ ມີທັງໝົດ 134 ສະຫາຍ, ຍິງ 52 ສະຫາຍ ແລະ 12 ກົມກອງ ການມອບໃນຄັ້ງນີ້ແມ່ນມີຄວາມໝາຍ, ຄວາມສຳຄັນເນື່ອງຈາກພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ໃນທາມກາງບັນຍາກາດທົ່ວພັກ, ທົ່ວລັດ, ທົ່ວປວງຊົນລາວທັງຊາດພວມອອກແຮງແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກເຂົ້າສູ່ລວງເລີກ, ຕິດພັນກັບການຜັນຂະຫຍາຍ2ວາລະແຫ່ງຊາດຢ່າງເປັນຂະບວນການຟົດຟື້ນ, ສຳລັບຊາວໜຸ່ມລາວກໍ່ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII; ຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນ 2021- 2030 ຢ່າງແຂງແຮງແລະຄະນະບໍລິຫານງານສູນກາງຊາວໜຸ່ມກໍຫາສຳເລັດກອງປະຊຸມຄົບຄະນະບໍລິຫານງານຄັ້ງທີ 4 ສະໄໝທີ VIII ຢ່າງຈົບງາມ ແລະພ້ອມນີ້ກໍພໍດີກັບຊ່ວງທີ່ສະມາຊິກຊາວໜຸ່ມ, ໄວໜຸ່ມທົ່ວປະເທດ ແລະກໍ່ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (14 ເມສາ 1955 – 14 ເມສາ 2023 ຄົບຮອບ 68 ປີ) ຢ່າງເປັນຂະບວນການຟົດຟື້ນໃນຂອບເຂດທົ່ວປະເທດ.

         ໃນຕອນທ້າຍສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ໂອ້ລົມ ແລະເນັ້ນໜັກໃຫ້ສະມາຊິກຊາວໜຸ່ມວ່າ:

         1. ການມອບໃບຢັ້ງຢືນ 4ບຸກໃຫ້ແກ່ພວກສະຫາຍແມ່ນເປັນການຢັ້ງຢືນເຖິງຜົນສຳເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ແລະມະຕິກອງປະຊຸມຕັ້ງທີ Vຂອງອົງຄະນະພັກສະຖາບັນ; ຢັ້ງຢືນເຖິງກໍາລັງແຮງຂອງຊາວໜຸ່ມເຂົ້າໃນການຜັນຂະຫຍາຍຂະບວນການຮັກຊາດພັດທະນາ, ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ; ຢັ້ງຢືນຄຸນນະພາບຂອງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ, ແບບແຜນນຳພາ ແລະເຮັດວຽກຕະຫຼອດຮອດໃນການເຝິກຝົນຫຼໍ່ຫຼອມ ແລະພັດທະນາຊາວໜຸ່ມເພື່ອເປັນກຳລັງແຮງຂອງພັກ.

         2. ຕໍ່ກັບການມອບຫຼຽນນີ້ເວົ້າແທ້ຫຼຽນກາລະນຶກ 65ປີ ເປັນຫຼຽນທີ່ຊາວໜຸ່ມເຮົາໄດ້ມີການຄອງຄອຍມາຫຼາຍປີຈົນມາຮອດປັດຈຸບັນກອງປະຊຸມ ກົມການເມືອງສູນກາງພັກຮ່ວມກັບຄະນະເລຂາທິການສູນກາງພັກຄັ້ງວັນທີ 29-30 ກໍລະກົດ 2021 ເພີ່ນໄດ້ຕົກລົງເຫັນດີໃຫ້ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຜະລິດ ແລະມອບຫຼຽນກາລະນຶກ 65 ປີ ແລະໃຫ້ໃສ່ຊື່ວ່າ: “ຫຼຽນຊາວໜຸ່ມຕະລຸມບອນ ແລະຫຼຽນກາລະນຶກ 65ປີ”ຍ້ອນພັກເຫັນໄດ້ຜົນງານ, ການເສຍສະຫຼະ, ການປະກອບສ່ວນໃນຂະບວນການປະຕິວັດຊາດ ກໍ່ຄືຂະບວນການຕໍ່ສູ້ກູ້ຊາດຂອງຊາວໜຸ່ມຮຸ່ນກ່ອນກໍ່ຄືຄະນະຊາວໜຸ່ມແຕ່ລະຂັ້ນໃນປັດຈຸບັນທີ່ມີຂະບວນການຟົດຟື້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ແລະກາຍເປັນຜູ້ສືບທອດພາລະກິດປະຕິວັດຢ່າງແທ້ຈິງໃນອານາຄົດ.

         3. ຮຽກຮ້ອງມາຍັງຄະນະຊາວໜຸ່ມກໍ່ຄືສະມາຊິກຊາວໜຸ່ມຈົ່ງສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດດ້ວຍຫຼາຍຮູບ, ຫຼາຍແບບ, ຫຼາຍວິທີໃຫ້ແທດເໝາະກັບແຕ່ລະເປົ້າໝາຍໂດຍສະເພາະແມ່ນສະມາຊິກຊາວໜຸ່ມທີ່ເປັນສະມາຊິກພັກ, ຕ້ອງເອົາໃຈໃສ່ຕິດຕາມການປ່ຽນແປງ ຫຼື ຜັນແປຂອງສະພາບແນວຄິດຂອງສະມາຊິກເພື່ອມີວິທີການນໍາພາອັນຖືກຕ້ອງໃນສະພາບການພາກພື້ນ, ສາກົນ ແລະພາຍໃນປະເທດມີຄວາມສັບສົນຫຍຸ້ງຍາກພ້ອມກັນຮັກສາມູນເຊື້ອທີ່ຊາວໜຸ່ມສະຖາບັນເຮົາຍາດມາໄດ້ໃນໄລຍະຜ່ານມາ ແລະພ້ອມກັນຍາດໃຫ້ໄດ້ຜົນງານໃໝ່ຍິ່ງໃຫຍ່ກວ່າເກົ່າ.

         4. ຍູ້ແຮງຂະບວນການ 4 ບຸກ, ຂະບວນການເຄື່ອນໄຫວວຽກງານປຈຳປີຕິດພັນກັບຂະບວນການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ຂໍ້ແຂ່ງຂັນຂອງສະຖາບັນເປັນຕົ້ນແມ່ນ ຂໍ້ແຂ່ງຂັນພະນັກງານດີເດັ່ນ, ຄູ-ອາຈານສອນດີ-ສອນເກັ່ງ, ນັກສຶກສາຮຽນເກັ່ງ-ມີວິໄນດີໃຫ້ມີຄວາມຟົດຟື້ນ, ຫ້າວຫັນ, ມີເນື້ອໃນຕິດພັນກັບການສຶກສາອົບຮົມ, ແນໃສ່ເຝິກຝົນຫຼໍ່ຫຼອມໃນຂະບວນການຕົວຈິງ, ບັນຫາສຳຄັນຢູ່ໃນການເຄື່ອນໄຫວວຽກງານຂະບວນການໃຫ້ມີຄຸນນະພາບ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ