ໃນຕອນເຊົ້າຂອງວັນທີ 23ມິຖຸນາ 2023 ນີ້ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ບໍ່ແກ້ວ ໄດ້ຈັດພິທີປິດ ຊຸດຮຽນທິດສະດີການເມືອງ ຂັ້ນກາງຮຸ່ນທີ I  ແລະພິທີເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ II ຂຶ້ນຢູ່ທີ່ສະໂມສອນ, ໃຫ້ກຽດການເປັນປະທານໂດຍ: ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄຳ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນຳວຽກງານໂຮງຮຽນການເມືອງ-ການປົກຄອງແຂວງ, ພ້ອມດ້ວຍ ທ່ານ ປ​ທ ຄຳ​ແສງ ສຸ​ລິ​ຍະ​ວົງ, ​ກຳ​ມະ​ການ​ພັກ​ແຂວງ, ຫົວ​ໜ້າ​ໂຮງ​ຮຽນ​ການ​ເມືອງ – ການ​ປົກ​ຄອງແຂວງບໍ່​ແກ້ວ, ຜູ້ເຂົ້າຮ່ວມມີ ຕາງໜ້າຫົວໜ້າ, ຮອງຫົວໜ້າພະແນກການ-ອົງການອ້ອມຂ້າງແຂວງ, ຄະນະນໍາໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະພະນັກງານ, ຄູ-ອາຈານ ແລະນັກສຶກສາທິດສະດີການເມືອງ ແລະ ການປົກຄອງກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ, ທ່ານ ປທ ຄຳແສງ ສຸລິຍະວົງ ໄດ້ຂຶ້ນຜ່ານບົດສະຫຼຸບການຮຽນ-ການສອນ ຊຶ່ງຜ່ານການຄົ້ນຄວ້າຮ່ຳຮຽນເຫັນວ່າ: ນັກສຶກສາສ່ວນຫຼາຍ ແມ່ນໄດ້ມີຄວາມຮັບຮູ້ໃໝ່ ແລະກຳແໜ້ນບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ແນວຄິດໄກສອນ; ພ້ອມກັນນັ້ນກໍເຊື່ອມຊຶມ ແລະກຳແໜ້ນແນວທາງນະໂຍບາຍຂອງພັກ, ທັງຮູ້ສົມທຽບ ລະຫວ່າງ ທິດສະດີ ແລະພຶດຕິກຳຕົວຈິງໄດ້ຢ່າງເລິກເຊິ່ງ. ສັງລວມແລ້ວສາມາດຕີລາຄາໄດ້ ນັກສຶກສາມີຄວາມຮູ້ດ້ານທິດສະດີການເມືອງ ແລະ ການປົກຄອງຢ່າງເປັນລະບົບໃນລະດັບທີ່ແນ່ນອນ, ເຊິ່ງສະແດງອອກໃນຜົນຂອງຄະແນນສະເລ່ຍ ໃນຕະຫຼອດຊຸດຮຽນດັ່ງນີ້:

A = 24 ສະຫາຍ, ຍິງ 5 ສະຫາຍ, ເທົ່າກັບ 40 %

B+= 26 ສະຫາຍ, ຍິງ 4 ສະຫາຍ ເທົ່າກັບ 43.33%

B = 10 ສະຫາຍ, ຍິງ 0 ສະຫາຍ; ເທົ່າກັບ 16.66%

– ຄະແນນການເກັບກຳຂໍ້ມູນ ຂຽນບົດປ້ອງກັນຈົບຂັ້ນເຊິ່ງສະແດງອອກ ດັ່ງນີ້:

A = 54 ສະຫາຍ, ຍິງ 9 ສະຫາຍ, ເທົ່າກັບ 90 %

B+ = 6 ສະຫາຍ, ຍິງ 0 ສະຫາຍ, ເທົ່າກັບ 10%

ໃນພິທີຍັງໃຫ້ຮູ້ວ່າ: ທ່ານ ປທ ຫິມມະກອນ ສະຕິ ໄດ້ຜ່ານມະຕິຕົກລົງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດການເປີດຊຸດຮຽນຂັ້ນກາງ ຮຸ່ນທີ II ຂອງແຂວງບໍ່ແກ້ວ ເຊິ່ງເປົ້າໜາຍຜູ້ເຂົ້າຮຽນ ແມ່ນພະນັກງານຫຼັກແຫຼ່ງ ນໍາພາ-ຄຸ້ມຄອງ, ນາຍທະຫານ-ຕໍາຫຼວດ ຢູ່ຂັ້ນແຂວງເມືອງ ແລະ ຮາກຖານ ໃນນັ້ນນັກສຶກສາຂັ້ນກາງປະກອບມີ 58 ທ່ານ, ຍິງ 9 ທ່ານ. ຫຼັກສູດທິດສະດີການເມືອງຂັ້ນກາງ ໃຊ້ເວລາຮຽນທັງໜົດ 6 ເດືອນ ຫຼືເທົ່າກັບ 29 ອາທິດ ຫຼື 145 ວັນ, ເທົ່າກັບ 720 ຊົ່ວໂມງ.

ໃນຕອນທ້າຍພິທີ ຍັງໄດ້ຮັບຟັງການໂອ້ລົມຈາກຄະນະປະທານຕື່ມອີກ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ກັບນັກຮຽນທິດສະດີການເມືອງ ແລະ ການປົກຄອງຂັ້ນກາງຮຸ່ນທີ I, ຂັ້ນກາງຮຸ່ນທີ II ແລະໄດ້ໃຫ້ທິດຊີ້ນໍາການ ຈັດຕັ້ງປະຕິບັດຫຼັກສູດວ່າ:

– ຂັ້ນກາງຮຸ່ນທີ I

1). ຕ້ອງເປັນເຈົ້າການຄົ້ນຄວ້າກໍາແໜ້ນ ແລະຈັດຕັ້ງຜັນຂະຫຍາຍ, ​ຖ່າຍ​ທອດ​ຄວາມ​ຮູ້ບົດ​ຮຽນ ໃຫ້​ຜູ້​ທີ່​ບໍ່​ທັນ​ໄດ້​ຮຽນ​ເພື່ອ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ ໃຫ້ເກີດມີການຫັນປ່ຽນທີ່ຕັ້ງໜ້າ,ມີການປັບປຸງໄປໃນທາງທີ່ດີຂຶ້ນ, ກ້າວໜ້າກວ່າເກົ່າໃນການປະຕິ ບັດໜ້າທີ່ການເມືອງຂອງຕົນແລະໃນຂະບວນການຕ່າງໆ;

         2). ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄວາມຮູ້, ຄວາມສາມາດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະແບບແຜນວິທີເຮັດວຽກເພື່ອກຽມພ້ອມເປັນພະນັກ ງານນຳພາຫຼັກແຫຼ່ງທີ່ດີ ຄົບຖ້ວນສົມບູນທາງດ້ານມາດຖານເງື່ອນໄຂ;

         3). ຕັ້ງໜ້າຍົກລະດັບຄວາມຮູ້ຂອງຕົນໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ ໝາຍວ່ານຳເອົາຄວາມຮູ້ທີ່ໄດ້ຮຽນມາໄປນຳໃຊ້ເຂົ້າໃນພຶດຕິກຳ, ກວດສອບ ແລະປັບປຸງມັນໃຫ້ບໍລິບູນ.

– ຂັ້ນກາງຮຸ່ນທີ II

1). ຄວນ​ຮັບຮູ້, ເຂົ້າໃຈເຖິງຈຸດປະສົງເປັນຫຍັງຈຶ່ງຕ້ອງຮຽນທິດສະດີ;

2). ຈະຮຽນທິດສະດີຄືແນວໃດ?

– ການຈັດຕັ້ງປະຕິບັດຫຼັກສູດ.

ກ່ອນອື່ນໝົດຄະນະໜ່ວຍພັກ, ຄະນະອໍານວຍການໂຮງຮຽນ ມີຄວາມສາມັກຄີເປັນເອກະພາບສູງໃຫ້ ການນໍາພາ – ຊີ້ນໍາຢ່າງໃກ້ຊິດຕິດແທດຕໍ່ກັບວຽກງານການຮຽນ-ການສອນ ເພື່ອຮັບປະກັນໃຫ້ຂະບວນວິວັດການຮຽນ-ການສອນ.

ຂ່າວ: ນາງ ທິດດາວອນ ດວງປະເສີດ
ຮູບພາບ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ບໍ່ແກ້ວ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ