ໃນຕອນບ່າຍ ຂອງວັນທີ 21 ພຶດສະພາ 2025 ທີ່ສະໂມສອນ 21 ມີນາ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຄໍາມ່ວນ ຄະນະຄູ-ອາຈານ ແລະ ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ, ນໍາໂດຍ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ແລະ ທ່ານ ເກີດມີ ແສງໄພວັນ ຮອງເລຂາທິການສະພາປະຊາຊົນ ແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ພົບປະແລກປ່ຽນບົດຮຽນກ່ຽວກັບການຮຽນການສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ, ໃຫ້ການຕ້ອນຮັບໂດຍ ທ່ານ ຄຳພູວົງ ຫອມມະນີ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ, ພ້ອມດ້ວຍພະນັກງານ ຄູ-ອາຈານ ແລະ ນັກສຶກສາ ພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.
ການເຄື່ອນໄຫວພົບປະແລກປ່ຽນບົດຮຽນໃນຄັ້ງນີ້ໄດ້ຮັບຟັງການລາຍງານສະພາບການໂດຍຫຍໍ້ ເຊິ່ງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ, ມີຖານະເທົ່າທຽມກັບພະແນກການຕ່າງໆ ແລະ ອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ທີ່ໄດ້ຮັບການນໍາພາ-ຊີ້ນໍາທາງດ້ານຊີວິດການເມືອງ ຈາກຄະນະປະຈຳພັກແຂວງ, ດ້ານວຽກງານວິຊາສະເພາະ ແມ່ນປະຕິບັດຕາມທິດຊີ້ນໍາ ແລະໂຄງການຫຼັກສູດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດວາງອອກ ເຊິ່ງເຮັດໜ້າທີ່ປະຕິບັດແຜນການຮຽນ-ການສອນ ເພື່ອຍົກລະດັບທາງດ້ານທິດສະດີການເມືອງຂັ້ນຕົ້ນ ແລະຂັ້ນກາງ ໃຫ້ແກ່ພະນັກງານສະມາຊິກພັກ, ພະນັກງານຫຼັກແຫຼ່ງຕະຫຼອດຮອດພະນັກງານນໍາພາ-ຄຸ້ມຄອງໃນທົ່ວແຂວງຄໍາມ່ວນ. ພ້ອມນັ້ນ, ບັນດາຜູ້ເຂົ້າຮ່ວມ ກໍໄດ້ພົບປະແລກປ່ຽນ ໃນການຈັດຕັ້ງປະຕິບັດການຮຽນ-ການສອນ ໂດຍລະບົບຂໍ້ມູນການສຶກສາ, ບັນດາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຮຽນ-ການສອນ, ບັນຫາດ້ານບຸກຄະລາກອນ ແລະ ວຽກງານອື່ນໆ ອີກຈຳນວນໜຶ່ງ. ການພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຄູ-ອາຈານ ແລະ ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ ຮ່ວມກັບໂຮງຮຽນການເມືອງ ແລະ ການປົກຄອງແຂວງຄຳມ່ວນ ຄັ້ງນີ້ ກໍເພື່ອແນ່ໃສ່ລະບົບ ຂອງການຮຽນ-ການສອນ ຂອງສອງສະຖາບັນ ໄດ້ຮັບການປັບປຸງ ໃຫ້ດີຂຶ້ນ ສາມາດຍົກລະດັບພະນັກງານ-ລັດຖະກອນ ທາງດ້ານທິດສະດີການເມືອງໃຫ້ເພີ່ມຂຶ້ນ.
ໃນໂອກາດດຽວກັນນີ້, ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ໄດ້ມອບຂອງຂວັນທີ່ລະນຶກໃຫ້ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ ຕາງຮັບໂດຍທ່ານ ຄຳພູວົງ ຫອມມະນີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ, ພ້ອມກັນນັ້ນ ຍັງໄດ້ມີການຖ່າຍຮູບເພື່ອເປັນທີ່ລະນຶກອີກດ້ວຍ.

ພາບ/ຂ່າວ: ເອື້ອ ມະໂນສິງ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ