ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງການປົກຄອງ ຫຼັກສູດໄລຍະສັ້ນ, ສຳລັບເລຂາພັກບ້ານ, ນາຍບ້ານໃຫ້ເມືອງສີໂຄດຕະບອງ, ຊຸດທີ III
ໂດຍສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານໃນການບໍາລຸງສ້າງພະນັກງານ-ສະມາຊິກພັກ, ຍົກສູງຄຸນນະພາບ ແລ ະປະສິດທິຜົນການຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ-ການປົກຄອງ, ມະຕິ, ດໍາເນີນໂຄງການຍົກລະດັບ ແລະສະໜອງຄວາມຮູ້ໃໝ່ໃຫ້ຄະນະພັກ-ອົງການປົກຄອງບ້ານຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ມະຕິກອງປະຊຸມໃຫຍ່, ຄັ້ງທີ VII ຂອງອົງຄະນະພັກເມືອງສີໂຄດຕະບອງ ແລະມະຕິກອງປະຊຸມໃຫ່ຍຄັ້ງທີ III ຂອງຄະນະພັກຮາກຖານໂຮງຮຽນ. ໃນຕອນບ່າຍຂອງວັນທີ 06 ມິຖຸນາ 2022 ໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນຮ່ວມກັບອົງການປົກຄອງເມືອງສີໂຄດຕະບອງ ໄດ້ຈັດຕັ້ງຝຶກອົບຮົມທິດສະດີການເມືອງ ແລະການປົກຄອງຫຼັກສູດໄລຍະສັ້ນໃຫ້ຄະນະພັກ-ອົງການປົກຄອງບ້ານ,…
ພິທີເປີດການແຂ່ງຂັນກີລາຊີງຂັນຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ X
ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ເປີດການແຂ່ງຂັນກີລາຊີງຂັນຫົວໜ້າ ສມປຊ ຄັ້ງທີ X ໃນວັນທີ 02 ມິຖຸນາ 2022 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ນັກສຶກສາ ລະບົບເລັ່ງລັດ 5 ເດືອນ…
ພິທີ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະວັນປູກຕົ້ນໄມ້ແຫ່ງຊາດ ຂອງທີມງານກໍ່ສ້າງຮາກຖານການເມືອງ ນັກສຶກສາປະລິນຍາຕີ ຮຸ່ນທີ XXV ຫ້ອງ ກ (ໃນຄັ້ງວັນທີ 01 ມີຖຸນາ 2022) ທີ່ບ້ານແຈ້ງ, ເມືອງທຸລະຄົມ, ແຂວງ ວຽງຈັນ.
ໃນຕອນເຊົ້າວັນພຸດ ວັນທີ 01 ມີຖຸນາ 2022 ທິມງານນັກສຶກສາ ຮ່ວມກັບອົງການປົກຄອງບ້ານ ພ້ອມດ້ວຍຄູ-ອາຈານ ແລະນ້ອງນ້ອຍນັກຮຽນຈຳນວນໜຶ່ງໄດ້ຈັດຕັ້ງກິດຈະກຳຂຶ້ນເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະຈັດກິດຈະກຳປ່ອຍປາ. ເຊິ່ງພິທີດັ່ງກ່າວໄດ້ໄຂຂຶ້ນໃນເວລາ 8 ໂມງ 15 ນາທີ ພາຍໃຕ້ການເປັນປະທານຂອງ ທ່ານ ບົວລຽນ ວົງວິໄລ ເລຂາພັກບ້ານ, ນາຍບ້ານ ບ້ານແຈ້ງ ແລະ ທ່ານ ອໍາໄພ ອັກຄະລາດ ຮອງຫົວໜ້າກົມກວດກາ ສມປຊ, ອາຈານຊີ້ນຳ…
ການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ ທີ່ເມືອງທຸລະຄົມ, ແຂວງວຽງຈັນ
ຜ່ານການຈັດຕັ້ງປະຕິບັດການລົງເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 1 ເດືອນ ພຶດສະພາ 2022 ແຕ່ລະໜ່ວຍສາມາດສັງລວມໂດຍຫຍໍ້ໄດ້ດັ່ງນີ້: 1. ແຕ່ລະໜ່ວຍແມ່ນ ແນະນໍາຕົນເອງຕໍ່ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ນອກນີ້ໄດ້ຮັບຟັງການລາຍງານສະພາບລວມ, ຈຸດພິເສດ ແລະການເຄື່ອນໄຫວແຕ່ລະວຽກຂອງບ້ານໃນໄລຍະຜ່ານມາ. 2. ຄູ-ອາຈານ ແລະນັກສຶກສາສົມທົບກັບອົງການປົກຄອງບ້ານ ສ້າງແຜນການເຄື່ອນ ໄຫວແຕ່ລະວຽກ ແລະ ຍັງໄດ້ແບ່ງຄະນະຮັບຜິດຊອບແຕ່ລະໜ້າວຽກພາຍໃນໜ່ວຍຕາມຄວາມເໝາະສົມ, ເພື່ອຄວາມສະດວກໃນການເຄື່ອນໄຫວວຽກງານຕົວຈິງ 3. ແຕ່ລະໜ່ວຍແມ່ນກະກຽມບົດລາຍງານປະຈໍາອາທິດທີ 1. ຕາງໜ້າແຕ່ລະໜ່ວຍ ແລະຕາງໜ້າອົງ ການປົກຄອງບ້ານເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດທີ 1…