ໂດຍປະຕິບັດຕາມແຈ້ງການ ຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 128/ຄອຮ.ຂ, ລົງວັນທີ 28 ກຸມພາ 2024 ເລື່ອງ: ການນໍາໃຊ້ເອກະສານ ແລະການຈັດຕັ້ງສຶກສາອົບຮົມການເມືອງ-ແນວຄິດ ເພື່ອດໍາເນີນກອງປະຊຸມ 3 ຂັ້ນ ຂອງພັກສໍາລັບສະມາຊິກພັກ, ພະນັກງານຮາກຖານ, ປະຊາຊົນຊັ້ນຄົນຕ່າງໆ ແບບຄໍາຖາມ-ຄໍາຕອບ ແລະຄໍາແນະນໍາ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 01/ຄມປຂ, ລົງວັນທີ 28/03/ 2024 ວ່າດ້ວຍ: ການຈັດຕັ້ງໂຄສະນາປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ, ວັນນັກຮົມເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ ແລະວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ.

      ໃນຕອນແລງວັນທີ 07 ພຶດສະພາ 2024 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ຈັດພິທີເຊື່ອມຊຶມເອກະສານ ເພື່ອດຳເນີນກອງປະຊຸມ 3 ຂັ້ນ ແລະເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 69 ປີ, ວັນນັກຮົບເສຍອົງຄະ ແລະສະຫຼະຊີວິດເພື່ອປະເທດຊາດຄົບຮອບ 78 ປີ ແລະວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 63ປີ; ໃຫ້ກຽດເປັນປະ ທານໂດຍ: ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາຂັ້ນກາງຮຸ່ນທີ II ແລະມີຜູ້ເຂົ້າຮ່ວມທັງໝົດ 83ສະ ຫາຍ, ຍິງ 28 ສະຫາຍ.

ໃນພິທີດັ່ງກ່າວ ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ກໍ່ໄດ້ເຜີຍແຜ່ເອກະສານການສຶກສາອົບຮົບການເມືອງ-ແນວຄິດ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກສໍາລັບສະມາຊິກພັກ, ພະນັກງານຮາກຖານ, ປະຊາຊົນຊັ້ນຄົນຕ່າງໆແບບຄໍາຖາມ-ຄໍາຕອບ, ທ່ານ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ກໍໄດ້ເຜີຍແຜ່ເອກະສານໂຄສະນາ-ປາຖະກະຖາເສືມຂະຫຍາຍມູນເຊື້ອການນໍາພາຂອງພັກເຂົ້າໃນການຈັດຕັ້ງປະ ຕິບັດການປ່ຽນແປງໃໝ່ຢ່າງແຂງແຮງ ແລະເລິກເຊິ່ງ (ເນື່ອງໃນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 69 ປີ 22 ມີນາ 1955-22 ມີນາ 2024) ແລະທ່ານ ເອກທະນູ ພຸດສະດີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງກໍ່ໄດ້ເຜີຍແຜ່ ແລະເລົ່າເຖິງວັນຄຽດແຄ້ນ ຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ, ເສຍສະ ຫຼະຊີວິດເພື່ອປະເທດຊາດ ແລະເຜີຍແຜ່ເອກະສານໂຄສະນາ-ປາຖະກະຖາມູນເຊື້ອ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ. ການເຜີຍແຜ່ເອກະສານສຶກສາອົບຮົມການເມືອງ-ແນວຄິດ ເພື່ອດຳເນີນກອງປະຊຸມ 3 ຂັ້ນ ແລະເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 69 ປີ, ວັນນັກຮົບເສຍອົງຄະ ແລະສະຫຼະຊີວິດເພື່ອປະເທດຊາດຄົບຮອບ 78 ປີ ແລະວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 63 ປີ.

ໃນຕອນທ້າຍທ່ານປະທານໄດ້ມີຄໍາໂອລົມ ຕໍ່ພິທີເຊິ່ງເພິ່ນໄດ້ເນັ້ນໜັກໃຫ້ພະນັກງານ, ຄູ-ອາ ຈານ ແລະນັກສຶກສາຕ້ອງກໍາໃຫ້ໄດ້ບັນດາເນື້ອໃນຫຼັກ ຂອງບັນດາເອກະສານທີ່ໄດ້ເຊື່ອມຊຶມ, ນໍາໄປໝູນໃຊ້ເຂົ້າໃນບົດຮຽນ, ບົດສອນ ແລະເປັນແບບແຜນວິທີທີ່ຈັດຕັ້ງປະຕິບັດໃນກົມກອງ, ພະແນກ ການ ແລະທ້ອງຖິ່ນຂອງຕົນໃຫ້ມີປະສິດທິພາບສູງໃນຕໍ່ໜ້າ ເພື່ອໃຫ້ມີຄວາມໝາຍເລິກເຊິ່ງ ແລະກວ້າງ ຂວາງ ແລະບັນລຸຕາມຄາດໝາຍ ພິທີດັ່ງກ່າວໄດ້ດໍາເນີນເປັນເວລາເຄິ່ງວັນ ແລະປະສົບຜົນສໍາເລັດຢ່າງຈົບງາມ.

ພາບ-ຂ່າວ ນາງ ຄໍາເພັດ ບຸນນະຈັນ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ