Category: ຂ່າວກິດຈະກຳ-ກິລາ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສ້າງຂະບວນການຕ້ອນຮັບວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ຢ່າງສຸດໃຈ….

ຂະບວນການຄັ້ງນີ້, ຄະນະກິລາສິລິປະ-ວັນນະຄະດີ ສມປຊ ໄດ້ເປີດການແຂ່ງຂັນກີລາ ບານເຕະຊາຍ ແລະດຶງເຊືອກ ຍິງ. ມີທີມນັກກີລາ ພະນັກງານ, ຄູ-ອາຈານ, ທີມ ນັກສຶກສາ ທິດສະດີການເມືອງຂັ້ນສູງ ຮຸ່ນທີ 1-3. (ປະມວນຮູບພາບ) ຂ່າວ/ພາບ: ຕາອັອດ ແສນທະວີສຸກບັນນາທິການ: ປທ ບຸນປັນ ສຸມຸນທອງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮັບເຄື່ອງອຸປະຖໍາຈາກຊຸດເຝິກອົບຮົມທິດສະດີການເມືອງ 3 ເດືອນ ຮຸ່ນທີ I ຈາກສະພາແຫ່ງຊາດ

ເພື່ອເປັນການຊຸກຍູ້ ແລະອໍານວຍຄວາມສະດວກທາງດ້ານກິລາ, ໃນຕອນແລງຂອງວັນທີ 16 ມິຖຸນາ 2023 ທີ່ເດີ່ນເຕະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຊຸດເຝິກອົບຮົມທິດສະດີການເມືອງ 3 ເດືອນຮຸ່ນທີ I ຈາກສະພາແຫ່ງຊາດໄດ້ອຸປະຖໍາອຸປະກອນກິລາເຊິ່ງປະກອບມີ: ປ້າຍຄະແນນເດີ່ນເຕະບານ 1 ປ້າຍ; ບານເຕະ 2 ໜ່ວຍ; ຕາໜ່າງໂກນເດີ່ນເຕະບານຈໍານວນ 2 ຄູ່.         ລວມມູນຄ່າທັງໜົດ 4,000,000 ກີບ, ໂດຍມີຕາງໜ້າຊຸດເຝິກອົບຮົມທິດສະດີການເມືອງ 3…

ພິທີປິດຂະບວນການເເຂ່ງຂັນກີລາ-ສິລະປະວັນນະຄະດີ ຊີງຂັນຫົວໜ້າ ສມປຊ ຄັ້ງທີ XI ປະຈໍາສົກ 2022-2023

ໂດຍປະຕິບັດຕາມແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບກີລາ-ສິລະປະ-ວັນນະຄະດີກ່ຽວກັບການເຄື່ອນໄຫວວຽກງານກີລາ-ສິລະປະວັນນະຄະດີ ການແຂ່ງຂັນກີລາ​ຊີງຂັນຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ XI 2023 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ແລະວັນສໍາຄັນຕ່າງໆຂອງຊາດ. ໃນແລງວັນທີ 04 ເມສາ 2023 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດເເຂ່ງຂັນກີລາ ແລະສິລະປະ-ວັນນະຄະດີ ຊີງຂັນຫົວໜ້າ ສມປຊ…

ກີລາມິດຕະພາບ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພົບກັບການນຳຂອງແຂວງ, ເມືອງ, ນັກທຸລະກິດ ແລະສະມາຄົມນັກສຶກສາ ແຂວງບໍລິຄຳໄຊ

ການນຳຂອງແຂວງບໍລິຄຳໄຊ ພ້ອມດ້ວຍ ສະມາຄົມນັກສຶກສາ ສມປຊ ແຂວງບໍລິຄຳໄຊ ແລະ ຄະນະພັກ, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາາດ ໄດ້ສ້າງຂະບວນການແຂ່ງຂັນກີລາມິດຕະພາບເຊັ່ນ: ບານເຕະ ແລະ ກີລາເປຕັງ ຢູ່ທີ່ເດີ່ນກີລາ ສມປຊ ໃນຕອນເຊົ້າວັນທີ 25 ມິຖຸນາ 2022, ໂດຍການເຂົ້າຮ່ວມຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ທ່ານ…