ໃນຕອນແລງວັນທີ 21 ພຶດສະພາ 2025, ຊຸດຝຶກອົບຮົມພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ໄລຍະ 15 ວັນ ຊຸດທີ II ນໍາພາຂະບວນໄປທັດສະນະຄັ້ງນີ້ໂດຍ: ທ່ານ ປອ ນາງ ໄກສອນ ຈັນສີນາ ຄະນະພັກ ຫົວໜ້າຫ້ອງການ ແລະໃຫ້ກຽດຕ້ອນຮັບຂະບວນການດັ່ງກ່າວໂດຍ: ທ່ານ ສຈ ປອ ພິຊິດ ໄຊຍະທິດ ປະທານຫໍພິພິດຕະພັນ ສີລະປະລາວ ເຊິ່ງມີຜູ້ເຂົ້າຮ່ວມຂະບວນໄປທັດສະນະສຶກສາຄັ້ງນີ້ ຈໍານວນ 47 ທ່ານ, ຍິງ 10 ທ່ານ ພ້ອມທັງຄະນະຮັບຜິດຊອບ 13 ທ່ານ.
ຈຸດປະສົງໃນການໄປທັດສະນະໃນຄັ້ງນີ້ ເພື່ອເຮັດໃຫ້ທິດສະດີທີ່ຮຽນມາຕິດພັນກັບພຶດຕິກໍາຕົວຈິງ, ປະຫວັດຄວາມເປັນມາ, ການຄຸ້ມຄອງອະນຸລັກ, ສືບທອດສີລະປະ ແລະວັດທະນະທໍາອັນດີງາມທີ່ມີເອກະລັກ ຂອງຊາດລາວ ໃຫ້ຍືນຍົງ; ພ້ອມກັນນັ້ນ, ກໍຍັງໄດ້ຮັບຟັງການບັນລະຍາຍ ກ່ຽວກັບປະຫວັດຄວາມເປັນມາຂອງຫໍພິພິດຕະພັນ, ການແກະສະຫຼັກລວດລາຍຮູບຕ່າງໆ ຈາກຮາກໄມ້ ແລະຕົ້ນໄມ້ໃຫຍ່ ເຊິ່ງໄມ້ທີ່ເອົານໍາມາແກະສະຫຼັກ ແມ່ນໄມ້ທີ່ຖືກຖິ້ມປະໄວ້ຫຼາຍປີ ແລະບໍ່ແມ່ນການຕັດໄມ້ທໍາລາຍປ່າ ແລະໄດ້ຮັບຟັງທີ່ມາໃນການສະສົມບັນດາພະພຸດທະຮູບແຕ່ລະຂົງເຂດ, ພ້ອມກັນນັ້ນ ກໍຍັງຮັບຊົມຜົນງານສີລະປະສີມືຄົນລາວທີ່ສ້າງຂຶ້ນມາຈາກຮາກໄມ້.
ໃນຕອນທ້າຍທ່ານ ນາງ ວັດທະນາ ດາລາລອຍ , ຄະນະຫ້ອງ ໄດ້ກ່າວສະແດງຄໍາຂອບໃຈ ມາຍັງທ່ານ ສຈ ປອ ພິຊິດ ໄຊຍະທິດ ປະທານຫໍພິພິດຕະພັນ ສີລະປະລາວ ທີ່ໃຫ້ກຽດຕ້ອນຮັບ, ພ້ອມທັງນໍາພາຂະບວນທັດສະ ນະ, ເຊິ່ງທ່ານໄດ້ກ່າວວ່າ: ໃນການທັດສະນະໃນຄັ້ງນີ້ ແມ່ນໄດ້ຮັບຄວາມຮູ້ຫຼາຍໆຢ່າງທາງດ້ານສີໄມ້ລາຍມືໃນການແກະສະຫຼັກ ແລະບັນດາສີລະປະ ຂອງຄົນລາວ ແລະຈະນໍາເອົາບົດຮຽນໃນຄັ້ງນີ້ ສືບຕໍ່ໃນການປົກປັກຮັກສາ ແລະພັດທະນາວັດທະນະທໍາອັນດີງາມ ຂອງຄົນລາວ ໃຫ້ຄຽງຄູ່ກັບສັງຄົມລາວຕະຫຼອດໄປ.
ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ