ໃນຕອນເຊົ້າວັນທີ 3 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 1 ຫ້ອງ 110 ຕຶກສູນຂໍມູນຂ່າວສາ່ນການ ເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະບໍລິຫານສາດ ແລະກົມຄຸ້ມຄອງການຮຽນ-ການສອນໄດ້ຈັດກອງປະຊຸມຕອ້ນຮັບຄະນະນິຕິສາດ ແລະລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະທີ່ລົງມາແລກປ່ຽນ ການຈັດຕັ້ງປະຕິບັດຫຼັກສູດປະລິນຍາຕີສາຂາປົກຄອງ ແລະປະລິນຍາຕີສາຂາປົກຄອງຕໍ່ເນື່ອງກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຊິ່ງມີຜູເຂົ້າຮ່ວມທັງໝົດ 26 ທ່ານ, ຍິງ 14 ທ່ານ.

          ກອງປະຊຸມດັ່ງກ່າວໃຫ້ກຽດຕ້ອນຮັບ ທ່ານ ປທ ນ ທັດສະນະລອນ ສີສຸນົນ ຮອງຄະນະບໍດີ, ຄະນະນິຕິ ສາດ ແລະລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະໂດຍ ທ່ານ ປອ ໝອນແກ້ວ ຈິດຕະລາດ ຫົວໜ້າຄະນະບໍລິຫານສາດ ແລະທ່ານ ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ພ້ອມດ້ວຍຄະ ນະ, ເຊິ່ງຈຸດປະສົງຂອງຄະນະນິຕິສາດ ແລະລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລົງມາແລກປ່ຽນມີດັ່ງນີ້:

–  ລາຍງານການຈັດຕັ້ງປະຕິບັດການຮຽນ – ການສອນຫຼັກສູດລະບົບປະລິນຍາຕີ ແລະປະລິນຍາຕີລະບົບຕໍ່ເນື່ອງ ຂອງຄະນະນິຕິສາດ ແລະລັດຖະສາດ ສາຂາການປົກຄອງ ທີ່ໄດ້ມອບ-ຮັບຈາກ ສມປຊ;  

–  ປຶກສາຫາລື ການຈັດຕັ້ງການຮຽນ – ການສອນຫຼັກສູດປະລິນຍາຕີການປົກອງ ສມປຊ ບາງລາຍວິຊາ ທີ່ບໍ່ທັນຈັດຕັ້ງປະຕິບັດໄດ້;

– ປຶກສາຫາລື ກ່ຽວກັບລະດັບທິດສະດີການເມືອງໃຫ້ ຄູ – ອາຈານ ພາຍໃນພາກວິຊາລັດຖະສາດ ທີ່ສອນໃຫ້ຫຼັກສູດປະລິນຍາຕີການປົກຄອງ ຂອງ ສມປຊ;

– ປຶກສາຫາລືການຮ່ວມມືເພື່ອພັດທະນາຫລັກສູດ ການຮຽນ-ການສອນຮ່ວມກັນ;

– ປຶກສາລືການຮັບຮູ້ນັກສຶກສາທີ່ ຈົບຫຼັກສູດປະລິນຍາຕີ ການປົກຄອງ ຮຸ່ນທີ 1.

ເຊິ່ງໃນກອງປະຊຸມທັງສອງຝ່າຍກໍ່ໄດພ້ອມກັນປຶກສາຫາລື ແລະປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ.

ໃນຕອນທ້າຍກອງປະຊຸມ ທ່ານ ປອ ໝອນແກ້ວ ຈິດຕະລາດ ຫົວໜ້າຄະນະບໍລິຫານສາດ ພ້ອມດ້ວຍຄະນະໄດ້ສະຫຼຸບຄືນກອງປະຊຸມ ແລະສະແດງຄໍາຂອບໃຈມາຍັງທ່ານ ປທ ນ ທັດສະນະລອນ ສີສຸນົນ ຮອງຄະນະບໍດີ, ຄະ ນະນິຕິສາດ ແລະລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະທີ່ໃຫ້ກຽດລົງມາຢ້ຽມຢາມ ແລະແລກ ປ່ຽນບົດຮຽນໃນຄັ້ງນີ້.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ