ໃນຕອນເຊົ້າວັນທີ 12 ພະຈິກ 2020 ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ໄດ້ຈັດພິທີເປີດຊຸດຮຽນທິດສະດີການ ເມືອງແລະການປົກຄອງ ລະບົບຊັ້ນຕົ້ນຊຸດ IV ໃຫ້ພະນັກງານຫຼັກແຫຼ່ງພາຍໃນເມືອງ, ໂດຍການເປັນປະທານຂອງທ່ານບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງເມືອງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ສີສອນພັນ ບຸນສີ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງແລະການປົກຄອງແຂວງໄຊຍະບູລີ, ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຕາງໜ້າພະແນກການຂອງແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ມີພະນັກງານ, ຄູອາຈານ, ແຂກຖືກເຊີນຕະຫຼອດຮອດນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ ແລະໃນຕອນເຊົ້າ ວັນທີ 16 ພະຈິກ 2020 ທີ່ຫ້ອງປະຊຸມຫ້ອງວ່າການເມືອງພຽງ ກໍໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງແລະການປົກຄອງ ລະບົບຊັ້ນຕົ້ນ ຊຸດ IV ໃຫ້ພະນັກງານຫຼັກແຫຼ່ງພາຍໃນເມືອງ, ໂດຍການເປັນປະທານຂອງທ່ານເສີດ ແສງສຸລິນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງເມືອງພຽງ ມີພາກສ່ວນທີ່ກ່ຽວຂ້ອງທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ໃນ 2 ພິທີດັ່ງກ່າວ ຫົວໜ້າຄະນະຮັບຜິດຊອບຊຸດຮຽນໃນແຕ່ລະເມືອງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວ່າດ້ວຍການອະນຸມັດໃຫ້ເປີດຮຽນທິດສະດີການເມືອງ ແລະການປົກຄອງຊັ້ນຕົ້ນຊຸດທີIV ຂອງເມືອງໄຊຍະບູລີ ແລະເມືອງພຽງ.

ຈຸດປະສົງຂອງການເປີດຮຽນໃນຄັ້ງນີ້ແມ່ນເພື່ອກໍ່ສ້າງພະນັກງານນຳພາຄຸ້ມຄອງຮຸ່ນສືບທອດເປັນຕົ້ນແມ່ນບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າໜ່ວຍງານ, ຜູ້ອໍານວຍການ, ຮອງຜູ້ອໍານວຍໂຮງຮຽນ, ລັດວິສາຫະກິດ ແລະພະນັກງານສືບທອດປ່ຽນແທນຢູ່ພາຍໃນເມືອງທີ່ພວມດຳລົງຕໍາແໜ່ງຫຼືກຽມດຳລົງຕໍາແໜ່ງຢູ່ພາຍໃນອົງການຈັດຕັ້ງພັກ-ລັດ ແລະອົງການຈັດຕັ້ງມະຫາຊົນ ໃຫ້ມີຄວາມຮູ້ທາງດ້ານທິດສະດີການເມືອງແລະການປົກຄອງ, ແນວທາງນະໂຍບາຍຂອງພັກ-ລັດ, ແນວຄິດໄກສອນ ພົມວິຫານ ໃຫ້ພະນັກງານມີແນວຄິດທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ, ມີແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມ ກໍຄືພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະມີຄວາມຫ້າວຫັນເປັນນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ ສາມາດເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ໃນໝູ່ມະຫາຊົນເພື່ອເປັນກ້ອນກໍາລັງມະຫາສາມັກຄີກາຍເປັນກໍາລັງແຮງສັງລວມໃນທົ່ວສັງຄົມຢ່າງໜັກແໜ້ນ.

ໃນຕອນທ້າຍພິທີໄດ້ຮັບຟັງການໂອ້ລົມຂອງປະທານ ເຊິ່ງໄດ້ຍົກໃຫ້ເຫັນຄວາມສຳຄັນຂອງທິດສະດີມາກ-ເລນິນ, ທັດ ສະນະຂອງພັກ, ແນວຄິດໄກສອນພົມວິຫານແລະຍັງໄດ້ເນັ້ນໜັກໃຫ້ນັກສຶກສາມີຄວາມເອົາໃຈໃສ່ເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນຄັ້ງນີ້ພ້ອມທັງສາມາດນໍາເອົາບົດຮຽນທີ່ໄດ້ຮຽນໄປໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງໃຫ້ປະສົບຜົນສໍາເລັດໃນໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບ.

ຂ່າວ: ອຸທິດ ເກດດົມລິ
ພາບ: ຫ້ອງການ ຖວທ ເມືອງໄຊຍະບູລີ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ