ຂ່າວຫຼ້າສຸດ

ພິທີປະກາດແຕ່ງຕັ້ງຄະນະໜ່ວຍພັກຮາກຖານ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຄໍາມ່ວນ ກອງປະຊຸມສຳມະນາວິທະຍາສາດ 6 ແຂວງພາກໃຕ້ ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາ-ຊີ້ນໍາ ຂອງອົງຄະນະພັກຂັ້ນເທິງ ຕໍ່ໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງພາກໃຕ້” ກອງປະຊຸມ ແລກປ່ຽນບົດຮຽນ ການເຮັດທົດລອງປະເມີນວຽກງານການສ້າງລັດ ທີ່ປົກຄອງດ້ວຍກົດໝາຍໃນຂົງເຂດປົກຄອງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ ປິດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ VII ແລະ ເປີດຮຽນຊຸດໃໝ່ ຂັ້ນກາງ ຮຸ່ນທີ VIII ແລະ ຂັ້ນຕົ້ນ ຮຸ່ນທີ X ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນກາງ ທິດສະດີການເມືອງໃຫ້ນັກສຶກສາ ຮຸ່ນທີ II

ໂດຍປະຕິບັດຕາມມະຕິ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງປະທານ, ຄະນະກຳມະການປ້ອງກັນບົດຈົບຂັ້ນກາງ ທິດສະດີການເມືອງ ຮຸ່ນ II ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ເລກທີ 173/ຄປພຂ, ຊຽງຂວາງ, ລົງວັນທີ 09 ກັນຍາ 2024. ໃນຕອນເຊົ້າວັນທີ 11 ກັນຍາ 2024 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ຈັດພິທີປ້ອງກັນບົດຈົບຂັ້ນກາງ ທິດສະດີການເມືອງ ຮຸ່ນທີ II ໃຫ້ກຽດເປັນປະທານໂດຍ: ທ່ານ…

ພິທີເປິດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ແລະຄະນະປະຈໍາພັກເມືອງ ຊຸດທີ VII

ໃນພິທີ ທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານແຜນການ ເຄື່ອນໄຫວ­ຈັດ­ຕັ້ງ​ປະ­ຕິ­ບັດ​ຊຸດເຝິກອົບຮົມ ແລະການເຝິກອົບຮົມດັ່ງກ່າວແມ່ນຈະໄດ້ດໍາເນີນເປັນເວລາ 15 ວັນ, ເຊິ່ງເລີ່ມແຕ່ວັນທີ 09-27 ກັນຍາ 2024 ຜູ້ເຂົ້າຮ່ວມເຝິກອົບອົບຄັ້ງນີ້ແມ່ນມາຈາກບັນດາເມືອງໃນຂອບເຂດທົ່ວປະເທດ, ເຊິ່ງຈຸດປະສົງໃນການເຝິກອົບຮົມຄື: ໜຶ່ງ: ສ້າງຄວາມຮັບຮູ້ຢ່າງເປັນລະບົບກ່ຽວກັບການໝູນ​ໃຊ້​ທິດ​ສະ​ດີ​ມາກ-​ເລ​ນິນ, ທິດ​ສະ​ດີກາ​ນ​ເມືອງ ແລະ ການບໍລິຫານຄຸ້ມຄອງລັດ, ການຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກຄັ້ງທີ XI, ​​ແຜ​ນຍຸດ​ທະ​ສາດ ​ແລະ​ວຽກ​ງານ​ຈຸດ​ສຸມ​ທີ່​ໄດ້​ກຳນົດ​ໄວ້​ໃນແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດຄັ້ງທີ IX ທ້າຍສະໄໝ, ກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3…

ພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນຂອງໜ່ວຍພັກຮາກຖານຫ້ອງການ

ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານຫ້ອງການໄດ້​ຈັດ​ຂຶ້ນຂອງຕອນເຊົ້າວັນ​ທີ 03 ກັນຍາ 2024 ທີ່ຫ້ອງປະຊຸມຊັ້ນ 3ຕຶກຫ້ອງການ ສມປຊ, ໃຫ້​ກຽດ​ເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີ ສະຫາຍ ປອ ນາງ ຈັນທະໝອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, ສະຫາຍ ປອ ນາງ ໄກສອນ…

ຜົນສໍາເລັດກອງປະຊຸມໃຫຍ່ຂອງໜ່ວຍພັກຮາກຖານຄະນະປັດຊະຍາ ແລະຄະນະກໍ່ສ້າງພັກ ແລະປະຫວັດສາດພັກຄັ້ງທີ II

ໃນຕອນເຊົ້າຂອງວັນທີ 30 ສິງຫາ 2024 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກ H ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ, ໜ່ວຍພັກຮາກຖານຄະນະປັດຊະຍາ ແລະຄະນະກໍ່ສ້າງພັກ ແລະປະຫວັດສາດພັກໄດ້ເປີດກອງປະຊຸມ ໃຫຍ່ຄັ້ງທີ II ຂອງຕົນຂຶ້ນ, ໃຫ້ກຽດເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,…

ຂ່າວອື່ນໆ