ໃນຕອນເຊົ້າວັນທີ 9 ພຶດສະພາ 2024 ທີ່ຫ້ອງປະຊຸມອອນລາຍທາງໄກຊັ້ນ 4 ຫ້ອງ 411 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ທ່ານ ປທ ສົນທະຍາ ເທບນຸຮັກ ຮອງຫົວໜ້າຫ້ອງການ ຫົວໜ້າຄະນະຮັບຜິດຊອບຫ້ອງຮຽນຂົງຈື້ ສມປຊ ພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ມະນີສຸກ ຈຽມສຸລາດ ຮອງຫົວໜ້າອໍານວຍການສະຖາບັນຂົງຈື້ ພ້ອມດ້ວຍຄະນະ ທີ່ໄດ້ລົງມາຢ້ຽມຢາມ ແລະຕິດຕາມການຮຽນ-ການສອນ ຂອງຊ່ຽວຊານຈີນ ແລະອາຈານລາວທີ່ສິດສອນພາສາຈີນໃຫ້ພະນັກ ງານ, ຄູ-ອາຈານ ສມປຊ, ເຊິ່ງມີພະນັກງານ, ຄູ-ອາຈານເຂົ້າຮ່ວມກອງປະຊຸມຄັ້ງນີ້ລວມທັງໝົດ 6 ທ່ານ, ຍິງ 3 ທ່ານ.

ຈຸດປະສົງຂອງສະຖາບັນຂົງຈື້ທີ່ລົງມາຢ້ຽມຢາມ ແລະເຮັດວຽກຄັ້ງນີ້ປະກອບມີ:

  • ເຂົ້າຮ່ວມຕິດຕາມການຮຽນ-ການສອນ ແລະຮ່ວມຊົ່ວໂມງສອນ ຂອງຊ່ຽວຊານຈີນ ແລະອາຈານລາວທີ່ສິດສອນພາສາຈີນຢູ່ຫ້ອງຮຽນຂົງຈື້ ສມປຊ.
  • ລົງເກັບກໍາຂໍ້ມູນຂອງບັນດາໂຮງຮຽນ ແລະສະຖາບັນທີ່ສິດສອນພາສາຈີນ.

ພ້ອມກັນນັ້ນໃນກອງປະຊຸມຍັງໄດ້ ຮັບຟັງການລາຍງານສະພາບການຮຽນ-ການສິດສອນ ວິຊາພາສາຈີນໃຫ້ກັບພະນັກງານ, ຄູ-ອາຈານ ສມປຊ.

ໃນຕອນທ້າຍກອງປະຊຸມ ທ່ານ ປທ ສົນທະຍາ ເທບນຸຮັກ ຮອງຫົວໜ້າຫ້ອງການ ຫົວໜ້າຄະນະຮັບຜິດ ຊອບຫ້ອງຮຽນຂົງຈື້ ສມປຊ ພ້ອມດ້ວຍຄະນະ ໄດ້ສະຫຼຸບຄືນກອງປະຊຸມພ້ອມທັງກ່າວຄໍາຂອບໃຈມາຍັງສະຖາບັນ ຂົງຈື້ທີ່ລົງມາຢ້ຽມຢາມ, ຕິດຕາມການຮຽນ-ການສອນ ແລະໃຫ້ການຊ່ວຍເຫຼືອໃນການສົ່ງຊ່ຽວຊານຈີນມາສິດ ສອນພາສາຈີນໃຫ້ພະນັກງານ, ຄູ-ອຈານ ສມປຊ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ພາບ: ທ ແກ້ວອຸດອນ ພັນດານຸວົງ
ບັນນາທິການ: ປທ ບຸນປັນ ສຸມຸນທອງ