ຂ່າວຫຼ້າສຸດ

ຄະນະປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງ ລົງເຄື່ອນໄຫວວຽກງານ ຢູ່ໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຄະນະຜູ້ແທນວິຊາການ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄປເຂົ້າຮ່ວມກອງປະຊຸມສັງຄົມນິຍົມສາມຝ່າຍ ຈີນ-ຫວຽດນາມ-ລາວ ປີ 2025 ໃນລະຫວ່າງວັນທີ 28 – 30 ພະຈິກ 2025 ຢູ່ ສປ ຈີນ ພິທີວາງສີລາລຶກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້ ທີ່ແຂວງຈຳປາສັກ ສັນຍາລັກແຫ່ງຄວາມສາມັກຄີພິເສດ ລາວ-ຫວຽດນາມ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ນັກສຶກສາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ

ນັກສຶກສາຊັ້ນສູງ ລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXXI ທັດສະນະສຶກສາ ຄອບຄົວກຸ່ມຜະລິດກະສິກໍາປ່າໄມ້, ການປູກຝັງ, ການລ້ຽງສັດ ຢູ່ເມືອງປາກລາຍ ແຂວງ ໄຊຍະບູລີ

ໃນລະຫວ່າງ ວັນທີ 24-25 ກັນຍາ 2022 ທີ່ຜ່ານມາຄະນະຫ້ອງພ້ອມດ້ວຍສະມາຊິກພາຍໃນຫ້ອງຮຽນຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXXI ເຊິ່ງນໍາພາໂດຍ: ທ່ານ ປອ ສະໄໝ ໂພທິສານ ຄະນະຫ້ອງ ພ້ອມດ້ວຍສະມາຊິກໃນຫ້ອງ ໄດ້ທັດສະນະສຶກສາ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ເປັນກຽດຕ້ອນຮັບໂດຍ: ທ່ານ ບຸນໝັ້ນ ເສີມມາ ຮອງເລຂາຄະນະພັກເມືອງປາກລາຍ ພ້ອມດ້ວຍຄະນະນໍາ ເມືອງປາກລາຍ ຕ້ອນຮັບ ຢ່າງອົບອຸ່ນ. ໃນການລົງໄປທັດສະນະສຶກສາຄັ້ງນີ້ແມ່ນໄດ້ເບິ່ງຕົວແບບ…

ຄະນະຜູ້ແທນມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນດ້ານວິຊາການຮ່ວມກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

         ຄະນະຜູ້ແທນມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ສສ ຫວຽດນາມ ນຳໂດຍ ທ່ານ ຮສ ປອ ຟາມບ້າວເຊີນ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ 3 ທ່ານ ໄດ້ເປັນກຽດເຂົ້າພົບປະແລກປ່ຽນບົດຮຽນດ້ານວິຊາການຮ່ວມກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນວັນທີ 29 ກັນຍາ 2022 ເພື່ອເປັນການຮ່ວມມືທາງດ້ານວິຊາການ, ວຽກງານການຄົ້ນຄວ້າວິທະຍາສາດ ແລະການເຝິກອົບຮົມ.          ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ໃຫ້ກຽດຕ້ອນຮັບໂດຍ: ທ່ານ ປອ ດາວສະຫວັນ…

ສະຖາບັນໂຍທາທິການ ແລະຂົນສົ່ງ ເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງລະບົບ 45 ວັນຊຸດທີ XXIV

ໃນຕອນເຊົ້າ ຂອງ​ວັນ​ທີ 26 ກັນຍາ 2022, ກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ຮ່ວມກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ​​ເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງລະບົບ 45 ວັນ, ຊຸດທີ XXIV ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນ​ກະຊວງ, ໃນພິທີ ໃຫ້ກຽດເປັນຄະນະປະທານ ກ່າວເປີດ ທ່ານ ສີລິພອນ ອິນທິລາດ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າສະຖາບັນໂຍທາທິການ ແລະ ຂົນສົ່ງ ແລະທ່ານ ປອ ດາວສະຫວັນ ເຄືອມີໄຊ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ ການສອນ ປະຈຳສົກຮຽນ 2021-2022 ແລະທິດທາງແຜນການຮຽນ-ການສອນສົກຮຽນ 2022-2023

ການຈັດຕັ້ງຫຼັກສູດການຮຽນ-ການສອນ ໃນສົກຮຽນ 2021-2022 ​ຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ເລີ່ມຕົ້ນຂຶ້ນໃນໄລຍະກາງເດືອນສິງຫາ 2021 ເຊິ່ງຢູ່ໃນຊ່ວງໄລຍະທີ່ພົບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍປະການ ເປັນຕົ້ນແມ່ນ ຜົນກະທົບຈາກໄພພິບັດທໍາມະຊາດ ແລະການລະບາດຂອງພະຍາດໂຄວິດ 19 (COVID-19) ທີ່ແຜ່ຂະຫຍາຍເປັນວົງກວ້າງໃນທົ່ວໂລກ ແລະພາກພື້ນ ກໍຄືຢູ່ໃນປະເທດເຮົາ ແລະມີການຂັດແຍ່ງຜົນປະໂຫຍດດ້ານເສດຖະກິດ ລະຫວ່າງ ບັນດາປະເທດມະຫາອໍານາດເຊິ່ງສົ່ງຜົນກະທົບທາງດ້ານເສດຖະກິດ-ການເງິນ ເຊັ່ນ: ລາຄານໍ້າມັນ,  ຄ່າເງິນຕາ, ເຄື່ອງອຸປະໂພກ-ບໍລິໂພກມີການເໜັງຕີງສູງຂຶ້ນເລື້ອຍໆ; ຜົນກະທົບຈາກໄພພິບັດທໍາມະຊາດ ແລະການລະບາດຂອງພະຍາດCOVID 19 ທີ່ແຜ່ຂະຫຍາຍເປັນວົງກວ້າງໃນທົ່ວໂລກ ແລະພາກພື້ນ ກໍຄືຢູ່ໃນປະເທດເຮົາ,…

ຂ່າວອື່ນໆ