ຂ່າວຫຼ້າສຸດ

ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະວາງທິດທາງແຜນການ ປີ 2026 ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກອງ​​ປະ​ຊຸມກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງແລະ ​ການ​ປົກ​ຄອງ ​ແຂວງໄຊຍະບູລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນສູງ ລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I ພິທີປິດ ຂະບວນການກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມປຶກສາຫາລື ວຽກງານການພົວພັນຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ

ແພດໝໍໂຮງໝໍເມືອງໄຊທານີ ລົງສັກວັກຊິນຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ການສັກວັກຊິນຕ້ານໂຄວິດ 19 ແມ່ນເປັນວິທີທີ່ດີໃນການສ້າງພູມຄຸ້ມກັນ ແລະສາມາດຫຼຸດຜ່ອນຄວາມຮຸນແຮງເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ19, ແລະຕັດຕ່ອງໂສ້ການແຜ່ລະບາດຂອງພະຍາດດັ່ງກ່າວ. ດັ່ງນັ້ນ, ແພດໝໍໂຮງໝໍເມືອງໄຊທານີ ໄດ້ລົງເຄຶ່ອນໄຫວສັກວັກຊິນ ຊື່ງນໍາໂດຍ: ທ່ານ ດຣ ນ. ດາວວີ ດວງບຸດດີ ອຳນວຍການໂຮງໝໍເມືອງໄຊທານີ ພ້ອມດ້ວຍແພດ 4 ທ່ານ ໄດ້ລົງເຄື່ອນໄຫວສັກວັກຊິນເຂັມທີ 3 ໃຫ້ພະນັກງານບຳນານ, ພະນັກງານ, ຄູ-ອາຈານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຕອນແລງຂອງວັນທີ 21…

ສໍາເລັດຊຸດເຝິກອົບຮົມພາສາຈີນ ຊຸດທີ I ໃຫ້ແກ່ ພະນັກງານ, ຄູ-ອາຈານ ຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

  ຊຸດເຝິກອົບຮົມພາສາຈີນແມ່ນໂຄງການໜຶ່ງທີ່ນອນໃນວຽກງານ ຂອງຫ້ອງຮຽນຂົງຈືສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພາຍໃຕ້ຄວາມຮັບຜິດຊອບ ຂອງຫ້ອງການ ສມປຊ, ກົມຈັດຕັ້ງ-ພະນັກງານ ແລະສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ. ໂດຍໄດ້ຄັດເລືອກເອົາພະນັກງານ, ຄູ-ອາຈານຈາກບັນດາກົມຕ່າງໆເປັນຕົ້ນແມ່ນ: ຄະນະວິຊາ, ສູນ, ຫ້ອງການ ພາຍໃນ ສມປຊ ລວມທັງໝົດ 22 ທ່ານ, ຍິງ 8 ທ່ານ. ເລີ່ມຈັດຕັ້ງການຮຽນ-ການສອນ ຕັ້ງແຕ່ວັນທີ 10 ມີນາ 2021 ຈົນມາເຖິງເດືອນທັນວາ…

ໜ່ວຍ​ພັກຮາກຖານ ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ-ຄະນະປັດຊະຍາ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ

ໜ່ວຍ​ພັກຮາກຖານ ຄະນະກໍ່ສ້າງພັກ ແລະປະຫວັດສາດພັກ-ຄະນະປັດຊະຍາ ​ໄດ້ຈັດ​ພິທີ​​ເລື່ອນ​ສະມາຊິກ​ພັກ​ສຳຮອງ​​ຂຶ້ນເປັນສະມາຊິກ​ພັກສົມ​ບູນ ຢູ່​ທີ່ຫ້ອງ​ປະຊຸມຂອງສູນຂໍ້ມູນຂ່າວສານ ການເມືອງ ແລະການປົກຄອງ ຊັ້ນ 5, ​ໂດຍ​ການ​ເປັນ​ປະທານ​ ຂອງ​ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ,ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.      ໃນ​ພິທີ​ດັ່ງກ່າວ ສະຫາຍ ວິໄລສິດ ພິມພັກດີ ຮອງຫົວໜ້າພະແນກພັກ-ປ້ອງກັນພັກ ​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍການ​ເລື່ອນສະມາຊິກ​ພັກ​ສຳຮອງ​​ເປັນສະມາຊິ​ກພັກສົມ​ບູນ 2 ສະຫາຍຄື: ສະຫາຍ ນ.…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມສຳມະນາວິທະຍາສາດຫົວຂໍ້: “ວັດທະນະທຳ ກັບການພັດທະນາແບບຍືນຍົງ”

         ການສຳມະນາຫົວຂໍ້: “ວັດທະນະທຳ ກັບການພັດທະນາແບບຍືນຍົງ” ເປັນຫົວຂໍ້ໜຶ່ງທີ່ສຳຄັນຢ່າງຍິ່ງ ນອກຈາກຈະໄດ້ຮັບຮູ້ບົດຮຽນທາງດ້ານທິດສະດີ ແລະພຶດຕິກຳ ກ່ຽວກັບວັດທະນະທຳກັບການພັດທະນາແບບຍືນຍົງ ຍັງເປັນໂອກາດໃນການແລກປ່ຽນບົດຮຽນຕົວຈິງ ປະກອບສ່ວນເສີມສ້າງ ແລະພັດທະນາຄວາມຮູ້ຂອງພະນັກງານ, ຄູ- ອາຈານ ໃຫ້ມີຄວາມຮູ້ເປັນລະບົບ ແລະອຸດົມສົມບູນຍິ່ງຂຶ້ນ. ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນພຸດ ວັນທີ 12 ມັງກອນ 2022 ຢູ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໂດຍການເປັນປະທານ ຂອງ ທ່ານ ປທ ນ. ບຸນມີ…

ຂ່າວອື່ນໆ