ໃນຕອນເຊົ້າວັນທີ 3 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງ 302 ຕຶກຫັດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຊາວໜຸ່ມຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂຶ້ນ ພາຍໃຕ້ການເປັນປະທານໂດຍ ສະຫາຍ ປທ ສົມສີ ຈັນທະພົມ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ປະທານກວດກາ  ຮອງຫົວໜ້າກົມກວດກາ ມີບັນແຂກຮັບເຊີນຈາກບັນດາຮາກຖານຊາວໜຸ່ມພະນັກງານ, ຄູ-ອາຈານ, ຄະນະຊາວໜຸ່ມ ສມປຊ, ຄະນະໜ່ວຍພັກ, ຕາງໜ້າພະແນກອົງການຈັດຕັ້ງມະຫາຊົນ ແລະສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະຕາງໜ້າກໍາມະບານ ກໍ່ໄດ້ເຂົ້າຮ່ວມ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 31 ສະ ຫາຍ, ຍິງ 18 ສະຫາຍ.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະປະກອບຄໍາຄິດຄໍາເຫັນ ແລະຮັບຮອງເອົາບົດລາຍງານການເມືອງ ເຊິ່ງເນື້ອໃນບົດລາຍງານການເມືອງໄດ້ຕີລາຄາສູງເຖິງຜົນງານ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ລາຍງານໂດຍ: ສະຫາຍ ປທ ຄໍາໝັ້ນ ພົມມະຈັນ ຄະນະບໍລິຫານງານຊາວໜຸ່ມ ສມປຊ, ເລຂາຄະນະບໍລິຫານງານຊາວໜຸ່ມກົມຈັດຕັ້ງ-ພະນັກງານ ແລະກົມກວດກາ, ເຊິ່ງໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ສາເຫດ ແລະບົດ ຮຽນຕະຫຼອດວຽກງານການເຄື່ອນໄຫວວຽກງານຜ່ານມາ ພ້ອມກັນນັ້ນ, ກອງປະຊຸມໄດ້ເປັນເອກະພາບສູງຮັບຮອງເອົາຄາດໜາຍສູ້ຊົນ, ທິດທາງ ແລະແຜນການເຄື່ອນໄຫວວຽກງານຊາວໜຸ່ມໃນຕໍ່ໜ້າ (ສົກປີ 2024-2029) ແລະໄດ້ການຜ່ານບົດສໍາຫຼວດ ແລະກ່າວອໍາລາໜ້າທີ່ ຂອງຄະນະຊາວໜຸ່ມຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາຊຸດເກົ່າ.

ພ້ອມກັນນັ້ນ, ສະມາຊິກພາຍໃນຮາກຖານໄດ້ພ້ອມກັນໃຊ້ສິດຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະຊາວໜຸ່ມຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາສະໄໝທີ II, ເຊິ່ງຜູ້ຮັບສະໜັກເລືອກຕັ້ງທັງໝົດມີ 5ສະ ຫາຍ, ຍິງ 2 ສາະຫາຍ ໃນນັ້ນຄັດເລືອເອົາ 3 ສະຫາຍ, ເຊິ່ງຜົນການຄັດເລຶອກເອົາຄະນະຊາວໜຸ່ມຮາກຖານກົມຈັດຕັ້ງ-ພະນັກງານມີດັ່ງນີ້:

  1. ສະຫາຍ ທອງດໍາ ທໍາມະວົງ ເປັນ ເລຂາ.
  2. ສະຫາຍ ນ. ນາດຕະຍາ ແກ້ວຄຸນນະລາດ ເປັນ ຮອງເລຂາ, ຮັບຜິດຊອບວຽກງານກວດກາ.
  3. ສະຫາຍ ຄໍາເສັງ ສີນະວົງພອນ ເປັນ ຄະນະ.

ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກທານປະທານກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໜັກເຖິງບາງວຽກງານດັ່ງນີ້:

– ຕໍ່ກັບຄະນະຊາວໜຸ່ມຊຸດໃໝ່:

1). ເພີ່ມທະວີການນໍາພາ-ຊີ້ນໍາ ວຽກງານສຶກສາອົບຮົມການເມືອງ-ແນວຄິດ;

2). ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ເພີ່ມທະວີຄວາມເປັນເອກະພາບພາຍໃນຄະ ນະ, ປັບປຸງແບບແຜນວິທີເຮັດວຽກ, ມີການແບ່ງງງານ, ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ, ຈະແຈ້ງ ແລະເຮັດວຽກຢ່າງມີແຜນການ;

3). ເປັນເຈົ້າການໃນການນໍາພາຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ໂດຍຕິດພັນກັບການປະ ຕິບັດໜ້າທີ່ວິຊາສະເພາະໃຫ້ມີຄຸນນະພາບ ແລະມີປະສິດທິຜົນສູງ;

– ຕໍ່ກັບສະມາຊິກຊາວໜຸ່ມ.

1). ຕັ້ງນໍາເຝິກຝົນຫຼໍ່ຫຼອມຕົນເອງ ເອົາໃຈໃສ່ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຄົ້ນຄວ້າຊອກຮູ້ຮໍ່າຮຽນ, ຍົກລະດັບດ້ານວິຊາສະເພາະໃຫ້ສູງຂຶ້ນເລື້ອຍໆ;

2). ເພີ່ມທະວີສະຕິຄວາມຕື່ນຕົວ ແລະເປັນເຈົ້າການໃນການປະຕິບັດລະບຽບ ຂອງສະຖາບັນ ວາງອອກຢ່າງເຂັ້ມງວດ;

3). ຕັ້ງໜ້າປະກອບສ່ວນໃນການເຂົ້າຮ່ວມຂະບວນການຕ່າງໆ ຂອງສະຖາບັນ ກໍຄືຂະບວນການຂອງສະຫະ ພັນແມ່ຍິງຈັດຂຶ້ນເຊັ່ນ: ຂະບວນການອອກແຮງງານ, ຂະບວນການສິລະປະ-ກິລາ ແລະຂະບວນການອື່ນໆ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ