ໃນຕອນເຊົ້າຂອງວັນ​ທີ 19 ມີຖຸນາ 2023 ທີ່ຫ້ອງປະຊຸມ ຂອງເມືອງສິງ ແຂວງຫຼວງນໍ້າທາ ໄດ້​ຈັດ​ພິທີ​ເປີດ​ການເຝິກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນຊຸດທີ IV ໃຫ້ເລຂາພັກບ້ານ, ນາຍບ້ານ ໃນຄັ້ງນີ້ມີນັກເຝິກອົບຮົມ ຈໍານວນທັງໝົດ 30 ທ່ານ, ຍິງ 02 ທ່ານ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ທັງນີ້ກໍເພື່ອເປັນການຈັດຕັ້ງ​ປະຕິບັດຕາມ​ເນື້ອ​ໃນ ຂອງກອງປະຊຸມໃຫຍ່ຂອງ​ພັກ​ໃນແຕ່ລະໄລຍະໃຫ້​ປະກົດ​ຜົນ​ເປັນ​ຈິງ. ໃຫ້ກຽດ​ເປັນ​ປະທານໂດຍ: ​ທ່ານ ປທ ຄຳຟອງ ລາດຊະພົນ​ ຮອງ​ເລຂາ​ໜ່ວຍ​ພັກ, ຮອງຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ ​ການ​ປົກຄອງ​ແຂວງ. ​ໃຫ້​ກຽດ​ເຂົ້າ​ຮ່ວມໂດຍມີ:  ​ທ່ານ ປອ ຈັນພິພັກ ກອງຈໍາປາ ກຳມະການ​ພັກແຂວງ​, ເລຂາພັກເມືອງ, ເຈົ້າເມືອງ ເມືອງສິງ ແຂວງຫຼວງນໍ້າທາ; ພ້ອມດ້ວຍບັນດາທ່ານທີ່ເປັນຄະນະຮັບຜິດຊອບການເຝິກອົບຮົມໃນຄັ້ງນີ້, ມີ​ຕົວ​​ແທນ​ມາ​ຈາກ ຫ້ອງ​ວ່າການ​ເມືອງ, ​ໂຄສະນາ​ອົບຮົມ​ເມືອງ, ຄະນະ​ຈັດ​ຕັ້ງ​ເມືອງ, ອົງການຈັດຕັ້ງມະຫາຊົນ ແລະມາຈາກ ປກສ-ປກຊ ອ້ອມຂ້າງພາຍ​ໃນເມືອງ, ​ຕະຫຼອດຮອດພະນັກງານ, ​ຄູ​-ອາຈານ ແລະນັກເ​ຝິກ​ອົບຮົມເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ຫຼັງ​ຈາກ​ນັ້ນ, ທ່ານ ປອ ບຸນຕຽງ ບຸນຫຼ້າແຝງ ຫົວໜ້າ​ຂະແໜງວິຊາ​ການ ​​ໄດ້​ຂຶ້ນ​ຜ່ານ​ບົດສະຫຼຸບການຈັດຕັ້ງປະຕິບັດການ​ຮຽນ-ການ​ສອນ. ທາງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາໄດ້ເລີ່ມຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນໃຫ້ນັກເຝິກອົບຮົມທິດສະດີການເມືອງ-ການປົກຄອງໂຄງການຫຼັກສູດ 10 ວັນຊຸດທີ IV ​ເມືອງ​ສິງເລີ່ມແຕ່ວັນທີ 20​ມີຖຸນາ 2023ເປັນຕົ້ນໄປ. ສ່ວນ​ເນື້ອ​ໃນ​ບົດຮຽນລວມມີ 03  ພາກວິຊາຮຽນມີ 19  ບົດ, ມີ 87 ຊົ່ວໂມງເທົ່ກັບ 4,68 ໜ່ວຍກິດ. ພວກເຮົາໄດ້ຈັດຕັ້ງປະຕິບັດຕົວຈິງມີລາຍລະອຽດດັ່ງນີ້:

ລໍ​າດັບວິຊາ​ຮຽນຈໍານວນ​ບົດຊົ່​ໂມງ
01ພາກ​ທີ 1: ທິດ​ທາງ​ລວມ4 ບົດ18 ຊົ່ວ​ໂມງ
02ພາກ​ທີ 2: ວຽກ​ງານ​ພັກ7 ບົດ25 ຊົ່ວ​ໂມງ
03ພາກ​ທີ 3: ວຽກ​ງານ​ບໍລິຫານ ​ແລະ​ການ​ປົກຄອງ8 ບົດ​32 ຊົ່ວ​ໂມງ
ລວມ:19 ບົດ75 ຊົ່ວ​ໂມງ

           – ໃນນີ້, ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ນຳໃຊ້ຄູ-ອາຈານພາຍໃນຂຶ້ນຫ້ອງສິດສອນ 100%.

ໃນຕອນທ້າຍ; ທ່ານ ປອ ຈັນພິພັກ ກອງຈໍາປາ ກຳມະການ​ປະຈຳພັກແຂວງ​, ເລຂາພັກເມືອງ, ເຈົ້າເມືອງ ເມືອງສິງ ແຂວງຫຼວງນໍ້າທາ; ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ພິທີເ​ປີດ​ຊຸດ​ຮຽນ​ ຊຶ່ງ​ທ່ານ​ໄດ້​​ຮຽກຮ້ອງໃຫ້ນັກເຝິກອົບຮົມຈົ່ງພ້ອມກັນສູ້ຊົນໃຫ້ສຳເລັດຕາມລະດັບຄາດໝາຍ ທີ່ທາງໂຮງຮຽນໄດ້ວາງໄວ້. ການ​ຄົ້ນຄວ້າ​ຮ່ຳຮຽນທິດສະດີການເມືອງ-ການປົກຄອງ​ໃນຄັ້ງນີ້ບັນດານັກເຝິກອົບຮົມຕ້ອງຖືເປັນ​ສຳຄັນ ແລະໝູນໃສ່ເຂົ້າໃນ​ການນໍາພາ-ຊີ້ນໍາວຽກງານຕົວຈິງໃຫ້ແກ່ສະມາຊິກພາຍໃນບ້ານ ຂອງຕົນໃຫ້ມີປະສິດທິຜົນຂຶ້ນໄປເລື້ອຍໆ.

ຂ່າວ/ພາບ: ປທ ນ. ມະນີລາ ແກ້ວລະກຳ ໂຮງຮຽນ​ການ​ເມືອງ ​ແລະ ​ການ​ປົກຄອງ​ແຂວງຫຼວງນ້ຳທາ
ບັນນາທິການ: ປທ ບຸນປັນ ສຸມນທອງ

ຂ່າວອື່ນໆ