ໃນຕອນແລງ ວັນທີ 31ມັງກອນ2025 ຢູ່ທີ່ ຊັ້ນ 3 ຕຶກຫັດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດຈັດພິທີປິດຊຸດເຝິກອົບຮົມຫົວຂໍ້ສະເພາະ ໃຫ້ເລຂາການນໍາ ຊຸດທີ 1, ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ,ຄະນະນໍາ ສປມຊ,ຜູ້ຕ່າງໜ້າຄະນະຈັດຕັ້ງສູນກາງພັກ,ບັນດາຫົວໜ້າກົມ, ຄະນະກົມ ແລະແຂກຖືກເຊີນ, ບັນດາເລຂາການນຳຈາກພາກສ່ວນຕ່າງໆອ້ອມຂ້າງສູນກາງ ເຂົ້າຮ່ວມທັງໝົດ 51 ທ່ານ, ຍິງ 12 ທ່ານ.
ໃນພິທີທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ–ການສອນ ໄດ້ຂຶ້ນຜ່ານບົດສະຫຼຸບການປິດເຝິກອົບຮົມ ຊຸດທີ 1 ຄື:ຊຸດເຝິກອົບຮົມຄັ້ງນີ້ມີຜູ້ເຂົ້້າຮ່ວມເຝິກທັງໝົດ 44 ທ່ານ, ຍິງ 09 ທ່ານ, ມີຄະນະຫ້ອງ 5 ທ່ານ ຫຼັກສູດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງຫົວຂໍ້ສະເພາະເລຂາການນໍາໄລຍະສັ້ນ 10 ວັນ ເປັນຫຼັກສູດທີ່ສ້າງຂຶ້ນເພື່ອປະກອບຄວາມຮູ້ພື້ນຖານດ້ານການບໍລິຫານ ໃຫ້ແກ່ພະນັກງານທີ່ເຮັດໜ້າທີ່ເປັນເລຂາການນໍາເຊິ່ງປະກອບມີ 8 ຫົວຂໍ້ລະອຽດຄື:
ຫົວຂໍ້ທີ 1: ຄວາມໝາຍ ແລະຄວາມສໍາຄັນ ຂອງເລຂາການນໍາ;
ຫົວຂໍ້ທີ 2:ຄຸນສົມບັດສິນທໍາປະຕິວັດ ແລະຈັນຍາບັນ;
ຫົວຂໍ້ທີ 3: ການເປັນເລຂາການນໍາແບບໃໝ່;
ຫົວຂໍ້ທີ 4: ການພົວພັນປະສານງານ ຂອງເລຂາການນໍາ;
ຫົວຂໍ້ທີ 5: ຄວາມຮັບຜິດຊອບຂອງເລຂາການນໍາ;
ຫົວຂໍ້ທີ 6: ຄຸນສົມບັດສິນທໍາປະຕິວັດ ຂອງປະທານໄກສອນ ພົມວິຫານ;
ຫົວຂໍ້ທີ 7: ແບບແຜນວິທີການເຮັດວຽກ ຂອງເລຂາການນໍາ;
ຫົວຂໍ້ທີ 8: ການແກ້ໄຂບັນຫາຂອງເລຂາການນໍາ.
ໃນຊຸດຮຽນໄດ້ສົມທົບລະຫວ່າງການຮຽນທິດສະດີ, ສຳມະນາແລກປ່ຽນ ແລະໄປທັດສະນະສຶກສາ ລວມຊົ່ວໂມງທັງໝົດ 70 ຊົ່ວໂມງ. ເຊິ່ງໄດ້ໃຫ້ກຽດບັນຍາຍຈາກການນໍາຂັ້ນສູງ ຂອງສະຖາບັນ, ອາດີດການນໍາອາວຸໂສບຳນານ ແລະຄູ-ອາຈານທີ່ມີປະສົບການ, ເຊິ່ງມີອາຈານຂຶ້ນຫ້ອງທັງໝົດມີ10 ທ່ານ, ຍິງ 03 ທ່ານ. ໃນນັ້ນ, ອາຈານທີ່ມີຕຳແໜ່ງລັດຖະມົນຕີ ແລະຮອງລັດຖະມົນຕີມີ 04 ທ່ານ, ຍິງ 02 ທ່ານ, ຫົວໜ້າກົມມີ 04 ທ່ານ ແລະຮອງຫົວໜ້າກົມມີ 01 ທ່ານ, ຍິງ 01 ທ່ານ;ພິເສດໃນຊຸດຝຶກອົບຮົມຊຸດນີ້ໄດ້ຕ້ອນຮັບທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດການນຳຂັ້ນສູງ ແລະທ່ານ ສີສູນໄທ ແກ້ວໂພໄຊ ຫົວໜ້າກົມເລຂານຸການ-ການນໍາ ຈາກຫ້ອງວ່າການສູນກາງພັກ ທີ່ໄດ້ໃຫ້ກຽດມາຂຶ້ນຫ້ອງເພື່ອຖ່າຍທອດປະສົບການ ໃນຖານະເຄີຍເປັນເລຂາການນໍາຂັ້ນສູງນັບທັງອາດີດ ກໍຄືປະຈຸບັນ.
ຜົນໄດ້ຮັບລວມຂອງການຈັດຊຸດຝຶກອົບຮົມໃນຊຸດທີ 1 ນີ້ ແມ່ນຢູ່ໃນລະດັບດີ ຫາ ດີຫຼາຍ, ຕີລາຄາຄວາມຮັບຮູ້ຂອງຜູ້ເຂົ້າຝຶກອົບຮົມ ແລະຂັ້ນຕອນການຝຶກທັງໝົດ ຄະແນນລວມ 13,58 ສະເລ່ຍ 4,53 ທາງດ້ານເນື້ອໃນໂດຍລວມແລ້ວເຫັນວ່າຜູ້ເຂົ້າຝຶກອົບຮົມທີ່ໄດ້ຜ່ານຄົບ 10 ວັນ ແມ່ນມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ສາມາດເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມບຸກບືນຫ້າວຫັນ ປະຕິບັດໜ້າທີ່ວຽກງານການເມືອງຂອງຕົນກໍຄືການຍາດແຍ່ງເອົາຄວາມຮູ້ນໍາຄູ-ອາຈານ, ເຊື່ອໝັ້ນຕໍ່ກຳລັງແຮງ ແລະສະຕິປັນຍາ ຂອງຄູ-ອາຈານ, ກ້າຄິດ, ກ້າຕັ້ງບັນຫາ ແລະກ້າຮັບຜິດຊອບຕໍ່ການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ.
ເຊິ່ງໃຫ້ກຽດມອບໃບຢັ້ງຢືນໃຫ້ນັກເຝິກອົບຮົມໂດຍທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
ໃນຕອນທ້າຍພິທີ ທ່ານປະທານ ໄດ້ມີຄໍາເຫັນໂອ້ລົມຕໍ່ນັກຝຶກອົບຮົມທັງໝົດ ຊື່ງໄດ້ເນັ້ນໜັກບາງເນື້ອໃນສໍາຄັນຄື:
1). ຕ້ອງຮູ້ໝູນໃຊ້ສິ່ງທີ່ໄດ້ຮຽນຮູ້ມາຢ່າງປະດິດສ້າງ ເຂົ້າໃນວຽກງານຕົວຈິງ ຊຶ່ງຈະກໍ່ໃຫ້ເກີດຜົນປະໂຫຍດໃຫ້ແກ່ການສ້າງສາພັດທະນາປະເທດຊາດຂອງພວກເຮົາຢ່າງບໍ່ຢຸດຢັ້ງ.
2). ຈົ່ງນໍາເອົາບົດຮຽນທີໄດ້ຮຽນມາ ໄປທົດສອບ ຢູ່ໃນພຶດຕິກຳປະຕິວັດແຫ່ງການສ້າງສາພັດທະນາປະເທດຊາດ ອັນນີ້ຈະຊ່ວຍໃຫ້ຮູ້ແຈ້ງວ່າ ອັນໃດຖືກ, ອັນໃດຜິດ, ອັນໃດສອດຄ່ອງເໝາະສົມ ຫຼື ບໍ່ສອດຄ່ອງ ບົນພື້ນຖານເດັດດ່ຽວປົກປ້ອງສິ່ງທີ່ຖືກຕ້ອງ; ພ້ອມກັນນັ້ນກໍຕັດສິນໃຈ ດັດແປງແກ້ໄຂອັນທີ່ບໍ່ຖືກຕ້ອງຢ່າງທັນການ.
3). ຈາກພຶດຕິກຳຕົວຈິງນັ້ນ ກໍຍັງຮຽກຮ້ອງໃຫ້ນັກເຝິກອົບຮົມຄົ້ນຄວ້າວິໄຈ ແລະ ສະຫຼຸບສັງລວມຢ່າງມີວິທະຍາສາດ ແລ້ວສະເໜີຄຳຄິດຄຳເຫັນ, ສະເໜີທິດທາງ, ວິທີການ ທີ່ເປັນໄປໄດ້ ແລະມີປະສິດທິພາບສູງ ເພື່ອປັບປຸງວຽກງານໃນກົມກອງໃຫ້ດີຂຶ້ນ.
4). ຈົ່ງຮັກສາໄວ້ຊື່ສຽງ, ກຽດສັກສີຂອງຕົນກໍຄືຂອງສະຖາບັນບໍ່ວ່າຢູ່ແຫ່ງຫົນໃດ, ໃນໜ້າທີ່ວຽກງານໃດ, ຈະຄິດ, ປະພຶດ ແລະກະທຳອັນໃດກໍຕ້ອງຄຳນຶງ ແລະຢຶດໝັ້ນໃນໃນທັດສະນະທີ່ຖືກຕ້ອງ ຢ່າງສະເໝີຕົ້ນສະເໝີປາຍ.
5).ຄະນະພັກແຕ່ລະຂັ້ນພວມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ໃນຖານະເປັນເລຂາການນໍາຈົ່ງເອົາໃຈໃສ່ໃນການກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກແຕ່ລະຂັ້ນ ຕ້ອງຍົກສູງຄວາມຮັບຜິດຊອບບັນດາແຜນວຽກງານຕ່າງໆ

ພາບ/ຂ່າວ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ