ວັນທີ 9 ພຶດສະພາ 2024 ໂຮງຮຽນການເມືອງແລະການປົກຄອງ ແຂວງຫຼວງນໍ້າທາກັບໂຮງຮຽນການເມືອງແລະ ການປົກຄອງແຂວງອຸດົມໄຊແລກປ່ຽນບົດຮຽນຮ່ວມກັນໃຫ້ກຽດເຂົ້າຮ່ວມ ຂອງທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງ ແຂວງຫຼວງນໍ້າທາ, ທ່ານ ຄຳພັນ ເຈຍອາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ, ທ່ານ ຄໍາຟອງ ພັດທະມາວົງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ, ແຂກຖືກເຊີນພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

         ໂອກາດດ່ຽວກັນທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງໆຫລວງນ້ຳທາ ໄດ້ໃຫ້ຮູ້ສະພາບການພັດທະນາຂອງແຂວງໂດຍສັງເຂບ: ໃນໄລຍະ 1 ປີຜ່ານມາ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄດ້ພົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງພໍສົມຄວນໂດຍສະເພາະທາງດ້ານເສດຖະກິດ ມີການການເໜັງຕີງຫຼາຍສົມຄວນ ເປັນຕົ້ນແມ່ນການເໜັງຕີງຂອງອັດຕາແລກປ່ຽນ ລະຫວ່າງ ເງິນກີບກັບເງິນຕາຕ່າງປະເທດມີອັດຕາເພີ່ມຂຶ້ນສູງເຮັດໃຫ້ລາຄານໍ້າມັນ, ວັດສະດຸກໍ່ສ້າງ, ສິນຄ້າອຸປະໂພກ-ບໍລິໂພກ ແລະ ສິນຄ້າອື່ນໆ ກໍ່ເພີ້ມສູງຂື້ນ, ອັດຕາເງິນເຟີ້ກໍ່ສູງຂຶ້ນຕາມ ອັນໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດ ຂອງພະນັກງານ,ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ປະຊາຊົນບັນດາເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ; ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ການຊີ້ນຳ-ນຳພາ ຢ່າງໃກ້ຊິດຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ການໃຫ້ຄວາມຮ່ວມມືຈາກປະຊາຊົນບັນດາເຜົ່າ; ການສະໜັບສະໜູນຈາກເພື່ອນມິດສາກົນ; ພວກເຮົາສາມາດຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນັ້ນໄດ້, ເຮັດໃຫ້ແຂວງຫຼວງນໍ້າທາ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ; ສະພາບການດ້ານການເມືອງມີຄວາມສະຫງົບ, ດ້ານເສດຖະກິດມີການຂະຫຍາຍຕົວ,ດ້ານວັດທະນາທຳ-ສັງຄົມໄດ້ຮັບການຊຸກຍູ້, ສົ່ງເສີມ ແລະ ພັດທະນາດີຂຶ້ນເປັນກ້າວໆ.

ຈາກນັ້ນ ຫົວໜ້າໂຮງຮຽນການເມືອງ-ການປົກຄອງ ທັງສອງແຂວງ ພັດປ່ຽນກັນລາຍງານກ່ຽວກັບການປະຕິບັດການຮຽນ-ການສອນໃນໄລຍະຜ່ານມາ ເພື່ອປະຕິບັດຕາມການຕົກລົງ ເຫັນດີເປັນເອກະພາບ ຂອງຄະນະພັກ, ຄະນະໂຮງ ຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊ ແລະ ແຂວງຫຼວງນໍ້າທາ. ກຽ່ວກັບການພົບປະແລກປ່ຽນບົດຮຽນດ້ານວິຊາການ ລະຫ່ວາງຄູ-ອາຈານ ແລະນັກສຶກສາທັງສອງແຂວງ ຢູ່ທີ່ແຂວງຫຼວງນໍ້າທາ, ເພື່ອເປັນການຜູກແໜ້ນຄວາມສາມັກຄີ, ມິດຕະພາບ, ການແລກປ່ຽນບົດຮຽນດ້ານທິດສະດີ ແລະພຶດຕິກໍາເຊິງກັນແລະກັນ ໃນລະດັບຂະແໜງການໜຶ່ງ ຂອງແຂວງອຸດົມໄຊ ແລະແຂວງຫຼວງນໍ້າທາ. ເປັນຂີດໝາຍອັນສໍາຄັນອັນໜຶ່ງ ໃນການກໍ່ສ້າງພະນັກງານ, ສະມາຊິກພັກຜ່ານລະບົບໂຮງຮຽນການເມືອງ ແລະ ການປົກຄອງ ແລະແຜນການຮຽນ-ການສອນ ຂອງໂຮງຮຽນປະຈໍາສົກປີ 2023-2024 ຕາມໂຄງການຫຼັກສູດ, ລະບົບ 10 ວັນ, ລະບົບຂັ້ນຕົ້ນ ແລະ ຂັ້ນກາງ ທີສະຖາບັນການເມືອງ ແລະການປົກຄອງແຫ່ງຊາດວາງອອກໃຫ້ມີປະສິດທິຜົນ.  ພ້ອມນັ້ນທັງສອງໂຮງຮຽນກໍ່ໄດ້ແລກປ່ຽນຄຳຄິດຄຳເຫັນເຊີ່ງກັນ ແລະກັນເປັນຕົ້ນແມ່ນການຄຸ້ມຄອງນັກສຶກສາ, ການຄັດເລືອກຜົນງານຂອງພະນັກງານ-ຄູອາຈານ ແລະ ການຄັດເລືອກຜົນງານຂອງນັກສຶກສາທ້າຍສົກຮຽນສຳລັບທິທາງແຜນການໃນຕໍ່ໜ້າທັງສອງໂຮງຮຽນແມ່ນຈະສືບຕໍ່ສືກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ສະມາຊີກພັກ, ຄູ-ອາຈານ ແລະນັກສືກສາ, ດ້ວຍການຈັດຕັ້ງເຜີຍແຜ່ເຊື່ອມຊືມແນວທາງແຜນນະໂຍບາຍຂອງພັກທີ່ວາງອອກເປັນແຕ່ລະໄລຍະແລະຕິດພັນກັບການດໍາເນີນຊີວິດການເມືອງພາຍໃນໜ່ວຍພັກ, ຈຸພັກໃນແຕ່ລະເດືອນໃຫ້ເລິກເຊິງ ນໍາພາກໍ່ສ້າງໜ່ວຍພັກປອດໃສ, ແຂັ້ມແຂງ ແລະໜັກແໜ້ນ,ນໍາພາການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນໃຫ້ບັນລຸຕາມຄາດໝາຍທີ່ວ່າງໄວ້, ເອົາໃຈໃສ່ຊຸກຍູ້ການຕິດຕາມ,ການຈັດຕັ້ງປະຕິບັດແຜນການຮຽນ-ການສອນທິດສະດີການເມືອງໃນທຸກລະບົບໃຫ້ສໍາເລັດຕາມແຜນ, ສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ບໍລິຫານການຄຸ້ມຄອງໂຮງຮຽນການເມືອງ ແລະການປົກຄອງທ້ອງຖິ່ນທົ່ວປະເທດ ແລະມະຕິກອງປະຊຸມຖອດຖອນບົດຮຽນໃນການຄຸ້ມຄອງການຮຽນ-ການສອນຂອງໂຮງຮຽນການເມືອງ ແລະການປົກຄອງໃຫ້ມີບາດກ້າວໃຫມ່ຂຶ້ນເລື້ອຍໆ.

ຂ່າວ/ພາບ: ປທ ນ. ມະນີລາ ແກ້ວລະກໍາ

ບັນນາທິການ: ປທ ບຸນປັນ ສຸມຸນທອງ