ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ທົ່ວປະເທດ ຊຸດທີ IX ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ-ສື່ມວນຊົນ ຢູ່ ສປ ຈີນ

ແຂວງໄຊຍະບຸລີໄດ້ອະນຸມັດໃຫ້ 2 ເມືອງ ເປີດຮຽນທິດສະດີ ການເມືອງ ແລະການປົກຄອງ

ໃນຕອນເຊົ້າວັນທີ 12 ພະຈິກ 2020 ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ໄດ້ຈັດພິທີເປີດຊຸດຮຽນທິດສະດີການ ເມືອງແລະການປົກຄອງ ລະບົບຊັ້ນຕົ້ນຊຸດ IV ໃຫ້ພະນັກງານຫຼັກແຫຼ່ງພາຍໃນເມືອງ, ໂດຍການເປັນປະທານຂອງທ່ານບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງເມືອງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ສີສອນພັນ ບຸນສີ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງແລະການປົກຄອງແຂວງໄຊຍະບູລີ, ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຕາງໜ້າພະແນກການຂອງແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ມີພະນັກງານ, ຄູອາຈານ, ແຂກຖືກເຊີນຕະຫຼອດຮອດນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນສົນທິສັນຍາວ່າດ້ວຍສິດທິເດັກ 20 ພະຈິກ ແລະ ວັນສາກົນຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ວັນທີ 25 ພະຈິກ

ວັນທີ 24 ພະຈິກ 2020 ເວລາ 06:00ມ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງ​​ວັນສົນທິສັນຍາວ່າດ້ວຍສິດທິເດັກ (ທີ 20 ພະຈິກ) ແລະສາກົນຢຸດຕິໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ (ທີ 25 ພະຈິກ ), ໂດຍການນໍາພາຂອງຄະນະພັກ, ຄະນະນໍາ ສມປຊ,​ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດການຈັດຕັ້ງຂັ້ນກົມ

ໃນວັນທີ 18 ພະຈິກ 2020 ຢູ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ປະກາດການຈັດຕັ້ງຂັ້ນກົມ ໂດຍການເປັນປະທານຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີຫົວໜ້າກົມຈັດຕັ້ງ-ພະນັກງານ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງທັງ 2 ພາກສ່ວນເຂົ້າຮ່ວມ. ໃນວາລະພິທີດັ່ງກ່າວ, ທ່ານ ປທ ນ. ໃບຊ່ຽນ…

ພິທີປ້ອງກັນບົດຈົບຊັ້ນອະນຸປະລິນຍາ ຮຸ່ນທີ V ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ຄັ້ງວັນທີ 17-18/11/2020

ພິທີປ້ອງກັນບົດຈົບຊັ້ນອານຸປະລິນຍາຮຸ່ນທີ V ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ່ 17 ພະຈິກ 2020 ໂດຍໄດ້ຮັບກຽດເປັນປະທານພິທີ ຈາກທ່ານ ມໍຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງອຸດົມໄຊ ຜູ້ຊີນຳວຽກງານໂຮງຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊ ແລະເຂົ້າຮ່ວມພິທີໃນຄັ້ງນີ້ມີ ທ່ານ ປທ ອຸໄທທິບ ພຸດທະລາດ ຫົວໜ້າຄະນະປັດຊະຍາ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີຄະນະກຳມະການຈາກ ສມປຊ, ມີຄະນະອຳນວຍການ, ພະນັກງານ-ຄູອາຈານໂຮງຮຽນການເມືອງ-ການປົກຄອງ, ອາຈານຮັບເຊີນອ້ອມຂ້າງແຂວງ ແລະ ນັກສຶກສາຊັ້ນອານຸປະລິນຍາ 59…