ຂ່າວຫຼ້າສຸດ

ຄະນະປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງ ລົງເຄື່ອນໄຫວວຽກງານ ຢູ່ໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຄະນະຜູ້ແທນວິຊາການ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄປເຂົ້າຮ່ວມກອງປະຊຸມສັງຄົມນິຍົມສາມຝ່າຍ ຈີນ-ຫວຽດນາມ-ລາວ ປີ 2025 ໃນລະຫວ່າງວັນທີ 28 – 30 ພະຈິກ 2025 ຢູ່ ສປ ຈີນ ພິທີວາງສີລາລຶກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້ ທີ່ແຂວງຈຳປາສັກ ສັນຍາລັກແຫ່ງຄວາມສາມັກຄີພິເສດ ລາວ-ຫວຽດນາມ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ນັກສຶກສາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ

ໂຮງຮຽນການເມືອງແຂວງຫູໜານ ພົບປະ, ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

         ໂຮງຮຽນການເມືອງແຂວງຫູໜານ ໄດ້ພົບປະ, ຢ້ຽມຢາມ ແລະແລກປ່ຽນບົດຮຽນ ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຕອນເຊົ້າຂອງວັນທີ 6 ກັນຍາ 2023 ທີ່ຫ້ອງຮັບແຂກ ສມປຊ ໃຫ້ກຽດຕ້ອນຮັບໂດຍ ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ, ພ້ອມດ້ວຍຕາງໜ້າແຕ່ລະພາກສ່ວນພາຍໃນ ສມປຊ ແລະນຳພາຄະນະຜູ້ແທນການພົບປະ, ຢ້ຽມຢາມ ແລະແລກປ່ຽນບົດຮຽນຂອງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມຖອດຖອນບົດຮຽນ ລະບົບໂຮງຮຽນພັກທົ່ວປະເທດປະຈໍາປີ 2023 ທີ່ແຂວງອັດຕະປື

ໃນຕອນເຊົ້າ ວັນທີ 04 ກັນຍາ 2023 ທີ່ສະໂມສອນໃຫຍ່ແຂວງອັດຕະປື, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດກອງປະຊຸມຖອດຖອນບົດຮຽນ ລະບົບໂຮງຮຽນພັກທົ່ວປະເທດ ໃຫ້ກຽດເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ: ສະຫາຍ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື, ມີສະຫາຍໃນຄະນະປະຈໍາພັກ, ຄະນະອໍານວຍການ…

ໂຮງຮຽນການ​ເມືອງ ແລະ ການ​ປົກຄອງ​ແຂວງສະຫວັນນະເຂດ ເປີດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ III ແລະຂັ້ນຕົ້ນ ຮຸ່ນທີ III

ພິທີເປີດຊຸດຮຽນຂັ້ນກາງ ຮຸ່ນທີ III ແລະຂັ້ນຕົ້ນ ຮຸ່ນທີ III ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງຢູ່ຂັ້ນເມືອງ, ພະແນກການຂອງແຂວງສະຫວັນນະເຂດແມ່ນດຳເນີນໄປພາຍໃຕ້ບັນຍາກາດທີ່ທົ່ວພັກ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວບັນດາເຜົ່າພວມອອກແຮງແຂ່ງຂັນການຈັດຕັ້ງຜັນຂະຫຍາຍມະຕິກອງປະໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX, ໂດຍສະເພາະຢູ່ແຂວງສະຫວັນນະເຂດພວມອອກແຮງແຂ່ງຂັນໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງໃຫ້ເຂົ້າສູ່ລວງເລິກ.        ໃນພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 1 ກັນຍາ 2023 ທີ່ສະໂມສອນ ໂຮງຮຽນການ​ເມືອງ ແລະການ​ປົກຄອງ​ແຂວງສະຫວັນນະເຂດ ໃຫ້ກຽດເປັນປະທານຮ່ວມໂດຍ: ທ່ານ…

ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ເປີດກອງປະຊຸມສຳມະນາວິທະຍາສາດ 2 ຫົວຂໍ້ສຳຄັນ

         ໃນລະຫວ່າງວັນທີ 30-31 ສິງຫາ 2023 ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ 2 ຫົວຂໍ້ຄື: “ການສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານວຽກງານພະນັກງານ ຢຸ່ແຂວງບໍລິຄຳໄຊ” ແລະຫົວຂໍ້: “ສົ່ງເສີມການຜະລິດກະສິກຳ ທີ່ເປັນທ່າແຮງທາງດ້ານເສດຖະກິດ ຢູ່ບັນດາແຂວງພາກກາງ” ພາຍໃຕ້ການເປັນປະທານຮ່ວມໂດຍ: ທ່ານ ປອ ດາວສະຫັວນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາວິທະຍາສາດ ແລະທ່ານ ວັນວິໄລ ແດນພູຫຼວງ…

ຂ່າວອື່ນໆ