![](http://www.nappa.gov.la/wp-content/uploads/2021/01/IMG_8427.jpg)
ວັນທີ 21 ມັງກອນ ເວລາ 14:00 ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຂົ້າຢ້ຽມຊົມອະນຸສອນ ສະຖານຄຸກກັກຂັງຜູ້ນໍາແນວລາວຮັກຊາດ 16 ທ່ານ ຂອງລັດຖະບານຫຸ່ນວຽງຈັນ ທີ່ຄ້າຍໂພນເຄັງ, ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ (1/1/1949-1/1/2021) ນໍາພາໂດຍ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະບໍລິຫານງານພັກ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ພ້ອມດ້ວຍຕາງໜ້າສະມາຊິກຊາວໜຸ່ມແຕ່ລະຮາກຖານເຂົ້າຮ່ວມ.
![](http://www.nappa.gov.la/wp-content/uploads/2021/01/IMG_8393.jpg)
ການເຂົ້າຢ້ຽມຊົມດັ່ງກ່າວ ເພື່ອຫວນຄືນວິລະກຳມະຫັດສະຈັນຂອງຜູ້ນໍາແນວລາວຮັກຊາດ 16 ທ່ານ ເຊິ່ງນຳໂດຍປະທານສຸພານຸວົງ ທີ່ຖືກພວກລັດຖະບານຫຸ່ນເຊີດຝ່າຍວຽງຈັນ ໄດ້ຈັບກຸມຄຸມຂັງໂດຍບໍ່ໄດ້ຕັັ້ງຂໍ້ຫາໃດໆ ຍ້ອນຜູ້ນໍາແນວລາວຮັກຊາດບໍ່ໄດ້ກະທໍາຜິດຕໍ່ລະບຽບກົດໝາຍບ້ານເມືອງ ແຕ່ຍ້ອນລັດຖະບານຫຸ່ນເຊີດວຽງຈັນ ໃນຂະນະນັ້ນ ຢ້ານກົວຕໍ່ການຂະຫຍາຍຕົວຂອງຂະບວນການປະຕິວັດ. ດັ່ງນັ້ນ, ລັດຖະບານຫຸ່ນເຊີດຝ່າຍວຽງຈັນ ຈຶ່ງໃຊ້ອໍານາດພິເສດ (ນໍານາດເຖື່ອນນອກລະບຽບກົດໝາຍ) ເພື່ອເປັນເຄື່ອງມືໃນການປາບປາມຈັບກຸມຄຸມຂັງຜູ້ນໍາການປະຕິວັດ.
![](http://www.nappa.gov.la/wp-content/uploads/2021/01/IMG_8430.jpg)
ດັ່ງນັ້ນ, ມາຮອດວັນທີ 28 ກໍລະກົດ 1959 ທ່ານຜູ້ນຳແນວລາວຮັກຊາດ ຈຳນວນ 16 ທ່ານ ກໍໄດ້ຖືກຈັບຕົວມາກັກຂັງ ຢູ່ຄຸກໂພນເຄັງ ຊຶ່ງແມ່ນຄຸກທີ່ດັດແປງມາຈາກຄອກມ້າເກົ່າຂອງທະຫານຝຣັ່ງ, ເຊິ່ງມີລວງຍາວ 75 ແມັດ ກວ້າງ 9 ແມັດ, ແບບເຮືອນມີຝາຂັ້ນກາງ ແບ່ງອອກເປັນ 30 ຫ້ອງ ປິ່ນອອກທັງສອງເບື້ອງ, ດ້ານໜ້າ ມີ 15 ຫ້ອງ ແລະ ດ້ານຫຼັງ ມີ 15 ຫ້ອງ, ແຕ່ລະຫ້ອງມີປະຕູສາຍຝົນ, ມີກະແຈເຂົາຄວາຍອັດແໜ້ນ, ມີປ່ອງຢ້ຽມອັດດ້ວຍເຫຼັກລູກກົງ ແລະແຕ່ລະຫ້ອງ ມີໂຕະນ້ອຍກວ້າງ 50 x 80 cm, ມີຕຽງເຫຼັກແບບຕຽງໂຮງໝໍທະຫານ, ມີເສື້ອ, ມຸ້ງ, ດອກໄຟປ້ອມໜຶ່ງດອກ, ພັດລົມໜຶ່ງໜ່ວຍ ແລະ ແຕ່ລະມື້ຈະມີສາລະວັດທະຫານຍໍພາເຂົ້າມາໃຫ້ກິນມື້ລະ 3 ຄາບ.
ໃນໄລຍະເວລາທີ່ຖືກຄຸມຂັງນັ້ນ ຄະນະຜູ້ນໍາແນວລາວຮັກຊາດໄດ້ສ້າງຕັ້ງໜ່ວຍພັກໜຶ່ງຂຶ້ນພາຍໃນຄຸກ ໂດຍແມ່ນ ທ່ານ ໜູຮັກ ພູມສະຫວັນ ເປັນເລຂາໜ່ວຍພັກ ເພື່ອນໍາພາ-ຊີ້ນໍາອ້າຍນ້ອງພາຍໃນຄຸກ, ປຸກລະດົມຂົນຂວາຍເອົາສາລະວັດທະຫານທີ່ມີໜ້າທີ່ປ້ອງກັນເວນຍາມຄຸກ ແລະຕິດຕໍ່ປະສານງານກັບຄະນະຮັບຜິດຊອບທີ່ຖືກແຕ່ງຕັ້ງຈາກສູນກາງພັກເພື່ອຊອກຫາວິທີເອົາຜູ້ນໍາອອກຈາກຄຸກດ້ວຍຄວາມປອດໄພ, ຜ່ານການກະກຽມທີ່ມີແຜນການຢ່າງລະອຽດແລ້ວນັ້ນ ຈົນມາຮອດເວລາ 12:00 ໂມງກາງຄືນ ໃນວັນທີ 23 ຕໍ່ໃສ່ວັນທີ 24 ພຶດສະພາ 1960 ບັນດາທ່ານຜູ້ນໍາຈໍານວນ 16 ທ່ານ ພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງທັງໝົດ ໄດ້ເດີນທາງອອກຈາກຄຸກໂພນເຄັງ ຍ່າງລັດອອກທາງບ້ານໜອງສ້າງທໍ່ ຜ່ານເຂດບ້ານຮ່ອງໄກ່ແກ້ວ ຂຶ້ນໂພນຕ້ອງ ລັດໃສ່ໜອງທາ ພໍດີແຈ້ງເປັນມື້ໃໝ່ ພັກຢູ່ປ່າເຂດບ້ານໜອງທາ ຮອດຕອນຄໍ່າອອກເດີນທາງຈາກເຂດບ້ານໜອງທາ ລັດໃສ່ບ້ານໜອງພະຍາ ລັດໃສ່ບ້ານນາຄູນນ້ອຍ ຂ້າມທາງເລກທີ 13 ເໜືອ ເຂດບ້ານນາຊອນ (ໄລຍະທາງແຕ່ໂພນເຄັງຫາຈຸດນີ້ແຕ່ກ່ອນແມ່ນເປັນທົ່ງນາ ແລະປ່າດົງ) ຂຶ້ນພູຜານັງ ຈຶ່ງຢູ່ໃນເຂດທີ່ປອດໄພ ແລະສືບຕໍ່ເດີນທາງຮອດຖານທີ່ໝັ້ນການປະຕິວັດຢ່າງປອດໄພ.
![](http://www.nappa.gov.la/wp-content/uploads/2021/01/IMG_8400.jpg)
ດັ່ງນັ້ນ, ຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ນໍາສະມາຊິກຊາວໜຸ່ມ ສມປຊ ເຂົ້າຢ້ຽມຊົມໃນຄັ້ງນີ້ແມ່ນເພື່ອຮັບຮູ້ວິລະກໍາອັນລໍ້າເລີດຂອງຜູ້ນໍາການປະຕິວັດທີ່ໄດ້ນໍາພາຕໍ່ສູ້ຍາດເອົາເອກະລາດ ແລະອິດສະຫຼະ ພາບມາສູ່ປະຊາຊົນ ເພື່ອໃຫ້ຊາວໜຸ່ມເຊິ່ງເປັນຜູ້ສືບຖອດພາລະກິດປະຕິວັດໃນອະນາຄົດ ຮູ້ຈັກຮັກຫອມໝາກຜົນຂອງການປະຕິວັດໃຫ້ຍືນຍົງຕະຫຼອດໄປ.
ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ