ໃນຕອນເຊົ້າ ຂອງວັນທີ 06 ຕຸລາ 2023 ຢູ່ທີ່ ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ທີ 7 ຕຸລາ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ແລະເປີດສົກຮຽນ 2023-2024 ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຄະນະນໍາ, ຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະກີລາ ພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ສມປຊ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ປອ ນາງ ໄກສອນ ຈັນສີນາ ກໍາມະການຄະນະພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານແຜນການຮຽນ-ການສອນໃນສົກຮຽນ 2023-2024 ເຊິ່ງມີເນື້ອບາງຕອນວ່າ:

ການຈັດຕັ້ງການຮຽນ-ການສອນ ໃນສົກຮຽນ 2023-2024 ນີ້ ແມ່ນເລີ່ມແຕ່ວັນທີ 2 ຕຸລາ 2023 ເປັນຕົ້ນໄປເຊິ່ງມີລະບົບຮຽນ ແລະນັກສຶກສາ ດັ່ງນີ້:

         ລະບົບບໍາລຸງ.

          1). ລະບົບຝຶກອົບຮົມຄູການເມືອງ 3 ເດືອນ ປະກອບມີ:

         ຊຸດທີ 1: ຄາດຄະເນຜູ້ເຂົ້າຮຽນທັງໝົດ ຈຳນວນ 60 ຄົນ (ຈັດຕັ້ງການຮຽນເລີ່ມເດືອນ 10/2023).

         ຊຸດທີ 2: ຄາດຄະເນຜູ້ເຂົ້າຮຽນທັງໝົດ ຈຳນວນ 60 ຄົນ (ຈັດຕັ້ງການຮຽນເລີ່ມເດືອນ 2/2024).

         ຊຸດທີ 3: ຄາດຄະເນຜູ້ເຂົ້າຮຽນທັງໝົດ ຈຳນວນ 60 ຄົນ (ຈັດຕັ້ງການຮຽນເລີ່ມເດືອນ 7/2024).

         2). ລະບົບຮຽນທິດສະດີ ການເມືອງ ຂັ້ນກາງ ປະກອບມີ:

         – ຮຸ່ນທີ 1: ມີຜູ້ເຂົ້າຮຽນທັງໝົດ ຈຳນວນ 60 ຄົນ, ຍິງ 21 (ຈັດຕັ້ງການຮຽນເລີ່ມແຕ່ເດືອນ 8/2023 ແລະຈະ

ສໍາເລັດໃນ ກາງເດືອນ 2/2024 ຕາມແຜນການ).

          – ຮຸ່ນທີ 2: ຄາດຄະເນຜູ້ເຂົ້າຮຽນທັງໝົດ ຈຳນວນ 60 ຄົນ (ຈັດຕັ້ງການຮຽນເລີ່ມເດືອນ 2/2024).

          – ຮຸ່ນທີ 3: ຄາດຄະເນຜູ້ເຂົ້າຮຽນທັງໝົດ ຈຳນວນ 60 ຄົນ (ຈັດຕັ້ງການຮຽນເລີ່ມເດືອນ 10/2024).

         ລະບົບຮຽນທິດສະດີການເມືອງ ຂັ້ນສູງ ປະກອບມີ:

         – ຮຸ່ນທີ 2: ມີຜູ້ເຂົ້າຮຽນທັງໝົດ ຈຳນວນ 60 ຄົນ, ຍິງ 13 (ຈັດຕັ້ງການຮຽນເລີ່ມແຕ່ເດືອນ 1/2023 ແລະຈະສໍາເລັດໃນ ກາງເດືອນ 10/2023 ຕາມແຜນການ).

         – ຮຸ່ນທີ 3: ມີຜູ້ເຂົ້າຮຽນທັງໝົດ ຈຳນວນ 60 ຄົນ, ຍິງ 14 (ຈັດຕັ້ງການຮຽນເລີ່ມແຕ່ເດືອນ 5/2023 ແລະຈະສໍາເລັດໃນ ກາງເດືອນ 2/2024 ຕາມແຜນການ).

         – ຮຸ່ນທີ 4: ຄາດຄະເນຜູ້ເຂົ້າຮຽນທັງໝົດ ຈຳນວນ 60 ຄົນ (ຈັດຕັ້ງການຮຽນເລີ່ມເດືອນ 10/2023).

         – ຮຸ່ນທີ 5: ຄາດຄະເນຜູ້ເຂົ້າຮຽນທັງໝົດ ຈຳນວນ 60 ຄົນ (ຈັດຕັ້ງການຮຽນເລີ່ມເດືອນ 2/2024).

         ລະບົບກໍ່ສ້າງ.

        1). ລະບົບປະລິນຍາໂທການເມືອງ-ການປົກຄອງ ປະກອບມີ:

          – ປີທີ 1 ປະລິນຍາໂທ ຮຸ່ນທີ XIX ມີນັກຄົ້ນຄວ້າທັງໝົດ ຈໍານວນ 140 ຄົນ, ຍິງ 40 ຄົນ (ຈັດຕັ້ງການຮຽນເລີ່ມເດືອນ 10/2023).

          – ປີທີ 2 ປະລິນຍາໂທ ຮຸ່ນທີ XVIII ມີນັກຄົ້ນຄວ້າທັງໝົດ ຈໍານວນ 140 ຄົນ, ຍິງ 38 ຄົນ (ສໍາເລັດການຮຽນ31/10/2024).

        2). ລະບົບປະລິນຍາເອກການເມືອງ-ການປົກຄອງ ປະກອບມີ:

          ຮຸ່ນທີ 1 ຄາດຄະເນຜູ້ເຂົ້າຮຽນທັງໝົດ ຈຳນວນ 12 ຄົນ (ຈັດຕັ້ງການຮຽນເລີ່ມເດືອນ 2/2024).

         ຄາດຄະເນສົກຮຽນ 2023-2024 ນີ້ ຈະມີນັກສຶກສາທັງໝົດ ຈຳນວນ 892 ຄົນ.

          ເພື່ອຍົກໃຫ້ເຫັນພາລະບົດບາດ ແລະວີລະກໍາອັນລ້ຳເລີດຂອງຄູ-ອາຈານ ທີ່ໄດ້ທຸ້ມເທ ແລະອຸທິດສະຕິປັນຍາຂອງຕົນໃນການຖ່າຍທອດຄວາມຮູ້ໃຫ້ກັບລູກສິດ.

ທ່ານ ປທ ແສງທອງ ພຸດທະວົງ ກໍາມະການຄະນະພັກ, ຫົວໜ້າຄະນະກໍ່ສ້າງພັກ ແລະປະຫວັດສາດພັກ ໄດ້ຕາງໜ້າໃຫ້ຄູ-ອາຈານ ທົ່ວ ສມປຊ ຂຶ້ນກ່າວຄໍາສະດຸດີວັນຄູ ເຊິ່ງມີເນື້ອໃນບາງຕອນວ່າ: ຄູ ແມ່ນຄໍາສັບທີ່ຜັນສຽງຈາກພາສາບາລີທີ່ວ່າ: ຄຣຸ ແປວ່າ ໜັກ. ດັ່ງນັ້ນ, ຄໍາວ່າຄູ ໃນພາສາລາວ ມີຄວາມໝາຍວ່າ ຜູ້ມີພາລະກິດອັນໜັກໜ່ວງ. ເຊິ່ງຄູຜູ້ທຳອິດກໍຄືພໍ່ແມ່ ທີ່ມີພາລະກິດອັນໜັກໜ່ວງໃນການເບິ່ງແຍງລ້ຽງດູ ແລະສິດສອນໃຫ້ຮູ້ເວົ້າ, ຮູ້ລຸກຢືນ ຍ່າງ… ແຕ່ຜູ້ທີ່ເຮັດພາລະບົດບາດຄູ ທີ່ເບິ່ງແຍ່ງ, ສິດສອນໃຫ້ຄົນຮູ້ສິ່ງກ້າວໜ້າ ມີວິຊານັ້ນ ກໍແມ່ນພໍ່ແມ່ຜູ້ທີສອງນັ້ນເອງ. ດັ່ງນັ້ນ, ຄູຈຶ່ງມີຄວາມໝາຍທີ່ເລິກເຊິ່ງ ແລະຜູ້ເປັນຄູແມ່ນຜູ້ທີ່ໄດ້ຜ່ານການເຝິກຝົນຫຼໍ່ຫຼອມ ແລະກໍ່ສ້າງຕົນເອງທັງທາງດ້ານຄຸນສົມບັດ ແລະຄຸນວຸດທິ, ຕະຫຼອດໄລຍະຂະບວນວິວັດແຫ່ງການຂະຫຍາຍຕົວຂອງສັງຄົມມະນຸດແມ່ນປາສະຈາກບໍ່ໄດ້ຈາກບົດບາດຂອງຄູ  . ດັ່ງນັ້ນ, ພັກ-ລັດເຮົາຈຶ່ງເຫັນໄດ້ຄວາມສໍາຄັນຄູ ຈຶ່ງໄດ້ກໍານົດເອົາວັນ 7 ຕຸລາ ເປັນວັນຄູແຫ່ງຊາດ ເຊິ່ງເປັນວັນທີ່ນາຍຄູຄໍາ ເຮັດໜ້າທີ່ຄູສອນ ຢູ່ໂຮງຮຽນສ້າງຄູສົງວັດຈັນ ໃນວັນທີ 7 ຕຸລາ 1907. ພາຍຫຼັງໄດ້ເຮັດໜ້າທີ່ຄູສອນ ນາຍຄູຄໍາໄດ້ສຶກສາອົບຮົມໃຫ້ລູກສິດທີ່ຈະເປັນຄູໃຫ້ມີນໍ້າໃຈຮັກຊາດລາວ ບໍ່ໃຫ້ເສີ່ອມເສຍເປັນຊາດອື່ນ. ນອກຈາກນັ້ນ, ນາຍຄູຄໍາຍັງໄດ້ເປັນແກນນໍາຕ້ານພວກລ່າເມືອງຂຶ້ນຝະລັ່ງ  ມາຮອດປີ 1920 ຂະບວນຕໍ່ສູ້ໄດ້ລະເບີດຂຶ້ນ ແລະຖືກພວກລ່າເມືອງຂຶ້ນປາບປາມຢ່າງປ່າເຖື່ອນ ຈົນນາຍຄູຄໍາຖືກຈັບຂັງຄຸກ ແລະໄດ້ໂຕນອອກຈາກຄຸກອອກໄປຫຼີ້ໄພທີ່ ບາງກອກ ປະເທດໄທ ແລະເພິ່ນໄດ້ເສຍຊີວິດໃນປີ 1945.

ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄູ-ອາຈານທີ່ໄດ້ທຸ້ມເທເຮື່ອແຮງ ແລະອຸທິດໝົດສະຕິ ປັນຍາ ຄວາມຮູ້ ທີ່ມີ ຖ່າຍທອດ ສິດສອນໃຫ້ແກ່ລູກສິດນັ້ນ. ທ່ານ ນາງ ມີນາ ສີວິໄລ ນັກສຶກສາທິດສະດີ ການເມືອງ ຂັ້ນສູງ ຮຸ່ນທີ II ໄດ້ຕາງໜ້ານັກສຶກສາທົ່ວ ສມປຊ ຂຶ້ນກ່າວອວຍພອນຄູ-ອາຈານ.

ເພື່ອເປັນການຢັ້ງຢືນຜົນງານຂອງຄູ-ອາຈານທີ່ມີຜົນງານດີເດັ່ນໃນການສິດສອນໃນໄລຍະ 1 ປີທີ່ຜ່ານມາ, ທ່ານ ປອ ນາງ ຈັນທະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງການຍ້ອງຍໍຄູ-ອາຈານປະຈໍາສົກປີ 2022-2023:

  • ຄູ-ອາຈານສອນດີເດັ່ນປະເພດ I ຈໍານວນ 26 ທ່ານ, ຍິງ 9 ທ່ານ.
  • ຄູ-ອາຈານສອນດີເດັ່ນປະເພດ II ຈໍານວນ 10 ທ່ານ, ຍິງ 6 ທ່ານ.
  • ຄູ-ອາຈານສອນດີເດັ່ນປະເພດ III ຈໍານວນ 1 ທ່ານ.

ໃນຕອນທ້າຍ ທ່ານປະທານ ໃນພິທີໄດ້ຍ້ອງຍໍຊົມເຊີຍບັນດາຄູ-ອາຈານທີ່ໄດ້ທຸ້ມເທເຮື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດຂອງຕົນເຂົ້າໃນວຽກງານການຮຽນ-ການສອນ ຕະຫຼອດໄລຍະ 1 ປີທີ່ຜ່ານມາ.

          ສະແດງຄວາມຍິນດີ ແລະຂໍຕ້ອນຮັບພະນັກງານນໍາພາ-ຄຸ້ມຄອງໃນທົ່ວປະເທດ ທີ່ໄດ້ຖືກມອບໝາຍຈາກການຈັດຕັ້ງໃຫ້ມາສຶກສາຄົ້ນຄວ້າໃນ ສມປຊ ແຫ່ງນີ້; ເຊິ່ງທ່ານປະທານໃນພິທີໄດ້ເນັ້ນໜັກໃຫ້ຄູ-ອາຈານເພີ່ມທະວີການຄົ້ນຄວ້າບັນຫາຕ່າງໆໃຫ້ເລິກເຊິ່ງ, ກໍາໄດ້ບັນດາຫຼັກມູນພື້ນຖານທາງດ້ານທິດສະດີຂອງພັກເຮົາ, ກຳສະພາບບັນຫາຕ່າງໆທີ່ເກີດຂຶ້ນໃນປັດຈຸບັນ, ວິເຄາະ ວິໄຈບັນຫາໃຫ້ຈະແຈ້ງ, ສ້າງຄວາມເຂົ້າໃຈໃຫ້ຖືກຕ້ອງກັບສະພາບຄວາມເປັນຈິງ, ກ້າວໃຫ້ທັນ ແລະຮັບຮູ້ຂໍ້ມູນຂ່າວສານທີ່ເກີດຂຶ້ນໃນປັດຈຸບັນຢ່າງເລິກເຊິ່ງ ແລະສືບຕໍ່ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ.

          ຕໍ່ກັບນັກສຶກສາທີ່ກໍາລັງສຶກສາຢູ່ສະຖາບັນແຫ່ງນີ້ ແມ່ນໃຫ້ຄໍານຶງ ແລະລະນຶກຢູ່ສະເໝີວ່າ ນີ້ແມ່ນກຽດອັນສູງສົ່ງ ທີ່ການຈັດຕັ້ງໄດ້ໄວ້ເນື້ອເຊື່ອໃຈ ມອບໝາຍໃຫ້ເຮົາມາສຶກສາຄົ້ນຄວ້າ, ຍົກລະດັບຄວາມຮູ້ທາງດ້ານທິດສະດີໃຫ້ສູງຂຶ້ນ. ດັ່ງນັ້ນ, ໃຫ້ຕັ້ງໃຈຄົ້ນຄວ້າ ສຶກສາໃຫ້ເລິກເຊິ່ງ, ພ້ອມທັງຕັ້ງໜ້າເຝິກຝົນຫຼໍ່ຕົນເອງໃນທຸກດ້ານ,  ເພື່ອກາຍເປັນຜູ້ຄຸ້ມຄອງທີ່ດີ ແລະນໍາພາໃຫ້ຖືກທິດ ຖືກທາງທີ່ພັກເຮົາໄດ້ວາງທິດທາງອອກມາ, ຍົກສູງສະຕິເຄົາລົບລະບຽບວິໄນຂອງພັກ, ກົດໝາຍຂອງລັດ ກໍຄືລະບຽບການຕ່າງໆທີ່ ສະຖາບັນແຫ່ງນີ້ວາງອອກຢ່າງເຂັ້ມງວດ.

ຂ່າວ/ພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ