ໃນຕອນເຊົ້າ ຂອງວັນທີ 22 ພຶດສະພາ 2025 ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບທິດສະດີການເມືອງຂັ້ນຕົ້ນ ພ້ອມດ້ວຍ ຄະນະຄູ-ອາຈານ ແລະ ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ ໄດ້ໄປທັດສະນະສຶກສາ ທີ່ບ້ານດອນຂຽວເໝືອ ແລະ ບ້ານດອນປາແດກ ເມືອງ ໜອງບົກ ແຂວງຄຳມ່ວນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສຸວັນໂນ ວິໄລວັນ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງເມືອງໜອງບົກ, ຮອງເຂລາພັກເມືອງ ພ້ອມດ້ວຍ ຄະນະປະຈຳພັກເມືອງ, ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຕ້ອນຮັບ.
ການເຄື່ອນໄຫວຄັ້ງນີ້ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ພ້ອມຄະນະ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງບ້ານດອນຂຽວເໝືອ ແລະ ວຽກງານ 3 ສ້າງຂອງບ້ານ ຈາກທ່ານ ສະຫງຽມ ໂຄດສຸວັນ ນາຍບ້ານດອນຂຽວເໝືອ, ຈາກນັ້ນ ຄະນະ ໄດ້ໄປຢ້ຽມຊົມສະຖານທີ່ທຳການຜະລິດກະສິກຳ ຂອງບ້ານດອນປາແດກແຫ່ງຊື່ສຽງໃນການປູກພືດກະສິກໍາເປັນສິນຄ້າ ຂອງເມືອງໜອງບົກ ແຂວງຄຳມ່ວນ, ເຊິ່ງ ທ່ານ ຄຳຜອງ ເຂືອທອງ ນາຍບ້ານດອນປາແດກ ໄດ້ລາຍງານກ່ຽວກັບປະຫວັດຄວາມເປັນມາ, ບ້ານດອນປາແດກ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 1 ພະຈິກ ປີ 1997 ຕັ້ງຢູ່ທາງທິດໃຕ້ ຂອງເມືອງໜອງບົກ, ຫ່າງຈາກຕົວເມືອງປະມານ 15 ກິໂລແມັດ, ເປັນດອນຕັ້ງຢູ່ກາງແມ່ນໍ້າຂອງ, ມີເນື້ອທີ່ທັງໝົດ 319.4 ເຮັກຕາ ໃນນີ້ ເນື້ອທີ່ທຳການຜະລິດ 250 ເຮັກຕາ ແລະ ດິນປະເພດອື່ນໆ 69.4 ເຮັກຕາ, ປະກອບມີ 71 ຫຼັງຄາເຮືອນ, 50 ຄອບ ຄົວ, ມີພົນລະເມືອງທັງໝົດ 304 ຄົນ, ຍິງ 136 ຄົນ, ນັບຖືສາສະໜາພຸດ, ເຊິ່ງປະຊາກອນສ່ວນຫຼາຍຍຶດຖືອາຊີບ ການປູກຝັງ-ລ້ຽງສັດເປັນຫຼັກ, ສ້າງລາຍຮັບໃຫ້ແກ່ຊາວກະສິກອນມີຢູ່ມີກິນ ສະເລ່ຍປະມານ 50 ລ້ານກີບຕໍ່ຄົນຕໍ່ປີ. ຈາກນັ້ນ, ຄະນະນໍາພາ ແລະບັນດານັກສຶກສາ ໄດ້ສົນທະນາແລກປ່ຽນບາງບັນຫາ ເພື່ອເປັນຂໍ້ມູນ ແລະ ນຳເອົາວັດທະນະທຳ, ປະເພນີອັນດີງາມ, ຄວາມດຸໝັ່ນຫ້າວຫັນໃນການຜະລິດກະສິກຳ ການປູກ-ການລ້ຽງ ຂອງພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງຄຳມ່ວນ ເວົ້າລວມ, ເວົ້າສະເພາະ ກໍຄືຂອງບ້ານດອນຂຽວເໝືອ ແລະ ບ້ານດອນປາແດກ ເມືອງໜອງບົກ.
ໃນການພົບປະຄັ້ງນີ້, ທ່ານຮອງເລຂາທິການ ສະພາແຫ່ງຊາດ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກເມືອງໜອງບົກ, ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ມີຄວາມສາມັນຄີເປັນປຶກແຜນ, ໃນການສ້າງສາພັດທະນາບ້ານ, ທີ່ໄດ້ທຸ່ມເທທັງທຶນຮອນ ແລະ ເຫື່ອແຮງເຂົ້າໃນການຜະລິດໃຫ້ກາຍເປັນສິນຄ້າ ຕອບສະໜອງຕາມແນວທາງນະໂຍບາຍຂອງພັກ-ລັດ ກ້າວໄປເຖິງການເປັນແບບຢ່າງໃຫ້ແກ່ສັງຄົມ ໂດຍສະເພາະແມ່ນຜົນຂອງການໄປທັດສະນະສຶກສາຄັ້ງນີ້ ເຮັດໃຫ້ຄູ-ອາຈານ ແລະນັກສຶກສາ ໄດ້ຮັບຮູ້ວັດທະນະທຳ, ປະເພນີອັນດີງາມ, ຄວາມດຸໝັ່ນໃນການຜະລິດກະສິກຳ ການປູກ-ການລ້ຽງ ຂອງພໍ່ແມ່ປະຊາຊົນ. ໂອກາດດັ່ງກ່າວ ຄະນະຍັງໄດ້ນຳເອົາຄອມພິວເຕີ, ເຄື່ອງປິນເຕີ, ເຄື່ອງນຸ່ງ ແລະ ອຸປະກອບກິລາ-ການຮຽນຈຳນວນໜຶ່ງ ມອບໃຫ້ບ້ານເພື່ອນຳໃຊ້ ແລະນຳໄປເເຈກຢາຍໃຫ້ນ້ອງນັກຮຽນພາຍໃນບ້ານອີກດ້ວຍ.
ພາບ/ຂ່າວ: ເອື້ອ ມະໂນສິງ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ