ໃນຕອນເຊົ້າ ຂອງວັນທີ 13 ມັງກອນ 2025 ໂຮງຮຽນການເມືອງ ແລະການປົກຄອງ ແຂວງຫຼວງນໍ້າທາ ເປີດຮຽນທິດສະດີການເມືອງ-ການປົກຄອງຂັ້ນຕົ້ນ ລະບົບ 3 ເດືອນ ຮຸ່ນທີ IV ໂດຍການເປັນປະທານ ຂອງ ສະຫາຍ ປອ ຄຳພັນ ເຈຍອາ ກຳມະການພັກແຂວງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າ ແຂວງ ແຂວງຫຼວງນໍ້າທາ, ມີບັນດາສະຫາຍແຂກທີ່ຖືກເຊີນ ພ້ອມດ້ວຍຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ທ່ານ ປທ ຄຳຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ກໍໄດ້ຜ່ານແຜນການຮຽນ-ການສອນທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ 3 ເດືອນ ຮຸ່ນທີ IV ຂອງແຂວງຫຼວງນໍ້າທາ. ໂດຍປະຕິບັດຕາມ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ສະບັບເລກທີ 35/ຈຂ ລົງວັນທີ 6 ມັງກອນ 2025 ວ່າດ້ວຍການອະນຸມັດໃຫ້ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນລະບົບ 3 ເດືອນ ຮຸ່ນທີ IV ປີ 2025 ໃຫ້ແກ່ພະນັກງານຫຼັກແຫຼ່ງ ຢູ່ອ້ອມຂ້າງແຂວງ ເພື່ອບຳລຸງທິດສະດີການເມືອງໃຫ້ສະມາຊິກພັກ, ພະນັກງານນຳພາ-ຄຸ້ມຄອງ, ພະນັກງານຮຸ່ນສືບທອດ, ນາຍທະຫານ ແລະ ນາຍຕຳຫຼວດ ຢູ່ທ້ອງຖິ່ນທີ່ພວມດຳລົງຕຳແໜ່ງບໍລິຫານປະເພດ 6 ຫາ 8 ຢູ່ອົງການຈັດຕັ້ງພັກ-ລັດ ແລະອົງການຈັດຕັ້ງມະຫາຊົນ, ຢູ່ໃນຂົງເຂດບັນດາເມືອງ ແລະພະແນກການອ້ອມຂ້າງແຂວງຫຼວງນໍ້າທາ ເພື່ອຍົກລະດັບຄວາມຮູ້, ແນວຄິດໄກສອນ ພົມວິຫານ, ຄວາມສາມາດດ້ານທິດສະດີການເມືອງ, ແນວທາງນະໂຍບາຍ ຂອງພັກ, ການຄຸ້ມຄອງ ຂອງລັດ, ເຮັດໃຫ້ເປົ້າໝາຍຜູ້ເຂົ້າຮຽນມີແນວຄິດທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ, ມີແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກ ຕໍ່ອຸດົມການສັງຄົມນິຍົມ ກໍຄືພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີ ຕໍ່ປະເທດຊາດ ຕໍ່ປະຊາຊົນ, ມີຄວາມຫ້າວຫັນເປັນແບບຢ່າງໃນທຸກຂົງເຂດວຽກງານ, ເຮັດໃຫ້ການປະຕິບັດໜ້າທີ່ວຽກງານ ນັບມື້ນັບມີຄຸນນະພາບສູງຂຶ້ນ. ໃນການເປີດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຮຸ່ນທີ IV ຄັ້ງນີ້ໄດ້ມີນັກສຶກສາເຂົ້າຮຽນທັງໝົດ 45 ສະ ຫາຍ, ຍິງ 10 ສະຫາຍ ເຊິ່ງຈະໄດ້ຮຽນຮູ້ກ່ຽວກັບຫຼັກສູດທິດສະດີການເມືອງຂັ້ນຕົ້ນໃຊ້ເວລາຮຽນທັງໝົດ 3 ເດືອນເທົ່າກັບ 420 ຊົ່ວໂມງ, ມີ 12 ວິຊາຮຽນໄດ້ແບ່ງອອກເປັນ 8 ກຸ່ມວິຊາຮຽນ ຄື: ກຸ່ມວິຊາເສດຖະສາດການເມືອງ ມາກ-ເລນິນ; ກຸ່ມວິຊາລັດທິສັງຄົມນິຍົມວິທະຍາ; ກຸ່ມວິຊາການເມືອງວິທະຍາ ແລະສັງຄົມສາດ; ກຸ່ມວິຊາແນວຄິດໄກສອນພົມວິຫານ; ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະກົດໝາຍ, ເຕັກນິກບໍລິຫານ; ກຸ່ມວິຊາປະຫວັດສາດພັກ ແລະກໍ່ສ້າງພັກ; ກຸ່ມວິຊາບັງຄັບ ແລະຂຽນບົດປະເມີນຄວາມຮັບຮູ້ຂອງຜູ້ເຂົ້າຮຽນ, ພ້ອມນີ້ທາງໂຮງຮຽນຍັງໄດ້ວາງຄາດໝາຍສູ້ຊົນດ້ວຍການສົ່ງເສີມການແຂ່ງຂັນສອນດີ-ສອນເກັ່ງຂອງຄູ-ອາຈານກວມ 85% ຂຶ້ນໄປ ແລະຊຸກຍູ້ສົ່ງເສີມໃຫ້ນັກສືກສາແຂ່ງຂັນກັນເອົາໃຈ ໃສ່ຮຽນດີ-ຮຽນເກັ່ງມີວິໄນ ຕິດພັນກັບການຮັກຊາດພັດທະນາ, ຂໍ້ແຂ່ງຂັນ 4 ສໍ ຄື: ສ້າງໂຮງຮຽນໃຫ້ມີສະເໜ, ສະອາດ, ສະຫງົບ ແລະສີຂຽວໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.
ຂຽນໂດຍ: ປທ ນ. ມະນີລາ ແກ້ວລະກໍາ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
