ວັນ​ທີ 14 ກໍລະກົດ 2020 ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດໄດ້ຮັບ ອຸປະກອນສໍາລັບກອງປະຊຸມທາງໄກ 1 ຊຸດ ມູນຄ່າ 50.803.947ຈາກກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ.

     ເປັນກຽດກ່າວມອບໂດຍ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະມະນາຄົມ ແລະ ການສື່ສານ ແລະ ເປັນກຽດກ່າວຮັບພ້ອມທັງມອບໃບຊົມເຊີຍຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ ແລະ ທ່ານກໍ​ໄດ້​ສະແດງ​ຄວາມ​ຂອບ­ໃຈ​ຕໍ່​ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານທີ່ໄດ້ມອບອຸປະກອນດັ່ງກ່າວໃຫ້ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ເຊິ່ງອຸປະກອນດັ່ງກ່າວຈະຊ່ວຍໃຫ້ການສື່ສານ ລະຫວ່າງ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດກັບໜ່ວຍງານອົງການຈັດຕັ້ງພັກ-ລັດຂັ້ນເທິງ ແລະໜ່ວຍງານອື່ນທີ່ກ່ຽວຂ້ອງໄດ້ຮັບຄວາມສະດວກ, ທັງປະຢັດເວລາ-ການເດີນທາງ ແລະເວັ້ນໄລຍະຫ່າງໃນຊ່ວງການເຝົ້າລະວັງພະຍາດ COVID-19 ອີກດ້ວຍ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ