ກອງປະຊຸມແລກປ່ຽນການຈັດຕັ້ງປະຕິບັດຫຼັກສູດປະລິນຍາຕີສາຂາປົກຄອງ ແລະປະລິນຍາຕີສາຂາປົກຄອງຕໍ່ເນື່ອງກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

          ໃນຕອນເຊົ້າວັນທີ 3 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 1 ຫ້ອງ 110 ຕຶກສູນຂໍມູນຂ່າວສາ່ນການ ເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະບໍລິຫານສາດ ແລະກົມຄຸ້ມຄອງການຮຽນ-ການສອນໄດ້ຈັດກອງປະຊຸມຕອ້ນຮັບຄະນະນິຕິສາດ ແລະລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະທີ່ລົງມາແລກປ່ຽນ ການຈັດຕັ້ງປະຕິບັດຫຼັກສູດປະລິນຍາຕີສາຂາປົກຄອງ ແລະປະລິນຍາຕີສາຂາປົກຄອງຕໍ່ເນື່ອງກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຊິ່ງມີຜູເຂົ້າຮ່ວມທັງໝົດ 26…

ກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງຮາກຖານຫ້ອງການ ແລະ ຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ  

        ໃນວັນທີ 3 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 5 ຫ້ອງ 509 ຕຶກສູນຂໍມູນຂ່າວສານການເມືອງ ແລະການປົກຄອງ, ສະຫະພັນແມ່ຍິງຮາກຖານຫ້ອງການ ແລະກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງຮາກຖານຫ້ອງການ ແລະກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ນາງ ລໍາພູນ ດວນສຸວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ…

ກອງປະຊຸມໃຫຍ່ຄັ້ງທີ II ຂອງຊາວໜຸ່ມຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ

ໃນຕອນເຊົ້າວັນທີ 3 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງ 302 ຕຶກຫັດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຊາວໜຸ່ມຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂຶ້ນ ພາຍໃຕ້ການເປັນປະທານໂດຍ ສະຫາຍ ປທ ສົມສີ ຈັນທະພົມ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ປະທານກວດກາ  ຮອງຫົວໜ້າກົມກວດກາ ມີບັນແຂກຮັບເຊີນຈາກບັນດາຮາກຖານຊາວໜຸ່ມພະນັກງານ, ຄູ-ອາຈານ, ຄະນະຊາວໜຸ່ມ ສມປຊ, ຄະນະໜ່ວຍພັກ,…

ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານ ຢູສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

        ໃນຕອນເຊົ້າວັນທີ 2 ພຶດສະພາ 2024 ຫຼັງຈາກທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ຫ້ອງຮັບແຂກ ຊັ້ນ 5 ຕຶກ 5 ຊັ້ນ.…