ຂ່າວຫຼ້າສຸດ

ກອງປະຊຸມສຳມະນາວິທະຍາສາດ 6 ແຂວງພາກໃຕ້ ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາ-ຊີ້ນໍາ ຂອງອົງຄະນະພັກຂັ້ນເທິງ ຕໍ່ໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງພາກໃຕ້” ກອງປະຊຸມ ແລກປ່ຽນບົດຮຽນ ການເຮັດທົດລອງປະເມີນວຽກງານການສ້າງລັດ ທີ່ປົກຄອງດ້ວຍກົດໝາຍໃນຂົງເຂດປົກຄອງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ ປິດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ VII ແລະ ເປີດຮຽນຊຸດໃໝ່ ຂັ້ນກາງ ຮຸ່ນທີ VIII ແລະ ຂັ້ນຕົ້ນ ຮຸ່ນທີ X ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການຢ້ຽມຢາມ ແລະ ຮັບຟັງການໂອ້ລົມຊີ້ນຳອັນສຳຄັນ ຈາກສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ

ກອງປະຊຸມ ສໍາມະນາວິທະຍາສາດ ຫົວຂໍ້: ເສີມຂະຫຍາຍບົດບາດຂອງສະຫະພັນແມ່ຍິງ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມສໍາມະນາວິທະຍາ ສາດ ຫົວຂໍ້: ເສີມຂະຫຍາຍບົດບາດຂອງສະຫະພັນແມ່ຍິງ ສມປຊ ທີ່ໄດ້ເປີດຂຶ້ນໃນວັນທີ 30 ມີນາ 2023 ທີ່ສະໂມສອນ, ພາຍໃຕ້ການເປັນປະທານໂດຍ: ທ່ານ ​ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຜູ້ເຂົ້າຮ່ວມມີຄະນະກົມ, ສູນຕ່າງໆ, ຄະນະບໍລິຫານງານສະຫະພັນແມ່ຍິງ, ກໍາມະບານ ແລະແມ່ຍິງໜ່ວຍຮາກຖານເສດຖະກິດຄອບຄົວ ກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ ທ່ານ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບວຽກງານສະພາວິທະຍາສາດປະຈຳປີ 2022 ແລະທິດທາງແຜນການ 2023

ໃນຕອນເຊົ້າວັນທີ 28 ມີນາ 2023 ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ສມປຊ, ຫົວໜ້າ ສມປຊ ໄດ້ໃຫ້ກຽດເປັນປະທານກອງປະຊຸມສາມັນສະພາວິທະຍາສາດ ສະຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ ຊຸດທີ V ພ້ອມດ້ວຍສະມາຊິກສະ ພາວິທະຍາສາດແຕ່ລະຄະນະຕ່າງໆ ເພື່ອສະຫຼຸບວຽກງານສະພາວິທະຍາສາດ. ສະພາບລວມຂອງສະພາວິທະຍາສາດ ສມປຊ ໄດ້ຮັບການແຕ່ງຕັ້ງ ຈາກຄະນະເລຂາທິການສູນກາງພັກ ຕາມ​ມະຕິ​ຕົກລົງ ສະບັບເລກທີ279/ຄລສພ, ລົງວັນທີ 17…

ສຳ​ມະ​ນາ​ວິທະຍາສາດ “​ແນວ​ຄິດ​ ໄກສອນ ພົມວິຫານ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ເງິນ-ງົບປະມານ ຢູ່ ສປປ ລາວ”

ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ແນວ​ຄິດ​ ໄກສອນ ພົມວິຫານ ກ່ຽວກັບວຽກງານການເງິນ-ງົບປະມານຢູ່ ສປປລາວເປັນຫົວຂໍ້ໜຶ່ງທີ່​ມີ​ເນື້ອ​ໃນ ​ແລະ​ຄວາມ​ໝາຍ​ສຳຄັນ​ເປັນ​ຢ່າງ​ຍິ່ງ, ຄື​ພວກ​ເຮົາ​ໄດ້​ຮູ້​ດີ​ວ່າ: ປະທານ ​ໄກສອນ ພົມວິຫານ ນັກ​ຮັກ​ຊາດ​ທີ່​ຍິ່ງ​ໃຫຍ່, ວິລະ​ບູລຸດຂອງ​ຊາດ​ລາວ ປະທານ​ໄດ້​ກາຍ​ເປັນ​ຕົວ​ແທນ​ລວມຍອດ​ແຫ່ງ​ຄວາມ​ຮັກ​ຊາດ ​ແລະ​ເປັນ​ສັນຍາ​ລັກ​ແຫ່ງ​ຊາດ​ລາວ​ ວິລະ​ຊົນຄົນ​ລາວ​ພິລະ​ອາດ​ຫານ. ສະນັ້ນ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຮ່ວມກັບກະຊວງການເງິນເປີດກອງປະຊຸມສຳມະນາຂຶ້ນໃນວັນທີ 29 ມີນາ 2023 ຢູ່ທີ່ກະຂວງການເງິນພາຍໃຕ້ການເປັນປະທານໂດຍ: ທ່ານ ​ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະອາຈານ ຈາກມະຫາວິທະຍາໄລ ນອດທ໌-ຊຽງໃໝ່ ປະເທດໄທ

ໃນຕອນເຊົ້າວັນທີ 23 ມີນາ 2023 ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີການຕອນຮັບຄະນະອາຈານ ຈາກມະຫາວິທະຍາໄລ ນອດທ໌-ຊຽງໃໝ່ ປະເທດໄທ ທີ່ເດີນທາງມາຢ້ຽມຢາມ ແລະແລກປ່ຽນບົດຮຽນກັບ ສະຖາບັນການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາພາຄະນະໂດຍທ່ານ ຮສ ດຣ ພິທາກອນ ທະນິດເບນຈະສິດ ຮອງອະທິການບໍດີ, ຮັກສາການຄະນະບໍດີວິທະຍາໄລນານາຊາດ ແລະໃຫ້ກຽດຕ້ອນຮັບໂດຍ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ…

ຂ່າວອື່ນໆ