ໃນຕອນເຊົ້າວັນທີ 9 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 1 ຫ້ອງ 110 ຕຶກສູນຂໍມູນຂ່າວສານການ ເມືອງ ແລະ ການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມວິສາມັນ ຂອງສະ ພາວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດທີ V ປະຈໍາປີ 2024 ແລະເປັນຄວາມຮັບຜິດຊອບໂດຍກົງຂອງກົມຄຸ້ມຄອງຄົ້ນຄວ້າວິທະຍາສາດ. ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນ ຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະທານສະພາວິທະຍາສາດສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍບັນດານັກ ວິທະຍາສາດທີ່ກ່ຽວຂ້ອງ ແລະສະພາວິທະຍາສາດກໍ່ໄດ້ເຂົ້າຮ່ວມ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 9 ທ່ານ.

ໃນກອງປະຊຸມ ປະທານກໍ່ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ແລະໃນກອງປະຊຸມໄດ້ລາຍງານສະພາບກ່ຽວກັບຫົວຂໍ້ບົດນິພົນຂອງນັກສຶກສາລະບົບປະລິນຍາໂທຮຸ່ນທີ XIX ແລະການແຕ່ງຕັ້ງອາຈານແນະນໍາ ແລະລາຍງານກ່ຽວກັບແຜນການກະກຽມຂັ້ນຕອນການຂໍຕໍາແໜ່ງວິຊາການຄູ, ລາຍງານກ່ຽວກັບສະພາບຂອງສະມາຊິກສະພາວິ ທະຍາສາດ ສມປຊ.

          ພ້ອມກັນນັ້ນ, ທ່ານປະທານ, ນັກວິທະຍາສາດ ແລະສະພາວິທະຍາສາດກໍ່ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານ.

          ໃນຕອນທ້າຍກອງປະຊຸມ ທ່ານ ປະທານໄດ້ສະຫຼຸບຄືນວຽກງານທີ່ໄດ້ປຶກສາຫາລືກັນໃນກອງປະຊຸມ ແລະໄດ້ເນັ້ນບາງບັນຫາດັ່ງນີ້:

  1. ເບິ່ງຄວາມອາດສາມາດຄວາມພ້ອມຂອງແຕ່ລະທ່ານໃນການຂໍຕໍາແໜ່ງຄູ ນັ້ນຕ້ອງໄດ້ເຮັດແຜນງານຢ່າງຈະແຈ້ງ, ທ່ານໃດປະກອບຂໍ້ມູນຄົບຖ້ວນກ່ອນກໍ່ໃຫ້ຍື່ນກ່ອນ;
  2. ແຕ່ລະຄະນະວິຊາໃຫ້ເປັນເຈົ້າການຕື່ນຕົວໃນການສະໜອງຂໍ້ມູນໃຫ້ຄົບຖ້ວນ;
  3. ປັບປຸງໂຄງປະກອບທາງດ້ານບຸກຄະລາກອນ ແລະການປ່ຽນແປງຫົວຂໍ້ກໍ່ຂໍໃຫ້ແປງຄືນຕາມການສະ

ເໜີໃຫ້ສໍາເລັດທັນຕາມກໍານົດ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ພາບ: ປທ ແກ້ວອຸດອນ ພັນດານຸວົງ
ບັນນາທິການ: ປທ ບຸນປັນ ສຸມຸນທອງ