ໃນລະຫວ່າງ ວັນທີ 15-17 ພຶດສະພາ 2024 ສູນຂໍ້ມູນຂ່າວສານການເມືອງ ການປົກຄອງໄດ້ຈັດຕັ້ງເຝິກອົບຮົມການຕິດຕັ້ງ, ຄຸ້ມຄອງ ແລະນໍາໃຊ້ລະບົບເວັບໄຊພາກລັດ (G-Web Platform) ໃຫ້ກຽດເປັນປະທານໃນພິທີເປີດຂອງທ່ານ ປທ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ມີຕາງໜ້າໜ່ວຍງານຂັ້ນກົມເຂົ້າຮ່ວມ, ວິທະຍາກອນຈາກກະຊວງເຕັກໂນໂລຊີ ແລະການສື່ສານ ແລະນັກສໍາມະນາກອນເຂົ້າຮ່ວມ.

          ທ່ານ ສຸກສະຫວັນ ທຳມະວົງ ຫົວໜ້າພະແນກ ລະບົບບໍລິຫານລັດດິຈິຕອນ, ສູນບໍລິຫານລັດດີຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ຂຶ້ນນໍາສະເໜີພາບລວມກ່ຽວກັບ ກ່ຽວກັບເວັບໄຊພາກລັດ (G-Web Platform) ເຊິ່ງໄດ້ຍົກໃຫ້ເຫັນຄວາມຈໍາເປັນ ແລະຄວາມສໍາຄັນຂອງລະບົບເວັບໄຊພາກລັດ ເປັນຕົ້ນແມ່ນການເຜີຍແຜ່ຂໍ້ມູນຂ່າວສານ ແລະເຮັດໃຫ້ລະບົບເຜີຍແຜ່ຂໍ້ມູນຂ່າວສານມີຄວາມປອດໄພ.

          ຫຼັງຈາກນັ້ນ, ທ່ານ ສອນປະສິດ ຮຸ່ງເຮືອງ ຮອງຫົວໜ້າພະແນກ ລະບົບບໍລິຫານລັດດິຈິຕອນ ແລະ ທ່ານ ສົມບູນ ແກ້ວອຸ່ນຄໍາ ວິຊາການຈາກສູນບໍລິຫານລັດດີຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ນໍາພາການເຝິກອົບຮົມ ແລະປະຕິບັດໂຕຈິງ ເຊິ່ງລາຍການທີ່ນໍາມາເຝິກອົບຮົມໃນຄັ້ງນີ້ມີຄື:

 – ຕິດຕັ້ງເວັບເຊີເວີຈໍາລອງ (Xampp Server) ແລະ ConFig ໃນຄອມພີວເຕີ

– ຕິດຕັ້ງລະບົບ G-Web Platform

– ຕິດຕັ້ງຖານຂໍໍ້ມູນລະບົບ G-Web Platform

– ຕັ້ງຄ່າ (ConFig) ການເຊື່ອມຕໍໍ່ຖານຂໍໍ້ມູນລະຫວ່າງເວັບໄຊ ແລະຖານຂໍໍ້ມູນ.

– ການສ້າງບັນຊີຜູ້ໃຊ້ User menagement

– ການເພີື່ມ, ການແກ້ໄຂ, ການລົບບັນຊີຜູ້ໃຊ້

– ການຈໍາກັດສິດລະດັບ super admin, admin, admin register, register

– ການເພີື່ມສິດໃຫ້ແກ່ຜູ້ໃຊ້ຕ່າງໆ

– ການອັບໂຫຼດ ແລະແກ້ໄຂ Banner

– ການສ້າງພື້ນຫຼັງ ແລະກໍານົດສີຂໍໍ້ຄວາມເມນູຕ່າງໆ

– ການເພີື່ມ icon URL ຂອງເວັບໄຊ

– ການກໍານົດເວລາຂອງ slide

– ການສ້າງແຜນຜັງເວັບໄຊ

– ການຈັດການ Menu

– ການເພີື່ມ, ແກ້ໄຂ, ລົບ Menu ຕ່າງໆ

– ການເພີື່ມເນື້ອຫາຕ່າງໆ ແລະລາຍການອື່ນໆທີ່ກ່ຽວຂ້ອງ

ການເຝິກອົບຮົມຄັ້ງນີ້ໃຊ້ເວລາພຽງແຕ່ 2 ມື້ ເຄິ່ງເຊິ່ງເຫັນວ່າໃຊ້ເວລານ້ອຍຫຼາຍເຮັດໃຫ້ນັກສໍາມະນາກອນກຳໄດ້ພື້ນຖານການສ້າງ ແລະການຄຸ້ມຄອງເວັບໄຊ ແລະຕ້ອງໄດ້ສືບຕໍ່ໃນການສຶກສາຄົ້ນຄວ້າເພື່ອໃຫ້ຕອບສະໜອງໄດ້ການຄວາມຕ້ອງການຕົວຈິງໃນການສ້າງຖານຂໍ້ມູນເຜີຍແຜ່ຂໍ້ມູນຂ່າວສານໃຫ້ກວ້າງຂວາງ ແລະວ່ອງໄວຂຶ້ນ.

ໃນພິທີປິດການເຝິກອົບຮົມໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ແລະມອບໃບຊົມເຊີຍໃຫ້ຄະນະຄູຝຶກຈາກກະຊວງເຕັກໂນໂລຊີ ແລະການສື່ສານອີກດ້ວຍ.

.

ຂ່າວ/ພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ