ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສຳເລັດ ກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫຼງຂ່າວ
ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສົມທົບກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວຈັດກອງປະຊຸມສໍາມະນາ ວິທະຍາສາດລະດັບກະຊວງຂຶ້ນໃນຕອນເຊົ້າ ຂອງວັນທີ 13 ມິ ຖຸນາ 2023, ທີ່ຫ້ອງປະຊຸມຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ທີ່ຫໍວັດ ທະນະທໍາແຫ່ງຊາດ, ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫຼງຂ່າວ”. ໃຫ້ກຽດເປັນປະທານຊີ້ນໍາກອງປະຊຸມໂດຍ: ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ…
ກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາໂທ ຮຸ່ນທີ XVII ຫ້ອງ ກ
ໃນຕອນເຊົ້າ ຂອງວັນທີ 06 ມິຖຸນາ 2023 ທີ່ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ (ຕຶກສູນຂໍ້ມູນຂ່າວສານ ຊັ້ນ 5) ນັກສຶກສາປະລິນຍາໂທ ຮຸ່ນທີ XVII ຫ້ອງ ກ ໄດ້ເປີດກອງປະຊຸມຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ. ໃຫ້ກຽດເປັນປະທານໂດຍ: ສະຫາຍ ປອ ຄໍາໃບ ມາລາສິງ ກໍາມະການຄະນະພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ມີແຂກຖືກເຊີນ ແລະສະມາຊິກພັກນັກສຶກສາພາຍໃນຫ້ອງເຂົ້າຮ່ວມທັງໝົດຈຳນວນ 60 ສະຫາຍ, ຍິງ…
ທ່ານ ປອ ສົມບັດ ເຢ່ຍລີເຮີ ມອບປື້ມຜົນສໍາເລັດການຄົ້ນຄວ້າວິທະສາດ ໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2023 ທ່ານ ປອ ສົມບັດ ເຢ່ຍລີເຮີ ອະດີດການນຳພັກ-ລັດຂອງແຂວງໄຊສົມບູນ ໄດ້ນຳເອົາຜົນສຳເລັດການຄົ້ນຄວ້າວິທະຍາສາດປື້ມວິທະຍານິພົນຫົວຂໍ້໋: ພັດທະນານະຄອນຫຼວງວຽງຈັນ ຕາມທິດຕົວເມືອງຍືນຍົງ. ຊຶ່ງເປັນວິທະຍານິພົນປະລິນຍາເອກພາສາຫວຽດນາມແປເປັນພາສາລາວທີ່ ທ່ານ ປອ ສົມບັດ ເຢ່ຍລີເຮີ ເປັນນັກຄົ້ນຄວ້າຢູ່ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ໄລຍະ 2008-2010. ການມອບ-ຮັບດັ່ງກ່າວໂດຍແມ່ນ: ທ່ານ ປອ ຄຳມອນ…
ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນ ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນກາງ ໄລຍະ 6 ເດືອນ ຮຸ່ນທີ I
ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2023 ນີ້ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນໄດ້ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນກາງ 6 ເດືອນ ຮຸ່ນທີ I ຂຶ້ນຢູ່ທີ່ສະໂມສອນໂຮງຮຽນຂອງຕົນ,ໂດຍການເປັນປະທານກອງປະຊຸມ ຂອງທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານແນວຄິດທິດສະດີຂັ້ນແຂວງ, ທ່ານ ນ.…

