ໃນຕອນເຊົ້າວັນທີ 7 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 1 ຫ້ອງ 110 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມຜ່ານໂຄງຮ່າງບົດສໍາມະນາວິທະຍາສາດ ຫົວຂໍ້: 30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພາຍໃຕ້ຄວາມຮັບຜິດຊອບຂອງກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ. ໃຫ້ກຽດເປັນປະທານໂດຍ:  ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ປະທານສະພາວິທະຍາສາດສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີຄະນະພັກ, ຕາງໜ້າບັນດາກົມ, ສອງສູນ, ຄະນະວິຊາ ແລະບັນດານັກວິທະຍາສາດ ກໍ່ເຂົ້າຮ່ວມ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 14 ທ່ານ.

ໃນກອງປະຊຸມຄັ້ງນີ້ນັກວິທະຍາສາດໄດ້ຂຶ້ນຜ່ານຫົວຂໍ້ຂອງຕົນເອງເຊິ່ງປະກອບມີ 7 ຫົວຂໍ້ຍ່ອຍດັ່ງນີ້:

  1. ຍົກສູງປະສິດທິພາບການກໍ່ສ້າງ-ບໍາລຸງ ພະນັກງານ, ຄູ-ອາຈານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ;
  2. ພັດທະນາພື້ນຖານໂຄງລ່າງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ;
  3. ການພັດທະນາຫຼັກສູດການຮຽນ-ການສອນ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ;
  4. ຍົກສູງປະສິດທິພາບການຄົ້ນຄວ້າວິທະຍາສາດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ;
  5. ຍົກສູງບົດບາດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດການໃນການກໍ່ສ້າງ-ບໍາລຸງພະນັກ ງານນໍາພາ-ຄຸ້ມຄອງ ໃຫ້ແກ່ພັກລັດ ແລະອົງການຈັດຕັ້ງມະຫາຊົນ;
  6. ເພີ່ມທະວີການຊີ້ນໍາດ້ານວິຊາການແກ້ໄຂໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ;
  7. ຍົກສູງປະສິດທິພາບການພົວພັນ, ຮ່ວມມືກັບຕ່າງປະເທດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ໃນກອງປະຊຸມ ບັນດານັກວິທະຍາສາດ ແລະຜູ້ເຂົ້າຮ່ວມໄດ້ມີຄໍາຖາມເຈາະຈີ້ມ ແລະໄດ້ຮັບການປະກອບຄໍາຄິດຄໍາເຫັນຈາກສະພາວິທະຍາສາດໃສ່ບັນດາຫົວຂໍ້ຍ່ອຍ ເຊິ່ງລົງເລິກໃສ່ແຕ່ລະດ້ານຄື: ຄວາມເປັນເອກະພາບທາງດ້ານໂຄງຮ່າງ, ສະພາບລວມ ແລະຈຸດພິເສດຂອງບົດ, ບັນດາເນື້ອໃນ, ການຕີລາຄາທາງດ້ານຜົນສໍາເລັດ, ບັນຫາທີ່ຕັ້ງຂຶ້ນ, ວິທີແກ້ໄຂ ແລະທິດທາງວິທີການ ແລະເອກະພາບກັນເພີ່ມຫົວຂໍ້ວິທະຍາສາດຈໍານວນ 1 ຫົວຂໍ້ເຊັ່ນ: ຫົວຂໍ້ ພັດທະນາລະບົບຂໍ້ມູນຂ່າວສານ ສໍາລັບການຮຽນ-ການສອນ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ໃນຕອນທ້າຍກອງປະຊຸມທ່ານ ປະທານໄດ້ສະຫຼຸບຄືນ ແລະໄດ້ເນັ້ນບາງຈຸດດັ່ງນີ້:

  1. ຢາກໃຫ້ການຄົ້ນຄວ້າສ່ອງແສງເຖິງຄວາມເປັນຈິງໂດຍເນັ້ນຄຸນນະພາບໃຫ້ເປັນບັນຫາສໍາຄັນ ໂດຍຂຽນແບບກະທັດຮັດ.
  2. ບັນດາໂຄງສ້າງຕ້ອງມີຄວາມໜາຍ, ມີຄວາມເຂົ້າໃຈ ແລະມີຄວາມສໍາຄັນເຊິ່ງເນັ້ນທາງດ້ານທັດສະນະໃນການຊີ້ນໍາລວມ.
  3. ສະພາບການເຄື່ອນໄຫວການຈັດຕັ້ງ, ພາລະບົດບາດກໍ່ຢາກໃຫ້ສອດຄ່ອງກັບຫົວຂໍ້ ແລະເນື້ອໃນ.
  4. ຮຽກຮ້ອງມາຍັງນັກວິທະຍາສາດກໍານົດທິດທາງລວມໃນການປັບປຸງໂຄງສ້າງ ເຊິ່ງມີການສັງລວມ ແລະມອບໃຫ້ກົມຄຸ້ມຄອງຄົ້ນຄວ້າວິທະຍາສາດເປັນຜູ້ສັງລວມພ້ອມທັງສົ່ງໃຫ້ທັນຕາມກໍານົດເວລາ.
  5. ມອບໃຫ້ກົມຄຸ້ມຄອງຄົ້ນຄວ້າວິທະຍາສາດສ້າງແຜນການດໍາເນີນການກວດກາ ຄວາມຮັບຜິດຊອບໃນການເກັບກໍາ ແລະສັງລວມຄືນບົດວິທະຍາສາດຂອງບັນດານັກວິທະຍາສາດ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ