ໂດຍປະຕິບັດຕາມແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບກີລາ-ສິລະປະ-ວັນນະຄະດີກ່ຽວກັບການເຄື່ອນໄຫວວຽກງານກີລາ-ສິລະປະວັນນະຄະດີ ການແຂ່ງຂັນກີລາ​ຊີງຂັນຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ XI 2023 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ແລະວັນສໍາຄັນຕ່າງໆຂອງຊາດ.

ໃນແລງວັນທີ 04 ເມສາ 2023 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດເເຂ່ງຂັນກີລາ ແລະສິລະປະ-ວັນນະຄະດີ ຊີງຂັນຫົວໜ້າ ສມປຊ ຄັ້ງທີ XI ປະຈໍາສົກ 2022-2023 ຢ່າງເປັນຂະບວນຟົດຟື້ນ.

ໃນພິທີໃຫ້ກຽດເຂົ້າຮ່ວມຮັບຊົມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ສມປຊ, ຫົວໜ້າ ສມປຊ, ພ້ອມດ້ວຍຄະນະພັກ, ຄະນະອຳນວຍການ, ມີຄະນະກົມ, ຄະນະຕ່າງໆ, ສູນຕ່າງໆ, ອົງການຈັດຕັ້ງມະຫາຊົນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ສມປຊ ເຂົ້າຮ່ວມຢ່າງພ້ອມພຽງ. ກ່ອນຈະເຂົ້າສູ່ພິທີປິດຜູ້ເຂົ້າຮ່ວມໃນພິທີໄດ້ຮັບຊົມການແຂ່ງຂັນສິລະປະ, ບົດຟ້ອນ, ຮ້ອງເພງ ແລະຂັບລຳ ຊຶ່ງເນື້ອໃນດັ່ງກ່າວ ແມ່ນໄດ້ສ່ອງແສງ ໃຫ້ເຫັນເຖິງນ້ຳໃຈຮັກປະເທດຊາດ ນຳພາການປະຕິວັດ ພາຍໃຕ້ຄັນທຸງຂອງພັກປະຊາຊົນປະຕິວັດລາວ.

ຫຼັງຈາກສຳເລັດການແຂ່ງຂັນແລ້ວ ທ່ານ ປທ ແສງຈັນ ຈັນທະສຸກ ຫົວໜ້າຄະນະຮັບຜິດຊອບກີລາ-ສິລະປະ-ວັນນະຄະດີ ໄດ້ເປັນກຽດຂຶ້ນຜ່ານເນື້ອໃນບົດສະຫຼຸບຕະຫຼອດໄລຍະຂອງການແຂ່ງຂັນ ຊຶ່ງໄດ້ຜ່ານການເປີດຂະບວນການແຂ່ງຂັນເຫັນວ່າ: ການຈັດຕັ້ງການແຂ່ງຂັນກີລາໃນຄັ້ງນີ້ ແມ່ນໄດ້ດຳເນີນໄປດ້ວຍບັນຍາກາດຄຶກຄືນ, ເບີກບານມ່ວນຊື່ນ ແລະ ຮັກສາໄດ້ເຖິງໄມຕີຈິດມິດຕະພາບ, ຄວາມສາມັກຄີ, ຮູ້ເສຍ, ຮູ້ຊະນະ ແລະຮູ້ໃຫ້ອະໄພ ເຊິ່ງກັນແລະກັນ, ໂດຍຖືເອົາກີລາ ເປັນບ່ອນແລກປ່ຽນບົດຮຽນ ແລະຫຼິ້ນກີລາເພື່ອຄວາມສາມັກຄີ ແລະເພື່ອອອກກຳລັງກາຍບໍ່ຫວັງແຕ່ຜົນຊະນະຢ່າງດຽວ ເຊິ່ງຕະຫຼອດໄລຍະຂອງການແຂ່ງຂັນກີລາແຕ່ລະປະເພດ ຈຶ່ງສາມາດເຫັນໄດ້ເຖິງຫ້ອງຮຽນ ແລະບຸກຄົນດີເດັ່ນ, ຫ້າວຫັນ, ປະກອບສ່ວນຢ່າງຕັ້ງໜ້າໃນການເຄື່ອນໄຫວກີລາໃນຄັ້ງນີ້. ເຊິ່ງວ່າຫຼາຍພາກສ່ວນ ໄດ້ໃຫ້ຄວາມສົນໃຈ, ໃຫ້ຄວາມສຳຄັນ, ຕໍ່ກັບຂະບວນການຄັ້ງນີ້ ເອົາໃຈໃສ່ປະກອບສ່ວນ, ການສະໜັບສະໜູນ ເຮັດໃຫ້ຂະບວນການໃນຄັ້ງນີ້ ສາມາດດຳເນີນໄປຕາມທິດທາງ, ແຜນການ ແລະມີຜົນສຳເລັດໄປດ້ວຍດີ. ສາມາດເຫັນໄດ້ເຖິງບຸກຄົນ, ພາກສ່ວນ ຂອງອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ພາຍນອກ ທີ່ມີຜົນງານດີເດັ່ນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານດັ່ງກ່າວນີ້, ສາມາດດຶງດູດເອົາພະນັກງານ, ຄູ-ອາຈານ, ນັກສຶກສາຈຳນວນຫຼວງຫຼາຍເຂົ້າຮ່ວມຂະບວນການຕາມຈຸດປະສົງ ແລະສາມາດເຫັນໄດ້ທ່າແຮງບົ່ມຊ້ອນ, ພອນສະຫວັນ ແລະພອນສະແຫວງ ຂອງບຸກຄົນ ທີ່ສະແດງອອກຢ່າງຫ້າວຫັນ ພ້ອມທັງມີແນວຄິດສ້າງສັນ ເຊິ່ງສະແດງອອກໃນການແຂ່ງຂັນດ້ວຍໄຫວພິບ, ມີຄວາມຄ່ອງແຄ້ວຖືກຕ້ອງຕາມລະບຽບຂອງການແຂ່ງຂັນ. ແຕ່ລະພາກສ່ວນ ໄດ້ມີໂອກາດພົບປະສ້າງສັນ, ແລກປ່ຽນບົດຮຽນເຊິ່ງກັນແລະກັນ, ສ້າງໄດ້ຄວາມສາມັກຄີ ການຫຼີ້ນກີລາເພື່ອສຸຂະພາບ ແລະມິດຕະພາບ ລະຫວ່າງ ພະນັກງານ, ຄູ-ອາຈານ ກັບ ນັກສຶກສາ ແລະລະຫວ່າງ ນັກສຶກສາດ້ວຍກັນ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ມີຄວາມເບີກບານມ່ວນຊື່ນ ພ້ອມທັງເສີມສ້າງໃຫ້ມີສຸຂະພາບທີ່ເຂັ້ມແຂງ. ອົງການຈັດຕັ້ງມະຫາຊົນ, ຄະນະຮັບຜິດຊອບກີລາ-ສິລະປະ-ວັນນະຄະດີ ແລະຄະນະຮັບຜິດຊອບແຕ່ອະນຸກຳມະການ ກໍໄດ້ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດຕິດແທດ ແລະສາມາດຖອດຖອນບົດຮຽນຈາກພຶດຕິກຳໃນຂະບວນການນີ້.

ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດ ການແຂ່ງຂັນກີລາ ໃນໄລຍະ 04 ເດືອນກວ່າຜ່ານມາເຊິ່ງນັບແຕ່ວັນທີ 13 ທັນວາ2023 ຮອດປັດຈຸບັນ ໄດ້ສໍາເລັດການແຂ່ງຂັນ 03 ປະເພດກີລາ 7 ລາຍການແຂ່ງຂັນ ລາຍລະອຽດດັ່ງນີ້:

1. ກີລາບານເຕະຊາຍທົ່ວໄປ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ມີ 3 ລາງວັນ, ຜົນການແຂງ ຂັນມີດັ່ງນີ້:

ກີລາບານເຕະຊາຍ.

+ທີມຊະນະເລີດ (ປະເພດ 1) ທີມພະນັກງານ, ຄູ-ອາຈານ ກ

+ທີມຮອງຊະນະເລີດ ປະລິນຍາໂທ ຮຸີນທີ 17 ກ

+ທີມຮອງຊະນະເລີດ (ປະເພດ 3) ອະນຸປະລິນຍາຮູ່ນທີ 19

ກີລາບານເຕະຍິງ

+ ທີມຊະນະເລີດ (ປະເພດ 1) ພະນັກງານ, ຄູ-ອາຈານ ກ

+ ທີມຮອງຊະນະເລີດ ປະລິນຍາໂທ ຮຸີນທີ 17 ກ

+ ທີມຮອງຊະນະເລີດ (ປະເພດ 3) ປະລິນຍາຕີ 25 ຫ້ອງ ກ

2. ກີລາເປຕັງຊາຍ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 12 ທີມ ມີ 3 ລາງວັນ, ຜົນການແຂ່ງຂັນມີດັ່ງນີ້:

– ກີລາເປຕັ່ງຊາຍ

+ທີມຊະນະເລີດ (ປະເພດ 1) ນັກສຶກສາປະລິນຍາໂທ 18 ຫ້ອງ ຂໍ

+ທີມຮອງຊະນະເລີດ (ປະເພດ 2) ພະນັກງານ, ຄູ-ອາຈານ 1

+ທີມຮອງຊະນະເລີດ (ປະເພດ 3) ນັກສຶກສາປະລິນຍາຕີ 25 ຫ້ອງ ກ

– ກີລາເປຕັງຍິງ

+ທີມຊະນະເລີດ (ປະເພດ 1) ນັກສຶກສາປະລິນຍາຕີ 25 ຫ້ອງ ກ

+ທີມຮອງຊະນະເລີດ (ປະເພດ 2) ນັກສຶກສາປະລິນຍາໂທ ຮຸ່ນທີ 18 ຫ້ອງ ກ

+ທີມຮອງຊະນະເລີດ (ປະເພດ 3) ນັກສຶກສາປະລິນຍາຕີ 25 ຫ້ອງ ກ

3. ກີລາບານສົ່ງ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 8  ທີມ ມີ 3 ລາງວັນ, ຜົນການແຂງ ຂັນມີດັ່ງນີ້:

– ກີລາບານສົ່ງຊາຍ

+ທີມຊະນະເລີດ (ປະເພດ 1) ນັກສຶກສາປະລິນຍາຕີ 25 ຫ້ອງ ຂ

+ທີມຮອງຊະນະເລີດ (ປະເພດ 2) ນັກສຶກສາປະລິນຍາໂທ 18 ຫ້ອງ ຂ

+ທີມຮອງຊະນະເລີດ (ປະເພດ 3) ພະນັກງານ, ຄູ-ອາຈານ

– ບານສົ່ງຍິງ

+ ທີມຊະນະເລີດ (ປະເພດ 1) ພະນັກງານ, ຄູ-ອາຈານ

+ທີມຮອງຊະນະເລີດ (ປະເພດ 2) ນັກສຶກສາປະລິນຍາຕີ 25 ຫ້ອງ ກ

+ທີມຮອງຊະນະເລີດ (ປະເພດ 3) ນັກສຶກສາປະລິນຍາໂທ 18 ຫ້ອງ ກ

4. ກີລາກະຕໍ້ຫວາຍ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ມີ 3 ລາງວັນ, ຜົນການແຂ່ງຂັນມີດັ່ງນີ້:

– ທີມຊະນະເລີດ (ປະເພດ 1) ນັກສຶກສາປະລິນຍາຕີ 25 ຫ້ອງ ກ

– ທີມຮອງຊະນະເລີດ (ປະເພດ 2) ນັກສຶກສາປະລິນຍາໂທ ຮຸ່ນທີ 18 ຫ້ອງ ກ

– ທີມຮອງຊະນະເລີດ (ປະເພດ 3) ນັກສຶກສາປະລິນຍາຕີ 25 ຫ້ອງ ກ

5. ສິລະປະ-ວັນນະຄະດີ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ມີ 3 ລາງວັນ, ຜົນການແຂ່ງຂັນມີດັ່ງນີ້:

– ຟ້ອນລວມໝູ່

+ ທີມຊະນະເລີດ (ປະເພດ 1) ພະນັກງານ, ຄູ-ອາຈານ

+ ທີມຮອງຊະນະເລີດ (ປະເພດ 2) ນັກສຶກສາຂັ້ນສູງ 9 ເດືອນ ຮຸ່ນທີ 1

+ ທີມຮອງຊະນະເລີດ (ປະເພດ 3) ນັກສຶກສາປະລິນຍາໂທ 18 ຫ້ອງ ກ

– ຮ້ອງເພັງ.

+ ທີມຊະນະເລີດ (ປະເພດ 1) ນັກສຶກສາຂັ້ນສູງ 9 ເດືອນ ຮຸ່ນທີ 1

+ ທີມຮອງຊະນະເລີດ (ປະເພດ 2) ນັກສຶກສາຂັ້ນສູງ 9 ເດືອນ ຮຸ່ນທີ 1

+ ທີມຮອງຊະນະເລີດ (ປະເພດ 3) ນັກສຶກສາປະລິນຍາຕີ 25 ຫ້ອງ ຂ

– ຂັບລໍາທ້ອງຖິ່ນ.

+ ທີມຊະນະເລີດ (ປະເພດ 1) ນັກສຶກສາປະລິນຍາຕີ 25 ຫ້ອງ ກ

+ ທີມຮອງຊະນະເລີດ (ປະເພດ 2) ປະລິນຍາໂທ ຮຸ່ນທີ 18 ຫ້ອງ ຂ

+ ທີມຮອງຊະນະເລີດ (ປະເພດ 3) ນັກສຶກສາປະລິນຍາຕີ 25 ຫ້ອງ ຂ

ຕອນທ້າຍພິທີ ທ່ານ ຮສ ພູວົງ ອຸ່ນຄຳແສນ ມີຄໍາເຫັນໂອ້ລົມຕໍ່ວຽກງານກີລາ, ສິລະປະ-ວັນນະຄະດີໃນຕໍ່ໜ້າມີດັ່ງນີ້: ການກີລາ, ສິລະປະ-ວັນນະຄະດີ ໃນການແຂງຂັນຄັ້ງນີ້ແມ່ນຢາກເນັ້ນໜັກເຖິງຄວາມສາມັກຄີ, ຄວາມເປັນຈິດໜຶ່ງໃຈດຽວກັນ; ຈາກການຍ້ອງຍໍຂໍໃຫ້ສ່ອງແສງເຖິງຄວາມເປັນຈິງ ແລະຄວາມເປັນເອກະພາບ. ເນັ້ນເຖິງນັກສຶກສາທີ່ບໍາລຸງຢູ ສມປຊ ໃຫ້ຖືເອົາຂະບວນການດັ່ງກ່າວເປັນຂະບວນທີ່ດຶງດູດເຕົ້າໂຮມກໍາລັງແຮງ ເຖິງວ່າຈະບໍ່ມີຂະບວນການກີລາ ແຕ່ກໍ່ຍັງມີຂະບວນການອອກແຮງງານ ເພື່ອຜ່ອນຄາຍ ຂໍໃຫ້ສືບຕໍ່ການຮຽນ-ການສອນ ໃຫ້ຖືຂະບວນການດັ່ງກ່າວເປັນຂະບວນການທີ່ສໍາຄັນ ແລະຂໍໃຫ້ບັນດາຂະບວນ ກີລາ, ສີລະປະ-ວັນນະຄະດີເປັນຂະບວນການໜຶ່ງໃນການຈັດຕັ້ງປະຕິບັດໃນການອວຍພອນສ້າງສັນເຊິ່ງກັນແລະກັນ ແລະຜຸກແໜ້ນຄວາມສາມັກຄີໃຫ້ໜັກແໜ້ນຍິ່ງໆຂຶ້ນ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ



ຂ່າວອື່ນໆ