ໃນວັນທີ 3 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 5 ຫ້ອງ 509 ຕຶກສູນຂໍມູນຂ່າວສານການເມືອງ ແລະການປົກຄອງ, ສະຫະພັນແມ່ຍິງຮາກຖານຫ້ອງການ ແລະກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງຮາກຖານຫ້ອງການ ແລະກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ນາງ ລໍາພູນ ດວນສຸວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສມປຊ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ມີຜູ້ຕາງໜ້າຄະນະໜ່ວຍພັກຮາກຖານຫ້ອງການ, ຕາງໜ້າພະແນກອົງການຈັດຕັ້ງມະຫາຊົນ ແລະສົ່ງເສີມຄວາມກ້າວໜ້າແມ່ຍິງ, ຕາງໜ້າຮາກຖານກໍາມະບານ, ຮາກຖານຊາວໜຸ່ມ ແລະຕາງໜ້າຈາກຮາກຖານແມ່ຍິງອ້ອມຂ້າງ ສມປຊ ກໍ່ໄດ້ເຂົ້າຮ່ວມ, ເຊິ່ງກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງຮາກຖານຫ້ອງການໄດ້ຈັດຂຶ້ນໃນຕອນເຊົ້າ ມີຜູ້ເຂົ້້າຮ່ວມທັງໜົດ 23 ທ່ານ ແລະກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ໄດ້ຈັດຂຶ້ນໃນຕອນແລງ ມີຜູເຂົ້າຮ່ວມທັງໝົດ 19 ທ່ານ.

ກອງປະຊຸມໃຫຍ່ໃນຄັ້ງນີ້ໄດ້ຕົກລົງຫຼາຍບັນຫາທີ່ສໍາຄັນກ່ຽວກັບວຽກງານຂອງແມ່ຍິງ ທັງສອງຮາກຖານ ພາຍໃຕ້ບັນຍາກາດທີ່ຟົດຟື້ນ ໂດຍສະແດງອອກຄື:

  1. ກອງປະຊຸມໄດ້ຮັບຟັງຮ່າງບົດລາຍງານການເມືອງ ແລະທິດທາງແຜນການ ຂອງສະຫະພັນແມ່ຍິງຮາກຖານຫ້ອງການນໍາສະເໜີໂດຍ: ທ່ານ ນ. ກອງແພງ ວິລະສີ ຮອງປະທານສະຫະພັນແມ່ຍິງຮາກຖານຫ້ອງການຊຸດເກົ່າ ແລະສະຫະພັນແມ່ຍິງຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ນໍາສະເໜີໂດຍ: ທ່ານ ນ. ປັດຕິຍາ ບານມະນີວົງ ປະທານສະຫະພັນແມ່ຍິງຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາຊຸດເກົ່າ , ເຊິ່ງໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງສະຫະພັນແມ່ຍິງທັງສອງຮາກຖານ ແຕ່ສົກປີ 2020-20 24. ພ້ອມກັນນັ້ນກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາຮ່າງບົດລາຍງານການເມືອງ ແລະທິດທາງແຜນ ການ ໃນສົກປີ 2024-2029;
  2. ໄດ້ຮັບຟັງການຜ່ານບົດສໍາຫຼວດ ແລະກ່າວອໍາລາໜ້າທີ່ ຂອງຄະນະສະຫະພັນແມ່ຍິງຮາກຖານຫ້ອງການ ແລະສະຫະພັນແມ່ຍິງຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ.

ພ້ອມກັນນັ້ນກອງປະຊຸມໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະສະຫະພັນຊຸດໃໝ່ຂອງຮາກຖານຕົນຄື:

ສະຫະພັນແມ່ຍິງຮາກຖານຫ້ອງການມີລາຍຊື່ສະໝັກເລືອກຕັ້ງ 5 ທ່ານ ໃນນັ້ນຄັດເລືອເອົາ 3 ທ່ານ ເຊິ່ງຜົນການຄັດເລຶອກເອົາຄະນະຊຸດໃໝ່ມີດັ່ງນີ້:

  1. ທ່ານ ປທ ນ. ລຸນນີ ໄໝທະວີເພັດ ເປັນປະທານ.
  2. ທ່ານ ປທ ນ. ອາໄລ ພາລິໃບ ເປັນຮອງປະທານ ແລະເປັນປະທານກວດກາ.
  3. ທ່ານ ນ. ກອງແພງ ວິລະສີ ເປັນຄະນະ.

          ສະຫະພັນແມ່ຍິງຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາມີລາຍຊື່ສະໝັກເລືອກຕັ້ງ 5 ທ່ານ ໃນນັ້ນຄັດເລືອເອົາ 3 ທ່ານ ເຊິ່ງຜົນການຄັດເລຶອກເອົາຄະນະຊຸດໃໝ່ມີດັ່ງນີ້:

  1. ທ່ານ ປທ ນ. ພວງແສງ ວົງວິຫານ ເປັນປະທານ.
  2. ທ່ານ ນ. ປັດຕິຍາ ບານມະນີວົງ ເປັນຮອງປະທານ ແລະເປັນປະທານກວດກາ.
  3. ທ່ານ ນ. ສົມເພັດ ມະນີວົງ ເປັນຄະນະ.

        ຈາກນັ້ນ, ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກທານປະທານກອງປະຊຸມ, ເຊິ່ງທ່ານໄດ້ເນັ້ນໜັກເຖິງວຽກງານການຈັດຕັ້ງສະຫະພັນແມ່ຍິງໂດຍສະເພາະຄື:

– ຕໍ່ກັບຄະນະສະຫະພັນແມ່ຍິງຮາກຖານຊຸດໃໝ່:

1). ເພີ່ມທະວີການນໍາພາ-ຊີ້ນໍາ ວຽກງານສຶກສາອົບຮົມການເມືອງ-ແນວຄິດ;

2). ເອົາໃຈໃສ່ເພີ່ມທະວີຄວາມເປັນເອກະພາບພາຍໃນຄະນະ, ປັບປຸງແບບແຜນວິທີເຮັດວຽກ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ, ຈະແຈ້ງ ແລະເຮັດວຽກຢ່າງມີແຜນການ;

3). ເພີ່ມທະວີການຄຸ້ມຄອງ, ຕິດຕາມກວດກາເອື້ອຍນ້ອງແມ່ຍິງໃນຄວາມຮັບຜິດຊອບຂອງຕົນຢ່າງໃກ້ຊິດ ຕິດແທດ;

4). ເປັນເຈົ້າການໃນການນໍາພາຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຄຸນນະພາບ ແລະມີປະສິດທິຜົນສູງ.

– ຕໍ່ກັບສະມາຊິກເອື້ອຍນ້ອງແມ່ຍິງ

1). ຕັ້ງໝ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານທັດສະນະ, ການປະພຶດການສະແດງອອກ, ການເວົ້າຈາ, ການນຸ່ງຖື ໃຫ້ສົມກັບເປັນຕົວແທນໃນການຮັກສາມູນເຊື້ອ ຂອງແມ່ຍິງລາວ;

2). ເອົາໃຈໃສ່ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຄົ້ນຄວ້າຊອກຮູ້ຮໍ່າຮຽນ, ຍົກລະດັບດ້ານວິຊາສະເພາະໃຫ້ສູງຂຶ້ນເລື້ອຍໆ;

3). ເຊີດຊູບົດບາດ ແລະຍົກສູງຄວາມສາມາດໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ, ໃຫ້ສົມກັບວ່າ ແມ່ຍິງເປັນກຳລັງໜູນຄຽງບ່າຄຽງໄລ່ກັບເພດຊາຍ, ປະກອບສ່ວນໃນທຸກຂົງເຂດວຽກງານ;

4). ເພີ່ມທະວີສະຕິຄວາມຕື່ນຕົວ ແລະເປັນເຈົ້າການໃນການປະຕິບັດລະບຽບ ຂອງສະຖາບັນ ກໍຄືລະບຽບ ຂອງສະຫະພັນແມ່ຍິງວາງອອກຢ່າງເຂັ້ມງວດ;

5). ຕັ້ງໜ້າປະກອບສ່ວນໃນການເຂົ້າຮ່ວມຂະບວນການຕ່າງໆ ຂອງສະຖາບັນ ກໍຄືຂະບວນການຂອງສະຫະ ພັນແມ່ຍິງຈັດຂຶ້ນ ເຊັ່ນ: ຂະບວນການອອກແຮງງານ, ຂະບວນການສິລະປະ-ກິລາແລະຂະບວນການອື່ນໆ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ