ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດຮຽນ ແລະມອບໃບປະກາສະນີຍະບັດໃຫ້ນັກສຶກສາທິດສະດີການເມືອງ ແລະການປົກຄອງ ປະລິນຍາຕີ ຮຸ່ນທີ XXV ມີນັກສຶກສາຈໍານວນ 119 ທ່ານ, ຍິງ 29 ທ່ານ ແລະນັກສຶກສາປະລິນຍາໂທ ຮຸ່ນທີ XVII ຈໍານວນ 1 ຄົນ (ຜູ້ທີ່ສຳເລັດການປ້ອງກັນ ແລະຄົບມາດຖານເງື່ອນໄຂໃນການຮັບໃບປະກາສະນີຍະບັດ). ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2023 ໃຫ້ກຽດ ເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຕາງໜ້າເຂົ້າຮ່ວມມີພະນັກງານ, ຄູ-ອາຈານ ແລະມີຕາງໜ້າຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ນັກສຶກສາທິດສະດີການເມືອງຂັ້ນສູງ 9 ເດືອນ ຮຸ່ນທີ I, II ແລະIII ເຂົ້າຮ່ວມ 200 ກວ່າທ່ານ.

         ໃນພິທີ ທ່ານ ປອ ນ. ໄກສອນ ຈັນສີນາ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານບົດສະຫຼຸບປິດຊຸດຮຽນ 2022-2023 ຊຶ່ງເນື້ອໃນໄດ້ສ່ອງແສງເຫັນໄດ້ຈຸດສຳຄັນຄື: ການປະເມີນການຮຽນຂອງນັກສຶກສາ: ໃນສົກຮຽນ 2022-2023 ການປະເມີນການຮຽນ ຂອງນັກສຶກສາປີສຸດທ້າຍເຫັນໄດ້ວ່າ ຄະແນນສະສົມສະເລ່ຍຕະຫຼອດໄລຍະການສຶກສາຈົນຈົບຫຼັກສູດ ຂອງແຕ່ລະຊັ້ນຮຽນມີຄື: ນັກສຶກສາລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ 31 ຄະແນນເກດ A ມີ 41 ຄົນ, ເທົ່າກັບ 74,54%; ຄະແນນເກດ B+ ມີ 14 ຄົນ, ເທົ່າກັບ 25,45%; ນັກສຶກສາປະລິນຍາຕີຮຸ່ນທີ 25 (ຫ້ອງ ກ-ຂ) ຄະແນນເກດ A ມີ 15 ຄົນ, ເທົ່າກັບ 12,71%; ຄະແນນເກດ B+ມີ 103 ຄົນ, ເທົ່າກັບ 87,29%.

         ສຳລັບການຍ້ອງຍໍບຸກຄົນດີເດັ່ນ, ຄະນະພັກຄະນະຫ້ອງດີເດັ່ນ ແລະຫ້ອງຮຽນດີເດັ່ນ ແຕ່ລະປະເພດມີດັ່ງນີ້: ລະບົບປະລິນຍາຕີ ຮຸ່ນທີ XXV (ຫ້ອງ ກ-ຂ) ໄດ້ຮັບການຍ້ອງຍໍ ຫ້ອງຮຽນດີເດັ່ນປະເພດ I, ຄະນະພັກຄະນະຫ້ອງດີເດັ່ນໃນການນໍາພາ-ຊີ້ນໍາ ປະເພດ I ມີ 10 ຄົນ, ຍິງ 2 ຄົນ, ນັກສຶກສາຮຽນເກັ່ງມີວິໄນປະເພດ I ມີ 33ຄົນ, ຍິງ 13 ຄົນ, ປະເພດ II ມີ 55 ຄົນ, ຍິງ 12 ຄົນ ແລະປະເພດ III ມີ 30 ຄົນ, ຍິງ 5 ຄົນ.

         ໃນຕອນທ້າຍພິທີ ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ໂອ້ລົມ ແລະຊີ້ທິດເຍືອງທາງຕໍ່ຜູ້ສຳເລັດດັ່ງກ່າວວ່າ:

         1). ໃນປັດຈຸບັນພວກເຮົາກໍາລັງຕັ້ງໜ້າຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ອົງຄະນະພັກຂັ້ນ ຂອງຕົນ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະວາລະແຫ່ງຊາດ ທີ່ມີລັກສະນະພິເສດ ກໍຄືການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະແກ້ໄຂບັນຫາຢາເສບຕິດເຂົ້າສູ່ຊີວິດຕົວຈິງ. ສະນັ້ນ, ຄວາມຮູ້ທີ່ພວກສະຫາຍໄດ້ຮັບ ແລະສະແດງອອກເປັນຄະແນນສະເລ່ຍຕະຫຼອດໄລຍະການສຶກສາຄົ້ນຄວ້າ ເຫັນວ່າໄດ້ຄະແນນ A, B+ ແມ່ນຄວາມຮູ້ທາງທິດສະດີ, ເປັນພຽງເຂັມທິດອັນໜຶ່ງທີ່ສຳຄັນ ເພື່ອເຍືອງທາງໃຫ້ແກ່ການເຄື່ອນໄຫວພຶດຕິກໍາ ຂອງພວກສະຫາຍໃນຕໍ່ໜ້າ.

         2). ທິດສະດີ, ແນວທາງທີ່ພວກສະຫາຍຮຽນມາ ຕ້ອງໄດ້ຮັບການທົດສອບ, ກວດສອບ ແລະຢືນຢັນຈາກພຶດຕິກຳຕົວຈິງ. ຍ້ອນແນວນັ້ນ, ບັນດາ ສະຫາຍ ຈົ່ງນຳເອົາບົດຮຽນທີໄດ້ຮຽນມາໄປທົດສອບ ຢູ່ໃນພຶດຕິກໍາແຫ່ງການສ້າງສາພັດທະນາປະເທດຊາດຕາມພາລະບົດບາດ ແລະໜ້າທີ່ຂອງຕົນອັນນີ້ຈະຊ່ວຍໃຫ້ພວກເຮົາເຫັນແຈ້ງວ່າອັນໃດຖືກ, ອັນໃດຜິດ, ອັນໃດສອດຄ່ອງເໝາະສົມ ຫຼື ບໍ່ສອດຄ່ອງບົນພື້ນຖານເດັດດ່ຽວປົກປ້ອງສິ່ງທີ່ຖືກຕ້ອງ ພ້ອມກັນນັ້ນກໍ່ຕັດສິນໃຈດັດແປງແກ້ໄຂອັນທີ່ບໍ່ຖືກຕ້ອງຢ່າງທັນການ;

         3). ຈາກພຶດຕິກຳຕົວຈິງນັ້ນ ບັນດາສະຫາຍຍັງມີໜ້າທີ່ຄົ້ນຄວ້າວິໄຈ ແລະສະຫຼຸບສັງລວມຢ່າງມີວິທະຍາສາດແລ້ວສະເໜີຄຳຄິດຄຳເຫັນ, ສະເໜີທິດທາງ, ວິທີການ ທີ່ເປັນໄປໄດ້ ແລະມີປະສິດທິພາບສູງເພື່ອປັບປຸງວຽກງານໃນກົມກອງໃຫ້ດີຂຶ້ນ. ພິເສດ, ບົດຮຽນ, ພຶດຕິກໍາຕົວຈິງອັນໃດທີ່ຍັງບໍ່ທັນສອດຄ່ອງ ຂໍໃຫ້ພວກສະຫາຍ ກະທົບຄືນໃຫ້ສະຖາບັນຕະຫຼອດຮອດສະເໜີແນະໃຫ້ສະຖາບັນໃນການປັບປຸງຫຼັກສູດ, ປຶ້ມແບບຮຽນ, ວິທີການສິດສອນ ເພື່ອເຮັດແນວໃດໃຫ້ການບໍາລຸງ-ກໍ່ສ້າງພະນັກງານໃນຕໍ່ໜ້າມີປະສິດທິຜົນສູງຂຶ້ນເລື້ອຍໆ;

         4). ຈົ່ງສືບຕໍ່ກໍ່ສ້າງ, ພັດທະນາຕົນເອງໃນຂະບວນການວຽກງານຕົວຈິງໃຫ້ຫຼາຍຂຶ້ນ, ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແມ່ນຮູ້ນໍາເອົາບົດຮຽນ ໄປໝູນໃຊ້ໃນພຶດຕິກໍາ ໃຫ້ເກີດດອກອອກຜົນ, ປະດິດສ້າງ, ກ້າຄິດ, ກ້າເຮັດ ແລະກ້າຮັບຜິດຊອບ;

         5). ພວກສະຫາຍແມ່ນຜະລິດຕະພັນຊຸດໜຶ່ງ ທີ່ມີຄຸນນະພາບ ຂອງສະຖາບັນຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ: ບັນດາສະຫາຍນັກສຶກສາ, ນັກຄົ້ນຄວ້າ ທີ່ຈົບອອກໄປໃນເທື່ອນີ້ຈະຮັກສາໄວ້ເຊິ່ງຊື່ສຽງ, ກຽດສັກສີຂອງຕົນກໍ່ຄື ຂອງສະຖາບັນ, ການເຄື່ອນໄຫວ, ການປະພຶດທຸກຢ່າງ ຕ້ອງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະປະຊາຊົນ ເຂົາເຈົ້າຝາກຄວາມຫວັງໄວ້ນຳບັນດາສະຫາຍໝົດທຸກຄົນ. ເພາະສະນັ້ນ, ບໍ່ວ່າຢູ່ແຫ່ງຫົນໃດ, ໃນໜ້າທີ່ວຽກງານໃດ, ຈະຄິດ, ປະພຶດ ແລະກະທຳອັນໃດກໍ່ຕ້ອງຄຳນຶງ ແລະຢຶດໝັ້ນໃນທາດແທ້ຊົນຊັ້ນກໍາມະກອນ ຂອງພັກ ຢ່າງສະເໜີຕົ້ນສະເໜີປາຍ.

         ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສຶກສາທີ່ຮຽນຈົບໃນສົກຮຽນນີ້ ເມື່ອກັບ ຄືນກົມກອງແລ້ວຈົ່ງນໍາເອົາບົດຮຽນໄປໝູນໃຊ້ເຂົ້າໃນວຽກງານ ຕົວຈິງໃຫ້ເກີດໝາກຜົນເພື່ອພ້ອມກັນເຮັດສໍາເລັດໜ້າ ທີ່ການເມືອງທີ່ພັກ-ລັດ ແລະປະເທດຊາດມອບໝາຍໃຫ້.

ຂ່າວ/ພາບ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ