ໃນວັນທີ ​17-18​ ກໍລະກົດ​ 2023​ ທີ່ຜ່ານມາ,​ ນັກຄົ້ນຄວ້າ​ປະລິນຍາໂທ​ ຮຸ່ນທີ​ XVIII​ ສາຂາ​ ການປົກຄອງ​ ຂອງສະຖາບັນການເມືອງ ແລະ​ ການປົກຄອງ​ແຫ່ງຊາດ​ ຈໍານວນ 25​ ທ່ານ, ຍິງ 7 ທ່ານ ໄດ້ໄປທັດສະນະສຶກສາຢູ່ຫໍສະພາແຫ່ງຊາດ ນໍາພາໂດຍ: ອາຈານ​ ປທ. ສັນຍາລັກ​ ແກ້ວຄໍາ​ຮຸ່ງ​ ຜູ້ຊ່ວຍຄູປະຈໍາຫ້ອງ.

         ທ່ານ​ ທອງແກ້ວ ສິດທິພົງ ຫົວໜ້າຫ້ອງຮຽນ ສາຂາ​ການປົກຄອງ​ ໄດ້ໃຫ້ຮູ້ວ່າ: ການໄປທັດສະນະສຶກສາຢູ່ຫໍສະພາແຫ່ງຊາດ​ ແມ່ນປະຕິບັດຕາມແຜນການຮຽນ-ການສອນ​ ຂອງ​ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍຄື​ຄະນະບໍລິຫານ​ສາດ​ວາງອອກ,​ ຫຼັງຈາກທີ່ນັກຄົ້ນຄວ້າໄດ້ຮຽນຮູ້ດ້ານທິດສະດີຈະຕ້ອງໄດ້ລົງທັດສະນະສຶກສາໃນພາກຕົວຈິງນໍາອີກ.​

ການເຄື່ອນໄຫວໄປທັດສະນະສຶກສາ​ ຢູ່ຫໍສະພາແຫ່ງຊາດ ນັກຄົ້ນຄວ້າໄດ້ເຂົ້າຮ່ວມ​ຮັບຟັງ​ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 5​ຂອງສະພາແຫ່ງຊາດ ຊຸດທີ​ IX​​ ໃນວາລະພິຈາລະນາຮັບຮອງເອົາ​ກົດໝາຍ ຈໍານວນ 10​ ສະບັບ,​ ໃນນີ້ ກົດໝາຍສ້າງໃໝ່ 4 ສະບັບ​ ​ແລະ​ກົດໝາຍ​ປັບປຸງ 6​ ສະບັບ.​ ພ້ອມກັນນັ້ນ,​ ກໍ່ຍັງໄດ້ຢ້ຽມຊົມຫໍປະຊຸມສະພາ, ຫໍວາງສະແດງມູນເຊື້ອ, ຫໍສະໝຸດຂອງສະພາແຫ່ງຊາດ ເພື່ອສຶກສາຮຽນຮູ້ປະຫວັດສາດການກຳເນີດ,​ ການເຕີບໃຫຍ່ຂະຫຍາຍຕົວ  ແລະ​ຜົນງານ​ການເຄື່ອນໄຫວຂອງສະພາແຫ່ງຊາດ​ ໃນແຕ່ລະໄລຍະ ທີ່ຍາດມາໄດ້ໃນການປະຕິບັດພາລະບົດບາດ ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະ​ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ.​

ໃນ​ໂອກາດ​ດັ່ງກ່າວ,​ ທ່ານ​ ໝໍ​ສະຫວັດ​ ເພັດມະນີ ນັກຄົ້ນຄວ້າ​ປະລິນຍາໂທ​ ຮຸ່ນທີ XVIII ສາຂາ​ການປົກຄອງ​ ກໍ່ໄດ້ສະແດງຄວາມຮູ້ສຶກຂອງຕົນເອງວ່າ:  ຂ້າພະເຈົ້າມີຄວາມຮູ້ສຶກສາພູມໃຈຫຼາຍ ທີ່ໄດ້ມາທັດສະນະສຶກສາ ​ແລະ ໄດ້ເຂົ້າຮ່ວມຮັບຊົມ, ຮັບຟັງການດໍາເນີນກອງປະຊຸມສະພາແຫ່ງຊາດ ທີ່ມີຄວາມໝາຍ,​ ຄວາມສໍາຄັນ​ໂດຍສະເພາະແມ່ນການພິຈາລະນາ ຮັບຮອງເອົາກົດໝາຍ​ ເຊິ່ງໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ກໍຄືສະພາແຫ່ງຊາດ ຕໍ່ປະຊາຊົນລາວບັນດາເຜົ່າ​ ໃນການນໍາເອົາໝົດໝາຍໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຮັບປະກັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແນໃສ່ປົກປັກຮັກສາ ແລະ​ພັດທະນາປະເທດຊາດ ໃຫ້ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.

ການ​ໄປທັດສະນະສຶກສາຢູ່ຫໍສະພາແຫ່ງຊາດ ​ຂອງນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XVIII ສາຂາການປົກຄອງ ໃນຄັ້ງນີ້ ໄດ້ສ້າງຄວາມຮັບຮູ້,​ ເຂົ້າໃຈຢ່າງເລິກເຊິ່ງ​ຕື່ມກ່ຽວກັບການປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ຂອງສະພາແຫ່ງຊາດ, ກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ, ຂັ້ນຕອນການຮັບຮອງເອົາກົດໝາຍ, ການຕົກລົງບັນຫາສໍາຄັນຂອງປະເທດຊາດ ແລະການຕິດຕາມກວດກາ, ຂັ້ນຕອນການລາຍງານ, ການຊີ້ແຈງ ແລະການຕອບຄໍາຊັກຖາມຂອງອົງການບໍລິຫານ ແລະອົງການຕຸລາການ, ການເຈາະຈີ້ມຂອງສະມາຊິກສະພາແຫ່ງຊາດ, ການຕົກລົງ, ການຮັບຮອງເອົາບັນດາເນື້ອໃນຂອງກອງປະຊຸມດ້ວຍການລົງຄະແນນສຽງ ທີ່ມີຄວາມເປັນເອກະພາບສູງ. 

ຂ່າວ: ສອນໄພ ບົວຄໍາໄຊ
ຮູບພາບ: ໄກດາວັນ ແກ້ວອຸໄທ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ