ໃນວັນທີ 16 ຕຸລາ 2023 ທີ່ ສະຖາບັນສື່ມວນຊົນ ວັດທະນະທໍາ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ຊຸດທີ I ໂດຍການເຂົ້າຮ່ວມເປັນປະທານ ແລະ ມອບໃບຢັ້ງຢືນ ໂດຍ ທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ກໍາມະການຄະນະບໍລິຫານງານພັກ ຮອງຫົົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊິ່ງມີ ທ່ານ ອາລຸນ ບຸນມີໄຊ ຄະນະປະຈໍາພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຖວທ ພ້ອມດ້ວຍຄູ-ອາຈານ ແລະ ນັກສໍາມະກອນເຂົ້າຮ່ວມ.

           ທ່ານ ຄຳຫຼ້າ ຍອຍສາຍຄຳ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ກະຊວງ ຖວທ ໄດ້ກ່າວວ່າ: ການຍົກລະດັບທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ກັບສະມາຊິກພັກ, ພະນັກງານສືບທອດ ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈຳນວນ 40 ຄົນ ໃນນັ້ນຍິງ 21 ຄົນ, ໂດຍແນໃສ່ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ, ເຮັດໃຫ້ເປົ້າໝາຍຜູ້ເຂົ້າຮຽນ ກໍຄືສຳມະນາກອນ ມີແນວຄິດທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ, ມີແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການ ກໍຄືພາລະກິດ ປ່ຽນແປງ ໃໝ່ຢ່າງມີຫຼັກການຂອງພັກ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ, ມີຄວາມຫ້າວຫັນເປັນແບບຢ່າງໃນທຸກວຽກງານທີ່ຕົນຮັບຜິດຊອບ, ເຮັດໃຫ້ການປະຕິບັດໜ້າທີ່ວຽກງານຂອງຕົນນັບມື້ນັບມີຄຸນນະພາບສູງຂຶ້ນ. ນອກຈາກນີ້, ກໍເພື່ອສ້າງພະນັກງານ-ລັດຖະກອນ ໃຫ້ມີຄຸນທາດການເມືອງຢ່າງໜັກແໜ້ນ ມີລະດັບຄວາມສາມາດໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ ໃຫ້ເກີດດອກອອກຜົນຢ່າງແທ້ຈິງ. ພ້ອມກັນນັ້ນ ກໍເຮັດໃຫ້ພະນັກງານ-ລັດຖະກອນມີຄວາມຮູ້ສົມຄູ່ທາງດ້ານທິດສະດີ ແລະ ພຶດຕິກໍາ ພ້ອມທັງໃຊ້ຄວາມຮູ້ດັ່ງກ່າວ ເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ມີປະສິດທິພາບສູງຂຶ້ນ ໃນວຽກງານວິຊາສະເພາະ ກໍຄືການບໍລິຫານຄຸ້ມຄອງຕາມໜ້າວຽກທີ່ຕົນຮັບຜິດຊອບ.

          ໃນໂອກາດນີ້, ທ່ານ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ໄດ້ກ່າວວ່າ: ການຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານທິດສະດີການເມືອງ ໃຫ້ແກ່ບັນດາຊະມະຊິກພັກ-ພະນັກງານ ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ຊຶ່ງນອນຢູ່ໃນແຜນຍຸດທະສາດ ພັດທະນາວຽກງານ ຂອງກະຊວງ ຖວທ ພ້ອມນີ້ ທ່ານ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຍັງເນັ້ນໃຫ້ນັກສຳມະນາກອນ ຮູ້ໝູນໃຊ້ບົດຮຽນທີ່ໄດ້ຮຽນຮູ້ມາເຂົ້າໃນວຽກງານຕົວຈິງ ໃຫ້ມີການຫັນປ່ຽນໃນພຶດຕິກຳຢ່າງແທ້ຈິງ ເພື່ອປະກອບສ່ວນສ້າງສາພັດທະນາປະເທດຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນທີ່ດີ, ໃຫ້ກຳແໜ້ນບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ສືບຕໍ່ເຊື່ອມຊຶມ ກຳແໜ້ນເນື້ອໃນຈິດໃຈ ແນວທາງນະໂຍບາຍ ຂອງພັກແຕ່ລະໄລຍະໃຫ້ດີ, ຮັບຮູ້ສະພາບຄວາມເປັນຈິງ ເພື່ອເພີ່ມທັກສະຄວາມອາດສາມາດ ກ້າຄິດ ບົນພື້ນຖານປຶກສາຫາລືເປັນໝູ່ຄະນະ, ກ້າເຮັດ, ກ້າຮັບຜິດຊອບ, ເພື່ອຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງ, ສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ, ໝູນໃຊ້ບົດຮຽນເຂົ້າໃສ່ວຽກງານຕົວຈິງ ໃຫ້ສອດຄ່ອງ ແລະ ເໝາະສົມ; ນຳເອົາທິດສະດີ, ແນວທາງທີ່ຮຽນໄປທົດສອບຢູ່ກົມ, ກອງໃນວຽກງານຕົວຈິງ ທີ່ຕົນຮັບຜິດຊອບຈະຊ່ວຍໃຫ້ເຫັນໄດ້ວ່າອັນໃດຖືກ, ອັນໃດຜິດ, ອັນໃດສອດຄ່ອງເໝາະສົມ ຫຼື ບໍ່ສອດຄ່ອງ ບົນພື້ນຖານເດັດດ່ຽວປົກປ້ອງສິ່ງທີ່ຖືກຕ້ອງ ພ້ອມກັນນັ້ນ ກໍຕັດສິນໃຈ ດັດແປງແກ້ໄຂອັນທີ່ບໍ່ຖືກຕ້ອງຢ່າງທັນການ ໂດຍສະເພາະຖືຄວາມສຳຄັນໃນການຈົງຮັກພັກດີຕໍ່ຊາດ, ຕໍ່ພັກ ປະຕິບັດຕາມການນຳພາ-ຊີ້ນຳຂອງການຈັດຕັ້ງຢ່າງເຂັ້ມງວດ, ຕ້ານປະກົດການຫຍໍ້ທໍ້ທຸກຮູບແບບ, ຕ້ານການສໍ້ລາດບັງຫຼວງ, ຕ້ານການຟຸ່ມເຟືອຍ, ຕ້ອງຖືຜົນປະໂຫຍດສ່ວນລວມກໍຄືຂອງຊາດສຳຄັນທີ່ສຸດ. ພ້ອມທັງເຊື່ອໝັ້ນວ່າການສຳເລັດການຮຽນທິດສະດີຂັ້ນຕົ້ນຮຸ່ທຳອິດໃນເທື່ອນີ້ ຈະຮັກສາໄວ້ຊຶ່ງຊື່ສຽງ, ກຽດສັກສີ ຂອງຕົນ ກໍຄືຂອງກົມ, ກອງທີ່ຕົນເອງສັງກັດ ລວມທັງຂອງກະຊວງ ຖວທ ດ້ວຍ, ການເຄື່ອນໄຫວ, ການປະພຶດທຸກຢ່າງ ຕ້ອງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກໝູ່ເພື່ອນ, ການຈັດຕັ້ງພັກ-ລັດ ແລະ ປະຊາຊົນ. ສະນັ້ນ, ຕ້ອງຢຶດໝັ້ນໃນທາດແທ້ຊົນຊັ້ນກໍາມະກອນຂອງພັກ ຢຶດໝັ້ນອຸດົມການສັງຄົມນິຍົມຢ່າງສະເໜີຕົ້ນສະເໜີປາຍ.

ຂ່າວ: ກິດຕາ;
ພາບ: ເກດສະໜາ.
ບັນນາທິການ: ບຸນປັນ ສຸມຸນທອງ