ໃນຕອນເຊົ້າ ວັນທີ 14 ມັງກອນ 2025 ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດຮຽນປະລິນຍາໂທ ການເມືອງ ແລະ ການປົກຄອງ ຮຸ່ນທີ 18 ແລະແຜນການຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແລະ ຂັ້ນສູງ ຮຸ່ນທີ VII ປະຈຳປີ 2025, ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ,​ ຄະນະນໍາ ສປມຊ, ມີແຂກຮັບເຊີນ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາທຸກລະບົບ ທົ່ວ ສມປຊ ເຂົ້າຮ່ວມ 200 ກວ່າທ່ານ.

ໃນພິທີ ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານບົດສະຫຼຸບປິດຊຸດຮຽນປະລິນຍາໂທການເມືອງ ແລະ ການປົກຄອງ ຮຸ່ນທີ 18 ແລະແຜນການຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແລະ ຂັ້ນສູງ ຮຸ່ນທີ VII ປະຈໍາປີ 2025 ເຊິ່ງໄດ້ຍົກເນື້ອໃນບາງດ້ານວ່າ: ໃນລະບົບປະລິນຍາໂທ ຮຸ່ນທີ 18 ມີຜູ້ເຂົ້າຮຽນທັງໝົດ 140 ທ່ານ, ຍິງ 39 ທ່ານ, ເຊິ່ງມາຈາກບັນດາກະຊວງ, ອົງການອ້ອມຂ້າງສູນກາງ ແລະທ້ອງຖິ່ນ. ໃນລະບົບຮຽນນີ້ໄດ້ຈັດຕັ້ງການຮຽນ-ການສອນ ນັບແຕ່ສົກປີ 2022-2024 ລະບົບຮຽນດັ່ງກ່າວໄດ້ຈັດແບ່ງເປັນ 2 ຫ້ອງຮຽນ ຄື: ຫ້ອງ ກໍ ແລະຫ້ອງ ຂໍ, ຫ້ອງກໍ ມີນັກນັກຄົ້ນຄວ້າຈໍານວນ 67 ທ່ານ, ຍິງ 20 ທ່ານ ແລະຫ້ອງ ຂໍ ມີນັກຄົ້ນຄວ້າຈໍານວນ 73 ທ່ານ, ຍິງ 19 ທ່ານ, ສັງລວມແລ້ວ ການຈັດຕັ້ງປະຕິບັດໂຄງການຫຼັກສູດ ໄດ້ສຳເລັດຕາມແຜນການທີ່ກຳນົດໄວ້ ໃນສົກຮຽນຜ່າມາມີຜູ້ສຳເລັດ ແລະຮັບໃບປະກາສະນິຍະບັດໄປແລ້ວ ຈໍານວນ 02 ທ່ານ, ຍັງບໍ່ສໍາເລັດ 04 ທ່ານ. ໃນສົກຮຽນນີ້ມີຜູ້ສຳເລັດ ແລະຈະໄດ້ຮັບໃບປະກາສະນິຍະບັດຈຳນວນ 134 ທ່ານ, ຍິງ 39 ທ່ານ ໄດ້ກວມເອົາ 94,17%, ເຊິ່ງແຕ່ລະຫ້ອງຮຽນມີການ ຢັ້ງຢືນຜົນຄະແນນ ຄື: ຫ້ອງ ກໍ ຜົນການຮຽນໄດ້ຄະແນນສະສົມ ເກຼດ A ຫຼື ດີເລີດ ມີ 41 ທ່ານ, ກວມ 61,19% ຂອງຈໍານວນ ນັກຄົ້ນຄວ້າໃນຫ້ອງຮຽນ; ຜົນການຮຽນໄດ້ຄະແນນສະສົມ ເກຼດ B ຫຼື ດີຫຼາຍ ມີ 26 ທ່ານ, ກວມ 38,80% ຂອງຈໍານວນນັກຄົ້ນຄວ້າໃນຫ້ອງຮຽນ; ຫ້ອງ ຂໍ ຜົນການຮຽນໄດ້ຄະແນນສະສົມເກຼດ A ຫຼື ດີເລີດ ມີ 49 ທ່ານ ກວມ 67,12%; ຂອງຈໍານວນ ນັກຄົ້ນຄວ້າໃນຫ້ອງຮຽນ; ຜົນການຮຽນໄດ້ຄະແນນສະສົມເກຼດ B ຫຼື ດີຫຼາຍ ມີ 24 ທ່ານ ກວມ 32,87% ຂອງຈໍານວນນັກຄົ້ນຄວ້າໃນຫ້ອງຮຽນ.

ພ້ອມດຽວກັນນັ້ນ, ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ກໍໄດ້ຜ່ານແຜນການຈັດຕັ້ງການຮຽນ-ການສອນ ທິດສະດີການເມືອງຂັ້ນຂັ້ນກາງ ຮຸ່ນທີ 4 ແລະຂັ້ນສູງ ຮຸ່ນທີ 7 ປະຈໍາປີ 2025 ຊຶ່ງໄດ້ສະ  ເໜີສະພາບໂຄງປະກອບຂອງນັກສຶກສາ ຄື:

– ນັກສຶກສາທິດສະດີການເມືອງຂັ້ນກາງຮຸ່ນທີ 4 ມີຈຳນວນ 60 ສະຫາຍ, ຍິງ 23 ສະຫາຍ, ມາຈາກ ກໍາລັງປ້ອງກັນຄວາມສະຫງົບຈໍານວນ 03 ສະຫາຍ, ຍິງ 01 ສະຫາຍ, ມາຈາກກໍາລັງປ້ອງກັນຊາດ ມີ 02 ສະຫາຍ, ຍິງ 0 ສະຫາຍ, ຈໍານວນ 56 ສະຫາຍ, ຍິງ 22 ສະຫາຍ, ແມ່ນມາຈາກບັນດາກະຊວງ, ອົງການທຽບເທົ່າອ້ອມຂ້າງສູນກາງ; ຕຳແໜ່ງ ຫົວໜ້າພະແນກມີ 31 ສະຫາຍ, ຍິງ 10 ສະຫາຍ, ຕຳແໜ່ງຮອງຫົວໜ້າພະແນກມີ 19 ສະຫາຍ, ຍິງ 13 ສະຫາຍ.

– ນັກສຶກສາທິດສະດີການເມືອງຂັ້ນສູງຮຸ່ນທີ 7 ຈໍານວນມີ 44 ສະຫາຍ, ຍິງ 07 ສະຫາຍ, ມາຈາກກຳລັງປ້ອງກັນຄວາມສະຫງົບມີຈຳນວນ 02 ສະຫາຍ, ຍິງ 0 ສະຫາຍ, ມາຈາກກຳລັງປ້ອງກັນຊາດ ມີ 01 ສະຫາຍ, ຍິງ 0 ສະຫາຍ, ຈໍານວນ 41 ສະຫາຍ, ຍິງ 07 ສະຫາຍ ແມ່ນມາຈາກບັນດາກະຊວງ, ອົງການທຽບເທົ່າອ້ອມຂ້າງສູນ ກາງ ແລະພະແນກການຂອງແຂວງໃນຂອບເຂດທົ່ວປະເທດ; ຕຳແໜ່ງຫົວໜ້າກົມມີ 01 ສະຫາຍ, ຍິງ 01 ສະຫາຍ . ຮອງຫົວໜ້າກົມມີ 22 ສະ ຫາຍ, ຍິງ 04 ສະຫາຍ, ຫົວໜ້າພະແນກການ ຫຼື ທຽບເທົ່າສາລັບບັນດາແຂວງມີ 04 ສະຫາຍ, ຍິງ 0 ສະຫາຍ ແລະ ຮອງຫົວໜ້າພະແນກການ ຫຼື ທຽບເທົ່າສໍາລັບບັນດາແຂວງມີ 14 ສະຫາຍ ຍິງ 02 ສະຫາຍ.

ພ້້ອມນັ້ນ, ກໍໄດ້ຜ່ານຈຸດປະສົງ ແລະລະດັບຄາດໝາຍ; ເນື້ອໃນຫຼັກສູດທິດສະດີການເມືອງຂັ້ນກາງ ແລະຂັ້ນສູງ; ສະຖານທີ່ ແລະເວລາຮຽນ; ດ້ານງົບປະມານ; ຮູບແບບການປະເມີນຜົນໄດ້ຮັບ.

ເພື່ອເປັນການຢັ້ງຢືນຜົນງານ ຂອງຊຸດຮຽນປະລິນຍາໂທການເມືອງ ແລະ ການປົກຄອງ ຮຸ່ນທີ 18 ຕະຫຼອດໄລຍະທີ່ໄດ້ເຂົ້າມາສຶກສາຄົ້ນຄວ້າໃນສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ, ທ່ານ ປອ ນ. ຈັນທະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງການຍ້ອງຍໍນັກຮຽນເກັ່ງມີວິໄນດີ ຊຶ່ງປະກອບດ້ວຍ: ຫ້ອງ ກໍ ນັກຮຽນເກັ່ງມີວິໄນດີ ຖືກຈັດເປັນປະເພດ 1 ມີຈຳນວນ 29 ທ່ານ, ຍິງ 13 ທ່ານ ຫຼື ກວມເອົາ 43,28% ຂອງຈໍານວນນັກຄົ້ນຄວ້າໃນຫ້ອງຮຽນ; ປະເພດ II ຈຳນວນ 23 ທ່ານ, ຍິງ 04 ທ່ານ ຫຼື ກວມເອົາ 34,32% ຂອງຈໍານວນນັກຄົ້ນຄວ້າໃນຫ້ອງຮຽນ; ປະເພດ III ຈຳນວນ 01 ທ່ານ ຫຼື ກວມເອົາ 1,49% ຂອງຈໍານວນນັກຄົ້ນຄວ້າໃນຫ້ອງຮຽນ. ພ້ອມນັ້ນ, ການຄັດເລືອກຄະນະພັກ, ຄະນະຫ້ອງ ຫ້ອງ ກໍ ຊີ້ນຳ-ນຳພາດີເດັ່ນ ປະເພດ I ມີຈຳນວນ 04 ທ່ານ ຍິງ 1 ທ່ານ, ປະເພດ II ຈຳນວນ 1 ທ່ານ ແລະ ຫ້ອງຮຽນດີເດັ່ນຖືກຈັດປະເພດ I; ຫ້ອງ ຂໍ ນັກຮຽນເກັ່ງມີວິໄນດີ ຖືກຈັດປະເພດ I ຈຳນວນ 39 ທ່ານ, ຍິງ 16 ທ່ານ ຫຼືກວມເອົາ 53,42 %; ປະເພດ II ມີຈໍານວນ 21 ທ່ານ ຍິງ 3 ທ່ານ ຫຼື ກວມເອົາ 28,76%; ປະເພດ III ມີຈໍານວນ 06 ທ່ານ ຫຼື ກວມເອົາ 8,21% ຂອງຈຳນວນນັກຄົ້ນຄວ້າໃນຫ້ອງຮຽນ. ການຄັດເລືອກຄະນະພັກ, ຄະນະຫ້ອງຊີ້ນໍາ-ນໍາພາດີເດັ່ນປະເພດ I ຈຳນວນ 05 ທ່ານ, ຍິງ 02 ທ່ານ ແລະ ຫ້ອງຮຽນດີເດັ່ນຖືກຈັດປະເພດ I.

ໃນວາລະສຸດທ້າຍພິທີ ທ່ານປະທານໄດ້ມີຄໍາເຫັນໂອ້ລົມຕໍ່ກັບນັກສຶກສາປະລິນຍາໂທການເມືອງ ແລະ ການປົກ ຄອງ ຮຸ່ນທີ 18 ທີ່ມີຜົນສໍາເລັດໃນການສຶກສາຄົ້ນຄວ້າ ເຊິ່ງທ່ານໄດ້ຕີລາຄາສູງຕໍ່ກັບຜູ້ທີ່ສໍາເລັດໃນຄັ້ງນີ້ ຄື:

            1). ຕ້ອງຮູ້ໝູນໃຊ້ສິ່ງທີ່ໄດ້ຮຽນຮູ້ມາຢ່າງປະດິດສ້າງ ເຂົ້າໃນວຽກງານຕົວຈິງໃຫ້ມີການຫັນປ່ຽນ ໃນພຶດຕິກໍາຢ່າງແທ້ຈິງຈຶ່ງ ຈະກໍ່ໃຫ້ເກີດຜົນປະໂຫຍດໃຫ້ແກ່ການສ້າງສາພັດທະນາປະເທດຊາດຂອງພວກເຮົາຢ່າງບໍ່ຢຸດຢັ້ງ ຄືດັ່ງກັບເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກທີ່ຮຽກຮ້ອງໃຫ້ພວກເຮົາຕ້ອງຄວາມກ້າຄິດ, ກ້າຮັບຜິດຊອບ, ຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງ, ສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ, ທິດສະດີ, ແນວທາງທີ່ໄດ້ຮຽນມາຕ້ອງໄດ້ຮັບການທົດສອບ, ກວດສອບ ແລະຢືນຢັນຈາກພຶດຕິກຳຕົວຈິງ.

            2). ຮຽກຮ້ອງບັນດານັກສຶກສາ ຖືເອົາບົດຮຽນທີ່ໄດ້ຈາກພຶດຕິກໍາຕົວຈິງນັ້ນແລ້ວ ຍັງມີໜ້າທີ່ຄົ້ນຄວ້າວິໄຈ ແລະສະຫຼຸບສັງລວມຢ່າງມີວິທະຍາສາດ ແລ້ວສະເໜີຄໍາຄິດ-ຄໍາເຫັນ, ສະເໜີທິດທາງ, ວິທີການ ແລະມາດຕະການທີ່ເປັນໄປໄດ້ ແລະມີປະສິດທິພາບສູງ.

            3). ຈົ່ງສືບຕໍ່ກໍ່ສ້າງ, ພັດທະນາຕົນເອງ, ຮູ້ນໍາເອົາບົດຮຽນໄປໝູນໃຊ້ໃນພຶດຕິກຳໃຫ້ເກີດດອກອອກຜົນ, ປະ ດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບໃນການປ່ຽນແປງຈາກອັນເກົ່າໄປສູ່ອັນໃໝ່ທີ່ດີກວ່າ.

            4). ຮັກສາຊື່ສຽງ, ກຽດສັກສິຂອງຕົນ ກໍຄືຂອງສະຖາບັນໃນການເຄື່ອນໄຫວ, ການປະພຶດທຸກຢ່າງຕ້ອງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະປະຊາຊົນ ທີ່ໄດ້ຝາກຄວາມຫວັງໄວ້; ເພາະສະນັ້ນ, ບໍ່ວ່າຢູ່ແຫ່ງຫົນໃດ, ໃນໜ້າທີ່ວຽກງານໃດ, ຈະຄິດ, ປະພຶດ ແລະກະທຳອັນໃດ ກໍຕ້ອງຄໍານຶງ ແລະຢຶດໝັ້ນໃນທາດແທ້ຊົນຊັ້ນກຳມະກອນຂອງພັກຢ່າງສະເໝີຕົ້ນສະເໝີປາຍ.

            ພ້ອມກັນນັ້ນ, ທ່ານປະທານ ກໍໄດ້ມີຄໍາເຫັນຕໍ່ນັກສຶກສາລະບົບທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແລະ ຂັ້ນສູງ ຮຸ່ນທີ VII ດັ່ງນີ້:

            ໜຶ່ງ; ກ່ອນອື່ນໝົດ ພວກສະຫາຍຄວນຮັບຮູ້ຢ່າງເລິກເຊິ່ງເຖິງກຽດ, ຄວາມເອກອ້າງທະນົງໃຈ ພ້ອມກັນນັ້ນ ກໍແມ່ນຄວາມຮັບຜິດຊອບອັນຍິ່ງໃຫຍ່ ເມື່ອໄດ້ມາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ ຢູ່ໃນ ສະຖາບັນການສຶກສາສູງສຸດ ຂອງພັກເຮົາ, ເພາະການຮຽນທິດສະດີການເມືອງ ມີຄວາມສໍາຄັນ ແລະ ຈຳ ເປັນສໍາລັບພະນັກງານນໍາພາ-ຄຸ້ມຄອງ ທີ່ເຮັດໜ້າທີ່ນໍາພາ-ຊີ້ນໍາໃນແຕ່ລະຂົງເຂດວຽກງານ, ມັນຈະຊ່ວຍ ໃຫ້ພວກເຮົາເຫັນແຈ້ງເສັ້ນທາງ, ບາດກ້າວເດີນການຂະຫຍາຍຕົວ ຂອງປະເທດຊາດ.

            ສອງ; ການສຶກສາຄົ້ນຄວ້າຮໍ່າຮຽນ ເວລາໃດກໍຕິດພັນຢ່າງສະໜິດແໜ້ນກັບການຝຶກຝົນຫຼໍ່ຫຼອມ, ການປັບປຸງປ່ຽນ ແປງຕົນເອງຈາກອັນເກົ່າ ໄປສູ່ອັນໃໝ່ທີ່ມີຄຸນນະພາບສູງຂຶ້ນ. ພວກສະຫາຍແມ່ນພະນັກງານສືບທອດ ຂັ້ນຕໍ່ໄປຂອງກະ ຊວງ, ອົງການຢູ່ສູນກາງ, ທ້ອງຖິ່ນ. ສະນັ້ນ ຕ້ອງປັບປຸງປ່ຽນແປງ ແທ້ໃນດ້ານຄວາມຮັບຮູ້ ແລະ ການກະທໍາຕົວຈິງ. ການຮຽນຕ້ອງຕິດພັນກັບການປະຕິບັດລະບຽບວິໄນ ທີ່ສະຖາບັນໄດ້ກຳນົດອອກ ເຊັ່ນ: ລະບຽບນັກສຶກສາ, ລະບຽບການເຄື່ອນ ໄຫວໄປ-ມາ, ລະບຽບອື່ນໆ ມີ ແຕ່ລະບຽບວິໄນ ຈິ່ງສາມາດເຮັດໃຫ້ພວກເຮົາສາມາດຢູ່ຮ່ວມກັນດ້ວຍຄວາມສາມັກຄີ.

            ສາມ; ການຮຽນ ພວກສະຫາຍຕ້ອງມີວິທີຮຽນທີ່ສອດຄ່ອງກັບສະພາບຄວາມເປັນຈິງ ຂອງຕົນເອງ ໝາຍວ່າ ພວກສະຫາຍ ແມ່ນພະນັກງານນໍາພາໃນລະດັບສູງ ແລະ ກາງ, ການຮຽນຕ້ອງຮູ້ສົມທົບ ລະຫວ່າງ ທິດສະດີ ແລະ ພຶດຕິກຳ, ເອົາພຶດຕິກຳມາເຍືອງໃສ່ທິດສະດີ, ຊອກຫາເຫດຜົນ, ຄົ້ນຄິດຫາວິທີ ການໃຫ້ຖືກຕ້ອງກັບພື້ນຖານລະບຽບ, ກົດໝາຍ, ຮຽນໄປນໍາ, ຄິດໄປນໍາ; ພວກສະຫາຍຕ້ອງຄົ້ນຄວ້າໃຫ້ ຫຼາຍ, ຊອກຮູ້ຮໍ່າຮຽນຢ່າງກວ້າງຂວາງນໍາຄູ-ອາຈານ, ເພື່ອນສະຫາຍ, ພຶດຕິກຳຕົວຈິງ, ຮູ້ຕັ້ງບັນຫາ ແລະ ວິທີແກ້ໄຂບັນຫາ ດ້ວຍຄວາມຮັບຜິດຊອບ ຂອງຕົນເອງ, ຊອກວິທີທາງອອກໄປພ້ອມ.

            ສີ່; ບັນດາສະຫາຍຄະນະພັກ, ຄະນະຫ້ອງ ທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງຍົກສູງຄັນທຸງເຕົ້າໂຮມຄວາມສາມັກຄີ, ຄວາມເປັນແບບຢ່າງ ເລີ່ມແຕ່ຄະນະພັກ, ຄະນະຫ້ອງ ຮອດສະມາຊິກ ມີຫຍັງກໍ່ໃຫ້ປຶກສາຫາລືກັນ, ເສີມຂະຫຍາຍປະຊາທິປະໄຕພາຍໃນ, ຕົກລົງເປັນໝູ່ຄະນະ ແລະ ພ້ອມກັນຈັດຕັ້ງປະຕິບັດ. ສະມາຊິກ ກໍຕ້ອງເຕົ້າໂຮມຄວາມສາມັກຄີເປັນກໍາລັງແຮງຊຸກຍູ້ຂະບວນການລວມ ຂອງຫ້ອງຮຽນ.

            ສຸດທ້າຍ, ທ່ານປະທານ ກໍໄດ້ເນັ້ນໜັກໃຫ້ແກ່ນັກສຶກສາລະບົບທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແລະ ຂັ້ນສູງ ຮຸ່ນທີ VII ກໍາແໜ້ນ 4 ຄາດໝາຍໃຫຍ່ ຄື:

            ໜຶ່ງ; ບັນດາສະຫາຍຜູ້ເຂົ້າຮຽນ ໄດ້ທົບທວນຄືນຢ່າງເປັນລະບົບກ່ຽວກັບບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ບັນດາທິດສະດີວິທະຍາສາດ ເຊິ່ງເປັນການປະກອບໂລກະທັດປະຕິວັດ ແລະ ວິທະຍາ ສາດ, ກຳແໜ້ນເຊື່ອມຊຶມເລິກເຊິ່ງກວ່າເກົ່າ ຕໍ່ບັນດາທັດສະນະແນວ ທາງປ່ຽນແປງໃໝ່ ແລະ ມີຫຼັກການຂອງພັກ, ກຳໄດ້ຢ່າງເປັນລະບົບ, ບັນດາຂໍ້ກຳນົດກົດໝາຍ ແລະ ລະບຽບການຕ່າງໆ ຂອງພັກ-ລັດ.

            ສອງ; ບັນດາສະຫາຍຈະປັບປຸງແນວຄິດ ແລະ ທັດສະນະການເມືອງໄດ້ດີຂຶ້ນ, ເປັນຕົ້ນແມ່ນການຍົກສູງຄຸນ ສົມບັດສິນທຳປະຕິວັດ, ຫຼັກໝັ້ນຊົນຊັ້ນກຳມະກອນ, ຈຳແນກມິດ-ສັດຕູຢ່າງຈະແຈ້ງ, ເຊື່ອມ ຊຶມ ແລະ ເຊື່ອໝັ້ນຕໍ່ການນໍາພາ ຂອງພັກ ແລະ ພາລະກິດປ່ຽນແປງໃໝ່ ຢູ່ປະເທດເຮົາ ພ້ອມນີ້ກໍ ປຸກລະດົມໄດ້ແນວຄິດຫ້າວຫັນ, ປະດິດສ້າງ ແລະ ຕີຖອຍແນວຄິດຫຍໍ້ທໍ້ຕ່າງໆ.

            ສາມ; ບັນດາສະຫາຍຈະປັບປຸງແບບແຜນວິທີເຮັດວຽກ, ແບບແຜນການເຄື່ອນໄຫວ ແລະ ການດໍາລົງຊີວິດອັນປອດໃສຂາວສະອາດ, ໄດ້ຍົກສູງຄວາມຮັບຜິດຊອບ, ຄວາມເປັນຜູ້ນໍາໃນການນໍາພາຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ ຂອງພັກ, ຂໍ້ກຳນົດກົດໝາຍ ຂອງລັດໃຫ້ປະກົດຜົນເປັນຈິງຢູ່ໃນຂົງເຂດ, ຂະແໜງການ ແລະ ວຽກງານທີ່ຕົນຮັບຜິດຊອບ.

            ສີ່; ບັນດາສະຫາຍຈະຖືໂອກາດນີ້ ເປັນການຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ກຳແໜ້ນຫຼັກມູນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ທິ ສະດີວິທະຍາສາດທີ່ກ້າວໜ້າ, ໄປພ້ອມໆກັນກັບການຍາດແຍ່ງເອົາຄວາມຮູ້ ທາງດ້ານທິດສະດີ ແລະ ທັງພຶດຕິກຳ ຊຶ່ງມັນໄດ້ເຮັດໃຫ້ແຕ່ລະສະຫາຍມີການຫັນປ່ຽນຢ່າງຈະແຈ້ງ. ພ້ອມກັນນັ້ນ, ກໍໄດ້ມີໂອກາດ ແລກປ່ຽນບົດຮຽນໃນການຈັດຕັ້ງນໍາພາ, ແລກປ່ຽນຄວາມຄິດຄວາມເຫັນ ທີ່ເປັນຜົນດີໃນການຈັດຕັ້ງ ປະຕິບັດວຽກງານໃນຕໍ່ໜ້າ ໃຫ້ມີຄຸນນະພາບສູງຂຶ້ນ.

ຂ່າວ/ພາບ: ປທ ວຽງສະຫວັນ ຈັນທະວີໄຊ

                                                                                ບັນນາທິການ: ປທ ບຸນປັນ ສຸມູນທອງ

ຂ່າວອື່ນໆ