ໃນຕອນເຊົ້າວັນທີ 15 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 5 ຫ້ອງ 509 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ. ຄະນະກໍາມະບານຮາກຖານຫ້ອງການ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ llຂອງຮາກຖານກໍາມະບານຫ້ອງການ ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ປະທານສະຫະພັນກຳມະບານ ສມປຊ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 19 ທ່ານ.

     ຕອນເຊົ້າວັນທີ 17 ພຶດສະພາ 2024 ທີ່ຫ້ອງປະຊຸມ  ຊັ້ນ 3 ຕຶກຫັດ ຄະກໍາມະບານຮາກຖານຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ ແລະຄະນະລັດທິສັງຄົມນິຍົມວິທະຍາສາດ ກໍ່ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ ll ຂອງຮາກຖານຕົນເອງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ຄໍາໃບ ມາລາສິງ ຮອງປະທານກໍາມະບານ ສມປຊ ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ 11 ທ່ານ ແລະຕອນແລງໃນວັນດຽວກັນນັ້ນຄະນະຊາວໜຸ່ມຮາກຖານຄະນະເສດຖະສາດການເມືອງ ແລະການຄຸ້ມຄອງເສດຖະກິດ ແລະຄະນະລັດທິສັງ ຄົມນິຍົມວິທະຍາສາດກໍ່ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ນາງ ດາວອນ ບຸດທະນຸວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ຮອງຫົວໜ້າຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 9 ທ່ານ, ໃນກອງປະຊຸມຄັ້ງນີ້ລວມມີແຂກຖຶກເຊີນຈາກພາຍໃນຮາກຖານ ແລະຮາກຖານອ້ອມຂ້າງເປັນຕົ້ນແມ່ນ: ຄະນະຊາວໜຸ່ມ ແລະຄະນະກໍາມະບານ ສມປຊ; ສະຫະພັນແມ່ຍິງແຕ່ລະຮາກຖານ; ຄະນະໜ່ວຍພັກ ແລະພະແນກອົງການຈັດຕັ້ງມະຫາຊົນກໍ່ເຂົ້າຮ່ວມ.

         ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະຮັບຮອງເອົາບົດລາຍງານການເມືອງຂອງແຕ່ລະຮາກຖານ, ໃນກອງປະຊຸມໄດ້ຕີລາຄາສູງຕໍ່ບົດລາຍງານການເມືອງ ແລະຜົນງານໃນການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີ I ຂອງວຽກງານກໍາມະບານ ແລະຊາວໜຸ່ມເຊິ່ງໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ສາເຫດ ແລະບົດ ຮຽນຕະຫຼອດການເຄື່ອນໄຫວຽກກງານຜ່ານມາ. ພ້ອມກັນນັ້ນ, ກອງປະຊຸມໄດ້ເອກະພາບກັນຮັບຮອງເອົາບົດລາຍງານດັ່ງກ່າວ ແລະໄດ້ຮັບຟັງການຜ່ານບົດສໍາຫຼວດ ແລະກ່າວອໍາລາໜ້າທີ່ ເຊິ່ງສະມາຊິກພາຍໃນຮາກຖານໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງເອົາຄະນະກຳມະບານ ແລະຄະນະຊາວໜຸ່ມຮາກຖານຊຸດທີ ll ຂອງແຕ່ລະຮາກຖານດັ່ງນີ້:

  1. I. ຄະນະກໍາມະບານຮາກຖານຫ້ອງການຊຸດໃໝ່ ສະໄໝທີ ll ມີຜູ້ລົງສະໝັກເລືອກຕັ້ງ 5 ທ່ານ, ຍິງ 0 ທ່ານ. ເຊິ່ງຜົນສໍາເລັດຂອງການບ່ອນບັດຄັດເລຶອກມີດັ່ງນີ້:
  2. ທ່ານ ປທ ບຸນໜາ ສີຫາລາດ ເປັນປະທານ;
  3. ທ່ານ ປທ ກິອຸໄທ ພອນມີໄຊ ເປັນຮອງປະທານ ພ້ອມທັງເຮັດວຽກກວດກາ;
  4. ທ່ານ ວິໄລສັກ ບຸນຕາບັນດິດ ເປັນຄະນະ.
  5. ຄະນະກໍາມະບານຮາກຖານເສດຖະສາດການເມືອງ ແລະການຄຸ້ມຄອງເສດຖະກິດ ແລະຄະນະລັດທິສັງຄົມນິຍົມວິທະຍາສາດຊຸດໃໝ່ ສະໄໝທີ ll ມີຜູ້ລົງສະໝັກເລືອກຕັ້ງ 5 ທ່ານ, ຍິງ 1ທ່ານ. ເຊິ່ງຜົນສໍາເລັດຂອງການບ່ອນບັດຄັດເລຶອກມີດັ່ງນີ້:
  6. ທ່ານ ປທ ພະສະຫວັດ ເທບສຸວັນ ເປັນປະທານ;
  7. ທ່ານ ປທ ພູນທອງ ສີວັນທອງຄໍາ ເປັນຮອງປະທານ, ເຮັດວຽກກວດກາ;
  8. ທ່ານ ນາງ ທະນົງສອນ ອິນທະຈິດ ເປັນຄະນະ.

III. ຄະນະຊາວໜຸ່ມຮາກຖານເສດຖະສາດການເມືອງ ແລະການຄຸ້ມຄອງເສດຖະກິດ-ຄະນະລັດທິສັງຄົມນິຍົມວິທະຍາສາດຊຸດໃໝ່ ສະໄໝທີ ll ມີຜູ້ລົງສະໝັກເລືອກຕັ້ງ 5 ທ່ານ, ຍິງ 2 ທ່ານ. ເຊິ່ງຜົນສໍາເລັດຂອງການບ່ອນບັດຄັດເລຶອກມີດັ່ງນີ້:

 

  1. ທ່ານ ຖາວອນ ພົມມະຈະລິນ ເປັນເລຂາ;
  2. ທ່ານ ສົມເພັດ ອິນເຕັມ ເປັນຮອງເລຂາ, ເຮັດວຽກກວດກາ;
  3. ນ. ພຸດທະວັນ ສີວົງໄຊ ເປັນຄະນະ.

       ໃນຕອນທ້າຍກອງປະຊຸມ ທ່ານປະທານໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານປະທານໄດ້ຮຽກຮ້ອງມາຍັງຄະນະກໍາມະບານ ແລະຄະນະຊາວໝູ່ມຊຸດໃໝ່ ແລະສະມາຊິກຄື:

  • ຕໍ່ກັບຄະນະກໍາມະບານ ແລະຄະນະຊາວໜຸ່ມຊຸດໃໜ່: ໃຫ້ສືບຕໍ່ປະຕິບັດໜ້າທີ່ໃຫ້ດີກວ່າເກົ່າ, ແກ້ໄຂຂໍບົກຜອງ ແລະເພີ່ມທະວີຄວາມສາມັກຄີ. ຍົກສູງຄວາມຮັບຜິດຊອບເປັນເຈົ້າການໃນການນໍາພາສະມະຊິກພາຍໃນຮາກຖານ ແລະແບ່ງຄວາມຮັບຜິດຊອບຢ່າງລະອຽດ. ສືບຕໍ່ເຊື່ອມຊຶມເອກະສານຕ່າງໆທີ່ທາງສະຖາບັນຈັດຂຶ້ນ, ພ້ອມທັງສືບຕໍ່ປະສານສົມທົບການເຄື່ອນໄຫວຂອງບັນດາອົງການຈັດຕັ້ງມະຫາຊົນ ແລະຊີ້ນໍາ-ນໍາພາສະມະຊິກຢ່າງໄກ້ຊິດຕິດແພດ.
  • ຕໍກັບສະມາຊິກກໍາມະບານ ແລະຊາວໜຸ່ມ: ສືບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ເອົາໃຈໃສ່ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຄົ້ນຄວ້າຊອກຮູ້ຮໍ່າຮຽນ, ຍົກລະດັບດ້ານວິຊາສະເພາະໃຫ້ສູງຂຶ້ນເລື້ອຍໆ. ເພີ່ມທະວີສະຕິຄວາມຕື່ນຕົວ ແລະເປັນເຈົ້າການໃນການປະຕິບັດລະບຽບ ຂອງສະຖາບັນ ວາງອອກຢ່າງເຂັ້ມງວດ. ຕັ້ງໜ້າປະກອບສ່ວນໃນການເຂົ້າຮ່ວມຂະບວນການຕ່າງໆ ຂອງສະຖາບັນຈັດຂຶ້ນ ເປັນຕົ້ນແມ່ນ: ຂະບວການຂອງ 3 ອົງການຈັດຕັ້ງ.

ຂ່າວ/ພາບ: ນາງ ທິດດາວອນດວງປະເສີດ

 ບັນນາທິການ: ປທ ບຸນປັນ ສຸມຸນທອງ