ຂ່າວຫຼ້າສຸດ

ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະວາງທິດທາງແຜນການ ປີ 2026 ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກອງ​​ປະ​ຊຸມກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງແລະ ​ການ​ປົກ​ຄອງ ​ແຂວງໄຊຍະບູລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນສູງ ລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I ພິທີປິດ ຂະບວນການກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມປຶກສາຫາລື ວຽກງານການພົວພັນຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ

ກົມຂ່າວສານ, ສູນກາງສະຫະພັນກໍາມະບານລາວ ພົບປະ ແລະແລກປ່ຽນ ວຽກງານວາລະສານທິດສະດີການເມືອງ-ການປົກຄອງ

ໃນຕອນເຊົ້າວັນທີ 28 ພະຈິກ ທີ່ຫ້ອງ ປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ກົມຂ່າວສານ ສູນກາງສະຫະພັນກໍາມະບານໄດ້ພົບປະຢ້ຽມຢາມ ແລະແລກປ່ຽນບົດຮຽນວຽກງານວາລະສານທິດສະດີການເມືອງ-ການປົກຄອງ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ.          ໃຫ້ກຽດນໍາພາຄະນະໂດຍ: ທ່ານ ນ. ພອນປະເສີດ ກິ່ງວົງສາ ຫົວໜ້າກົມຂ່າວສານ ສູນກາງສະຫະພັນກໍາມະບານລາວພ້ອມດ້ວຍຄະນະ 7 ທ່ານ ແລະເປັນກຽດຕ້ອນຮັບໂດຍ: ທ່ານ ປທ ນ. ວະໄລລັກ ອະໄພ ພ້ອມດ້ວຍຄະ ນະ,…

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ເປີດກອງປະຊຸມສຳມະນາ ຫົວຂໍ້: ຊີວິດ ແລະພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສຳມະນາປະກອບຄໍາຄິດເຫັນໃສ່ບົດວິທະຍາສາດ ພາຍໃຕ້ຫົວຂໍ້: “ຊີວິດ ແລະພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975” ຂຶ້ນໃນວັນທີ 24 ພະຈິກ 2022, ທີ່ຫ້ອງປະຊຸມຫ້ອງວ່າການເມືອງວັງວຽງ ແຂວງວຽງຈັນ.ໃຫ້ກຽດເປັນປະທານກອງປະຊຸມ ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ, ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ມີ ທ່ານ ຮສ ພູວົງ ອຸ່ນຄຳແສນ,…

ນັກຄົ້ນຄວ້າ ປະລິນຍາໂທ ຮຸ່ນທີ XVII ສາຂາ ກໍ່ສ້າງພັກ ແລະ ສາຂາການປົກຄອງ ລົງເຄື່ອນໄຫວແລກປ່ຽນບົດຮຽນ ຢູ່ແຂວງຈໍາປາສັກ

ເພື່ອສືບຕໍ່ປະຕິບັດໂຄງການຫຼັກສູດ ການຮຽນ-ການສອນ ທິດສະດີການເມືອງ ແລະ ການປົກຄອງ ລະບົບປະລິນຍາໂທ ຮຸ່ນທີ XVII ສາຂາກໍ່ສ້າງພັກ ແລະສາຂາການປົກຄອງ ສົກປີ 2021-2022 ເພື່ອເຮັດໃຫ້ທິດສະດີທີ່ໄດ້ຮຽນມາຕິດພັນກັບພຶດຕິກຳຕົວຈິງ; ຂໍ້ຕົກລົງຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະບັບເລກທີ 1142/ສມປຊ, ລົງວັນທີ 7 ກັນຍາ 2022. ມາໃນວັນທີ 21 ພະຈິກ 2022 ທ່ານ ປທ ແສງຈັນ ຈັນທະສຸກ…

ຊົມເຊີຍຜົນສຳເລັດກອງປະຊຸມ ວຽກ​ງານ​ການ​ເມືອງ​-ແນວ​ຄິດທົ່ວ​ປະ​ເທດ ຄັ້ງ​ທີ V

         ວຽກ​ງານ​ການ​ເມືອງ-ແນວ​ຄິດເປັນ​ວຽກ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຍຸດ​ທະ​ສາດ​ຂອງ​ພັກ, ເປັນ​ວຽກ​ກົກ​ ແລະເປັນວຽກ​ທີ່​ສອດ​ຫ້ອຍ​ໄປ​ທຸກ​ຂົງ​ເຂດ​ວຽກ​ງານ, ພັກ​ເຮົາ​ໄດ້​ຢືນ​ຢັນ​ມາ​ຕະຫຼອດ​ວ່າ: “ວຽກ​ງານ​ການ​ເມືອງ-ແນວ​ຄິດຍາມ​ໃດ​ກໍເປັນ​ໜ້າ​ທີ່​ພື້ນ​ຖານ, ເປັນ​ວຽກ​ງານ​ແຖ​ວ​ໜ້າ ແລະເປັນ​ປັດ​ໄຈ​ສຳ​ຄັນ​ຕົ້ນ​ຕໍເພື່ອ​ຮັບ​ປະ​ກັນ​ຜົນ​ສຳ​ເລັດ ແລະໄຊ​ຊະ​ນະຂອງ​ການ​ເຄື່ອນ​ໄຫວ​ນຳ​ພາ​ຂອງ​ພັກ.”          ຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາພັກ​ເຮົາ​ໄດ້​ນຳ​ພາ​ເຄື່ອ​ນ​ໄຫວ​ວຽກ​ງານ​ການ​ເມືອງ-ແນວ​ຄິດດ້ວຍຫຼາຍ​ເນື້ອ​ໃນ, ຫຼາຍ​ຮູບ​ການ ແລະຫຼາຍ​ວິ​ທີ​ການທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄ​ວາມ​ເປັນ​ຈິງຂອງ​ປະ​ເທດ​ເຮົາ​ ໃນ​ແຕ່​ລະ​ໄລ​ຍະເຮັ​ດ​ໃຫ້​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ມີ​ສະ​ຕິ​ຊາດສູງຂຶ້ນ, ສະ​ຕິ​ຕື່ນ​ຕົວ​ເປັນ​ເຈົ້າ​ຕົນ​ເອງ, ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ອຸ​ດົມ​ການ​ຂອງ​ພັກ, ມີ​ຄຸນ​ທາດ​ການ​ເມ​ືອງ​ໜັກ​ແໜ້ນ, ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ ແລະມີ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ທີ່​ປອດ​ໃສ, ພ້ອມ​ດຽວ​ກັນ​ນີ້ ວຽກ​ງານ​ການ​ເມືອງ​-ແນ​ວ​ຄິດຍັງ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ວຽກ​ງານ​ການ​ສຶກ​ສາ, ບຳ​ລຸງ, ກໍ່​ສ້າງ​ຄົນ​ລາວໃຫ້​ມີ​ການ​ພັດ​ທະ​ນາ​ຮອບ​ດ້ານ, ເຊິ່ງ​ບັນ​ຫາ​ແກ່ນ​ສານແມ່ນ​ການ​ບຳ​ລຸງ​ສ້າງ​ນ້ຳ​ໃຈ​ຮັກ​ຊາດ, ຮັກ​ບ້ານ​ເກີດ​ເມື​ອງນອນ ແລະສ້າງ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບເປັນ​ຈ​ິດ​ໜຶ່ງ​ໃຈ​ດຽວໃນ​ທົ່ວ​ສັງ​ຄົມ, ພ້ອມ​ກັນ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ແນວ​ທາງ​-ແຜນ​ນ​ະ​ໂຍ​ບາຍ​ຂອງ​ພັກ ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ມີ​ຜົນ​ສຳ​ເລັດ​ເປັນ​ກ້າວໆ.…

ຂ່າວອື່ນໆ