ໃນວັນທີ 16 ມັງກອນ 2025 ເວລາ 10:00 ໂມງ, ການນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນ ເຂົ້າອວຍພອນການນໍາວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ2025) ເຊິ່ງນຳໂດຍ ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຫົວໜ້າຄະນະປັດຊະ ຍາ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີຜູ້ຕາງໜ້າໃນຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ, ຄູ-ອາຈານ ເຂົ້າຮ່ວມ. ໂດຍການຕ້ອນຮັບການເຂົ້າອວຍພອນຄັ້ງນີ້ຂອງ ທ່ານ ພົຈວ ປອ​ ແກ້ວສຸວັນ ອິນທະວົງສາ ຄະນະພັກກະຊວງ ຫົວໜ້າການທະຫານວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ພ້ອມດ້ວຍຄະນະ.

    ໃນເວລາ 15:00 ຂອງວັນດຽວກັນ ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຫົວໜ້າຄະນະປັດຊະຍາ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຄະນະ 3 ອົງການຈັດຕັ້ງມະຫາຊົນ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນຄະນະນໍາກອງພັນໃຫຍ່ປືນໃຫຍ່ໜ້າດິນ 605 ເຊິ່ງໃຫ້ການຕ້ອນຮັບຂອງທ່ານ ພັທ ໄມສີ ມາວັນດີ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ປືນໃຫຍ່ໜ້າດິນ 605 ພ້ອມດ້ວຍຄະນະ.

    ໃນໂອກາດນີ້, ຄະນະນໍາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນໍາເອົາຄໍາອວຍພອນ ແລະອາລົມຈິດແຫ່ງຄວາມເປັນຫ່ວງເປັນໄຍ ຂອງຄະນະພັກ,​ ຄະນະນໍາ, ພະນັກງານຄູ-ອາຈານ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມາຍັງກໍາລັງປ້ອງກັນຊາດ ທີ່ເຮັດໜ້າທີ່ປ້ອງກັນເຂດນໍ້າແດນດິນທີ່ເປັນອານາເຂດອໍານາດອະທິປະໄຕຂອງຊາດ ໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນກໍາລັງປ້ອງກັນຊາດທີ່ເຮັດໜ້າທີ່ກໍ່ສ້າງ, ບໍາລຸງພະນັກງານໃນຖັນແຖວຂອງກອງທັບ ໃຫ້ມີພະລານາໄມທີ່ສົມບູນ,​ ມີສຸຂະພາບແຂງ ແຮງ ສາມາດແບກຫາບພາລະໜ້າທີ່ອັນໜັກໜ່ວງ ແລະມີກຽດສະຫງ່າ ທີ່ພັກ-ລັດ ແລະປະຊາຊົນມອບໝາຍ ໃຫ້ມີຜົນສໍາເລັດທຸກປະການ. ພ້ອມດຽວກັນນີ້, ຜູ້ຕາງໜ້າຄະນະພັກ, ຄະນະນໍາທັງສອງພາກສ່ວນ ກໍໄດ້ສະແດງຄວາມຂອບໃຈ ທີ່ຄະນະພັກ, ຄະນະນໍາ ສມປຊ ໄດ້ນໍາເອົາຄໍາອວຍພອນ ແລະຄວາມເປັນຫ່ວງເປັນໄຍ ຂອງພະນັກງານຄູ-ອາຈານ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມາຍັງພະນັກງານ-ນັກຮົບ ໃນກໍາລັງປ້ອງກັນຊາດ ໃນເທື່ອນີ້ ແລະຈະນໍາເອົາຄວາມປາຖະໜາດີອັນນີ້ ໄປຍັງອ້າຍນ້ອງທົ່ວກອງທັບ ເພື່ອໃຫ້ມີກໍາລັງໃຈ ໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ແລະປະຊາຊົນມອບໝາຍໃຫ້ ເພື່ອໃຫ້ມີຄວາມໝັ້ນຄົງ ແລະເຂັ້ມແຂງຂຶ້້ນຢ່າງບໍ່ຢຸດຢັ້ງ.

ຂ່າວ/ພາບ: ປທ ນ. ພາວັນ ວິລະວົງ

                                                          ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ