ວັນທີ 23 ມິຖຸນານີ້, ສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ ໄດ້ມາເຜີຍແຜ່ວັດທະນະທຳ ບຸນຫໍ່ເຂົ້າຕົ້ມ ແລະຊຸດເຄື່ອງນຸ່ງແຕ່ລະສະໄໝ ໃຫ້ພະນັກງານ, ຄູ-ອາຈານ ສມປຊ ທີ່ກຳລັງຮຽນພາສາຈີນ ຢູ່ຫ້ອງຫ້ອງຮຽນຂົງຈື ສມປຊ ໄດ້ຮຽນຮູ້ປະຫວັດຄວາມເປັນມາປະເພນີ-ວັດທະນະທຳຈີນ. ໃຫ້ກຽດເປັນປະທານໂດຍ: ທ່ານ ປທ ນ ພອນໄຊ ລາດຊະວົງ ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ພ້ອມດ້ວຍ ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈື (ມຊ) ຝ່າຍລາວ ແລະທ່ານ ໂຫຼວໝິງ ຜູ້ອໍານວຍການສະຖາບັນຂົງຈື (ມຊ) ຝ່າຍຈີນ, ມີ ຄູ-ອາຈານ ປະຈຳຫ້ອງຮຽນຂົງຈື ສມປຊ 2 ທ່ານ ແລະເປັນກຽດເຂົ້າຮ່ວມຮັບຊົມ ມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ ແລະສູນຕ່າງໆ.

         ກິດຈະກຳດັ່ງກ່າວ,  ອາຈານ ຟູນານ່າ ແລະອາຈານ ຊືິຊິວນ່າ ໄດ້ບັນຍາຍປະຫວັດຄວາມເປັນມາຂອງປະເພນີ-ວັດທະນະທຳການຫໍ່ເຂົ້າຕົ້ມຊຶ່ງເປັນ​ປະ​ເພ​ນີ​ອັນ​ເກົ່າ​ແກ່​ຂອງ​ຊາວ​ຈີນ​ທີ່​ໄດ້​ສືບ​ທອດ​ກັນ​ມາ​ໃນ​ວັນ​ຂຶ້ນ 5 ຄ່ຳ ເດືອນ 5 ຕາມ​​ປະຕິທິນ​ຂອງ​ທຸກໆ​ປີ, ນອກນັ້ນ, ໄດ້ບັນຍາຍປະເພດເຄື່ອງນຸ່ງຂອງຈີນແຕ່ລະສະໄໝ ພ້ອມທັງໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະໄດ້ລົງມືປະຕິບັດຕົວຈິງເພື່ອໄດ້ສໍາພັດກັບວັດທະນະທຳ-ປະເພນີອັນດີງາມຂອງຈີນທີ່ສືບທອດກັນມາຍາວນານ.

ປະມວນຮູບພາບໃນກິດຈະກຳ

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ