ໃນຕອນເຊົ້າຂອງວັນທີ 21/05/2024 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດກອງປະຊຸມວ່າດ້ວຍການສະສ້າງລົດຂອງລັດຂຶ້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຜູ້ຊີ້ນໍາວຽກງານເສດຖະກິດ. ໂດຍການເຜີຍແຜ່ຂອງ ທ່ານ ສົມບູນ ແກ່ນປະເສີດ ຫົວໜ້າພະແນກຄຸ້ມຄອງສັງຫາລິມະຊັບ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ, ມີອະດີດພະນັກງານການນໍາຂັ້ນສູງ ສມປຊ, ພະນັກງານອາວຸໂສບຳນານ ແລະພະນັກງານ, ຄູ-ອາຈານ ຂັ້ນພະແນກຂຶ້ນໄປເຂົ້າຮ່ວມ.

          ເອກະສານທີ່ນໍາມາເຜີຍແຜ່ຄັ້ງນີ້ ແມ່ນຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 169/ນຍ, ລົງວັນທີ 28/12/2023 ວ່າດ້ວຍການສະສ້າງລົດຂອງລັດ. ຂໍ້ຕົກລົງສະບັບນີ້ປະກອບມີ 5 ໝວດ (ມີ 12 ມາດຕາ).

          ຂໍ້ຕົກລົງສະບັບນີ້ແມ່ນໄດ້ລະບຸແຈ້ງເຖິງຈຸດປະສົງ ທີ່ໄດ້ກຳນົດຫຼັກການ, ເປົ້າໝາຍ, ເງື່ອນໄຂ, ຂັ້ນຕອນການສະສາງ ແລະເປົ້າໝາຍລົດຂອງລັດທີ່ຈະມີການຖອນຄືນ (ລົດທີ່ຕິດປ້າຍສີຟ້າ, ສີແດງ).

ນອກຈາກນີ້, ຍັງໄດ້ຮັບຟັງການເຜີຍແຜ່ແຈ້ງການຂອງກະຊວງການເງິນ ເລກທີ 0589/ກງ, ລົງວັນທີ 15 ກຸມພາ 2024  ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 169/ນຍ, ລົງວັນທີ 28/12/2023 ວ່າດ້ວຍການສະສ້າງລົດຂອງລັດນີ້ອີກດ້ວຍ.

          ການເຜີຍແຜ່ເອກະສານຄັ້ງນີ້ ແມ່ນໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມຮັບຟັງເປັນຈໍານວນຫຼາຍ ແລະໄດ້ມີຄໍາຖາມເຖິງລາຍລະອຽດຕ່າງໆໃນການຊໍາລະສະສາງ ແລະການຖອນຄືນລົດຂອງລັດໃນຄັ້ງນີ້ ໂດຍສະເພາະແມ່ນບັນດາອະດີດພະນັກງານກນນໍາຂັ້ນສູງ ແລະພະນັກງານອາວຸໂສບໍານານ ເພື່ອສ້າງຄວາມເຂົ້າໃຈໃນຂັ້ນຕອນຈັດຕັ້ງປະຕິບັດ.

          ໃນຕອນທ້າຍກອງປະຊຸມ ທ່ານຮອງຫົວໜ້າ ສມປຊ ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ຜູ້ທີ່ຢູ່ໃນເປົ້າໝາຍ ແລະມີເງື່ອນໄຂການຊໍາລະສະສາງ ຮີບຮ້ອນປະກອບເອກະສານໃຫ້ຖືກຕ້ອງ ເພື່ອຍື່ນໃຫ້ພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດໃຫ້ສໍາເລັດເສັດສິິ້ນທັນເວລາທີ່ກຳນົດໄວ້.

ຂ່າວ/ພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ