ໃນຕອນເຊົ້າ ວັນທີ 27 ຕຸລາ 2023 ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດຮຽນ-ມອບໃບຢັ້ງຢືນທິດສະດີການເມືອງຂັ້ນສູງ ໃຫ້ນັກສຶກສາທິດສະດີການເມືອງຂັ້ນສູງຊຸດທີ II, ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາທຸກລະບົບ ທົ່ວ ສມປຊ ເຂົ້າຮ່ວມຢ່າງພ້ອມພຽງ.

         ທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ທິດສະດີການເມືອງຂັ້ນສູງ ຊຸດທີ II ປະຈໍາປີ 2023 ເຊິ່ງໄດ້ຍົກເນື້ອໃນບາງດ້ານວ່າ:  ໃນລະບົບຮຽນທິດສະດີການເມືອງຂັ້ນສູງ ຊຸດທີ II ມີຊື່ຜູ້ເຂົ້າຮຽນທັງໝົດ 60 ສະຫາຍ, ຍິງ 13 ສະຫາຍ. ໃນນັ້ນ, ມາຈາກບັນດາກະຊວງ ແລະອົງການອ້ອມຂ້າງສູນກາງ 28 ສະຫາຍ, ຍິງ 08 ສະຫາຍ, ມາຈາກທ້ອງຖິ່ນ 32 ສະຫາຍ, ຍິງ 05 ສະຫາຍ. ໃນນີ້, ຮຽນຈົບຫຼັກສູດ, ຂຽນບົດປ້ອງກັນ ແລະສາມາດຮັບໃບຢັ້ງຢືນມີ 59 ສະຫາຍ, ບໍ່ສາມາດຮຽນຈົບ 1 ສະຫາຍ (ຍ້ອນມີບັນຫາດ້ານສຸຂະພາບ), ຜູ້ເຂົ້າຮຽນທິດສະດີຊຸດນີ້ມີລະດັບວິຊາສະເພາະ ນັບແຕ່ຊັ້ນສູງ ເຖິງປະລິນຍາເອກ; ເຊິ່ງໄດ້ມາຄົ້ນຄວ້າທິດສະດີໃນ 03 ຂົງເຂດວຽກງານ ເພື່ອຂຽນບົດປ້ອງກັນຈົບຊັ້ນ ຄື: ຂົງເຂດວຽກງານການເມືອງມີ 31 ສະຫາຍ, ຍິງ 08 ສະຫາຍ; ຂົງເຂດວຽກງານການປົກຄອງມີ 13 ສະຫາຍ, ຍິງ 02 ສະຫາຍ; ຂົງເຂດວຽກງານຄຸ້ມຄອງ    ເສດຖະກິດມີ 15 ສະຫາຍ, ຍິງ 03 ສະຫາຍ. ເຊິ່ງໄດ້ຄົ້ນຄວ້າຮໍ່າຮຽນທັງໝົດ 23 ວິຊາ, ໃນ 1.113 ຊມ. ຜ່ານການສຶກສາ, ຄົ້ນຄວ້າ ແລະປ້ອງກັນບົດ ນັກສຶກສາສາມາດໄດ້ລະດັບຄະແນນດີເລີດ (Grad A) ມີ 32 ສະຫາຍ, ຍິງ 07 ສະຫາຍ, ກວມ 57,62%, ໄດ້ລະດັບຄະແນນດີຫຼາຍ (Grad B+) ມີ 25 ສະຫາຍ, ຍິງ 06 ສະຫາຍ, ກວມ 42,38%.

         ເພື່ອເປັນການຢັ້ງຢືນຜົນງານຕະຫຼອດໄລຍະທີ່ໄດ້ເຂົ້າມາສຶກສາຄົ້ນຄວ້າໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນີ້, ທ່ານ ປອ ນາງ ຈັນທະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຍ້ອງຍໍນັກຮຽນເກັ່ງ ມີວິໄນດີ ປະເພດ I ມີຈໍານວນ 34 ສະຫາຍ; ນັກຮຽນເກັ່ງມີວິໄນດີ ປະເພດ II ມີຈໍານວນ 25ສະຫາຍ, ຍິງ 07 ສະຫາຍ; ຄະນະພັກ, ຄະນະຫ້ອງ ນໍາພາ-ຊີ້ນໍາດີເດັ່ນ ມີ 05 ສະຫາຍ, ຍິງ 01 ສະຫາຍ; ຫ້ອງຮຽນທິດສະດີການເມືອງຂັ້ນສູງ ຊຸດທີ II ໄດ້ຮັບການຍ້ອງຍໍ ຫ້ອງຮຽນດີເດັ່ນປະເພດ I.

          ຕະຫຼອດໄລຍະເວລາ 9 ເດືອນທີ່ໄດ້ເຂົ້າມາສຶກສາຄົ້ນຄວ້າ ຢູ່ໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແຫ່ງນີ້, ທ່ານ ຄິນຄໍາ ເລັ່ງສະຫວັດ ປະທານຫ້ອງ ໄດ້ຕາງໜ້າໃຫ້ໝູ່ຄະນະ ຂຶ້ນກ່າວເຖິງຄວາມຮູ້ສຶກ ທີ່ໄດ້ມີຜົນສໍາເລັດໃນການຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ, ເຊິ່ງຈະເປັນເຂັມຊີ້ທິດໃນການປະຕິບັດໜ້າທີ່ການເມືອງ ຢູ່ກົມກອງຂອງຕົນທີ່ສັງກັດ ໃຫ້ມີບາດກ້າວທີ່ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່.

          ໃນວາລະສຸດທ້າຍ ທ່ານປະທານພິທີ ໄດ້ມີຄໍາເຫັນ ໂດຍຕີລາຄາສູງຕໍ່ຜົນສໍາເລັດໃນການສຶກສາຄົ້ນຄວ້າຂອງນັກສຶກສາຊຸດນີ້ ເຊິ່ງໄດ້ສະແດງອອກໃນໝາກຜົນຕົວຈິງ ຈາກການໄດ້ຮັບຄະແນນລະດີເລີດກວມສ່ວນຫຼາຍຂອງນັກສຶກສາທັງໝົດ. ອັນນັ້ນ, ມັນເປັນພຽງຕົວເລກທີ່ຊີ້ວັດຄວາມຮັບຮູ້ ແລະຄວາມເຂົ້າໃຈຂອງເຮົາຕໍ່ກັບບາງບົດຮຽນທີ່ຄູ-ອາຈານໄດ້ຖ່າຍທອດ, ສິດສອນໃຫ້ບາງສ່ວນເທົ່ານັ້ນ,  ແຕ່ບົດຮຽນຕົວຈິງໃນຊີວິດຈິງຂອງການເປັນພະນັກງານນໍາພາ-ຄຸ້ມຄອງນັ້ນ ຕ້ອງໄດ້ຮຽນຮູ້ພຶດຕິກໍາ, ກໍາສະພາບການຕົວຈິງ ແລະບັນຫາຕ່າງໆຂອງສັງຄົມຂອງປະເທດ ແລະຂອງໂລກ ເພື່ອໃຫ້ພວກເຮົາເຂົ້າໃຈ ແລະວາງທິດທາງແກ້ໄຂບັນຫາໃຫ້ທັນການ ແລະສອດຄ່ອງກັບແນວທາງຂອງພັກເຮົາ, ຖ້າເຮົາເຮັດອັນໃດທີ່ສອດຄ່ອງກັບທິດທາງຂອງພັກເຮົາແລ້ວ ແມ່ນຈະນໍາເອົາແຕ່ຜົນປະໂຫຍດມາສູ່ປະເທດຊາດ ແລະປະຊາຊົນ ເພາະວ່າພັກເຮົາບໍ່ມີຈຸດປະສົງອື່ນໃດ ນອກຈາກຈະນໍາຜົນປະໂຫຍດມາສູ່ປະເທດຊາດ ແລະປະຊາຊົນ, ແຕ່ໃນທາງກົງກັນຂ້າມ ຖ້າຫາກເຮົາເຮັດຜິດແນວທາງຫຼັກການຂອງພັກ ກໍຈະຫຼີກລ້ຽງບໍ່ໄດ້ທີ່ຈະນຳເອົາຄວາມຈິບຫາຍວາຍວອດມາສູ່ປະເທດຊາດ ແລະປະຊາຊົນ ໂດຍບໍ່ຕ້ອງສົງໄສ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍທີ່ສໍາເລັດການສຶກສາຄັ້ງນີ້ ຈົ່ງນໍາເອົາແນວທາງຫຼັກການຂອງພັກເຮົາ ເຂົ້າສູ່ຊີວິດຕົວຈິງໃນການນໍາພາ, ຄຸ້ມຄອງທີ່ຕົນເອງຮັບຜິດຊອບ ເພື່ອນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະປະຊາຊົນ, ເມື່ອນັ້ນປະຊາຊົນຈຶ່ງຈະເຊື່ອໝັ້ນ, ຈົ່ງຮັກພັກດີ ແລະເດີນຕາມການນໍາພາຂອງພັກເຮົາ.

     ຂ່າວ-ພາບ: ຄອນສະຫວັນ ແສນຍານຸພາບ
      ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ