ໃນວັນທີ 18 ພະຈິກ 2020 ຢູ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ປະກາດການຈັດຕັ້ງຂັ້ນກົມ ໂດຍການເປັນປະທານຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີຫົວໜ້າກົມຈັດຕັ້ງ-ພະນັກງານ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງທັງ 2 ພາກສ່ວນເຂົ້າຮ່ວມ.

      ໃນວາລະພິທີດັ່ງກ່າວ, ທ່ານ ປທ ນ. ໃບຊ່ຽນ ມູນຕີວົງ ກຳມະການຄະນະປະຈໍາພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ສມປຊ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ເລກທີ 214/ຄລສພ, ລົງວັນທີ 5 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ປທ ອິນທະວົງ ໂຄດປັນຍາ ເປັນຫົວໜ້າຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ ແລະມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 215/ຄລສພ, ລົງວັນທີ 5 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ປທ ນາງ ວະໄລລັກ ອະໄພ ເປັນຫົວໜ້າສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ.

      ໃນໂອກາດດັ່ງກ່າວ, ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຕໍ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ໃຫ້ຖືກຕ້ອງ ແລະ ສອດຄ່ອງ ກັບສະພາບເງື່ອນໄຂຕົວຈິງຂອງ ສມປຊ ໃຫ້ມີການພັດທະນາດີຂຶ້ນເທື່ອລະກ້າວ, ພ້ອມທັງຮຽກຮ້ອງມາຍັງບັນດາທ່ານທີ່ຖືກແຕ່ງຕັ້ງໃນຄັ້ງນີ້ຈົ່ງຍົກສູງຄວາມຮັບຜີດຊອບໜ້າທີ່ການເມືອງໃຫ້ສູງຂຶ້ນ, ຝຶກຝົນຫຼໍ່ຫຼອມ,​ ສຶກສາຄົ້ນຄວ້າແນວທາງນະໂຍບາຍ ແລະບັນດານິຕິກໍາຂອງພັກ-ລັດໃຫ້ເລິກເຊິ່ງເພື່ອເປັນບ່ອນອີງໃນການນໍາພາ-ຊີ້ນໍາໃຫ້ຖືກທິດ ແລະມີປະສິດທິຜົນສູງ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນພາຍໃນກົມກອງເພື່ອເປັນກໍາລັງແຮງສັງລວມທັບມ້າງອຸປະສັກກີດຂວາງຕ່າງໆໃຫ້ທະລຸໂລ່ງໄປດ້ວຍດີ ແລະມີຄວາມໃກ້ຊິດຕິດແທດພະນັກງານພາຍໃນກົມກອງເພື່ອກໍາໄດ້ແນວຄິດຈິດໃຈ ແລະບັນຫາຕ່າງໆຢ່າງແທດເຖິງ ແລະມີວິທີແກ້ໄຂໃຫ້ຖືກຕ້ອງພາວະວິໄສ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ